ກຳປູເຈຍກຽມເນລະເທດ ໜຸ່ມໄນຈີເຣຍຕິດພະຍາດໝາກສຸກລີງ ທີ່ໜີມາຈາກໄທ

0
126

ກຳປູເຈຍກຽມເນລະເທດ “ໜຸ່ມໄນຈີເຣຍຕິດພະຍາດໝາກສຸກລີງ” ທີ່ໜີມາຈາກໄທ

ລັດຖະບານກຳປູເຈຍກຽມເນລະເທດຊາຍຊາວໄນຈີເຣຍ ເຊິ່ງຕິດເຊື້ອພະຍາດໝາກສຸກລີງ ແລະ ຫລົບໜີຈາກໂຮງໝໍໃນໄທ ໃນທ້າຍເດືອນກໍລະກົດຜ່ານມາ.
ວັນທີ 8 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ເຈົ້າໜ້າທີ່ສຳນັກງານກວດຄົນເຂົ້າເມືອງຂອງກຳປູເຈຍ ກຽມເນລະເທດທ້າວ ອອສມອນ ຊິຮາຊາຣິມ ເອັນເຊເຣມ ອາຍຸ 27 ປີ ສັນຊາດໄນ

ຈີເຣຍ ເຊິ່ງຕິດເຊື້ອພະຍາດໝາກສຸກລີງ ຫລົບໜີການປິ່ນປົວຈາກໄທເຂົ້າມາໃນກຳປູເຈຍ ແລະ ຖືກຈັບ ໃນວັນທີ 23 ກໍລະກົດຜ່ານມາ ແລະ ຂຶ້ນບັນຊີດຳ ຫ້າມເດີນທາງເຂົ້າປະເທດເປັນເວລາ 3 ປີ ຫລັງກ່ອນໜ້ານັ້ນປະກາດໃຫ້ເປັນບຸກຄົນຕ້ອງຫ້າມ.

ທັງນີ້, ໂຮງໝໍມິດຕະພາບຂະເໝນ-ໂຊວຽດ ໃນນະຄອນຫລວງພະນົມເປັນ ຢືນຢັນວ່າ: ຜູ້ຕິດເຊື້ອຫາຍດີຈາກພະຍາດໝາກສຸກລີງແລ້ວ ໃນວັນທີ 6 ສິງຫາຜ່ານມາ ໂດຍມາຮອດປັດຈຸບັນ ທ້າວ ອອສມອນ ຍັງເປັນຜູ້ຕິດເຊື້ອພະຍາດໝາກສຸກລີງຈາກຕ່າງປະເທດ ຄົນທຳອິດ ແລະ ຄົນດຽວຂອງກຳປູເຈຍ.

ມາຮອດປັດຈຸບັນ ບໍ່ມີການຢືນຢັນຢ່າງເປັນທາງການວ່າ: ຊາວຊາວໄນຈີເຣຍເຂົ້າມາໃນກຳປູເຈຍໄດ້ແນວໃດ, ແຕ່ແຫລ່ງຂ່າວໃນລັດຖະບານພະນົມເປັນເປີດເຜີຍວ່າ: ທັນທີທີ່ຝ່າຍໄທປະສານງານມາ ມີການລົງພື້ນທີ່ກວດຄົ້ນທົ່ວແຂວງພຣະສີໜຸ ແລະ ແຂວງບັນເດຍມຽນເຈຍ, ແຕ່ຍັງມີລາຍງານອີກຫລາຍກະແສລະບຸວ່າ: ຊາຍຊາວໄນຈີເຣຍລອຍນ້ຳມາຂຶ້ນຝັ່ງ ຢູ່ແຂວງເກາະກົງ ເຊິ່ງຢູ່ບໍ່ຫ່າງຈາກແຂວງຕຣາດຂອງໄທ.