ກົມອູຕຸນິຍົມແຈ້ງ 8 ຫາ 14 ສິງຫາ ໄລຍະນີ້ຕ້ອງເຝົ້າລະວັງ ບັນຫາຝົນຕົກໜັກ

    0
    114

    ໃນສອງວັນຜ່ານມານີ້ ແມ່ນໄດ້ເກີດຟ້າຮ້ອງຟ້າເຫຼື້ອມ ແລະຝົນຕົກໜັກໃນເຂດນະຄອນຫຼວງວຽງຈັນ ເຮັດໃຫ້ນ້ຳຖ້ວມຂັງໃນຫຼາຍຈຸດ ແຕ່ຍັງບໍ່ໝົດເທົ່ານັ້ນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄໍາເຕືອນໃຫ້ເຝົ້າລະວັງຕື່ມສະພາບຝົນຕົກໜັກຟ້າຮ້ອງ-ຟ້າເຫຼື້ອມ ແລະ ດິນເຈື່ອນໃນໄລຍະວັນທີ 8 ຫາ 14 ສິງຫາ 2022.

    ທັ້ງນີ້ກໍ່ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານຢູ່ແຂວງພາກກາງ ລົງຫາ ພາກໃຕ້ຂອງປະເທດລາວ, ປ່ອງເຂົ້າສູ່ບໍລິເວນຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນທີ່ມີກໍາລັງແຮງພັດປົກຄຸມເຂດພາກເໜືອຂອງປະເທດຫວຽດນາມ ເຊິ່ງມີທ່າອ່ຽງກຳລັງກໍ່ໂຕເປັນພາຍຸໝຸນເຂດຮ້ອນ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້.

    ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກໜັກ, ນໍ້າຖ້ວມຊູ, ນໍ້າຖ້ວມຍື່ງ ແລະ ດິນເຈື່ອນ ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.