ຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ( 509 ) ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວຊີ້ນຳ-ນຳພາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການວຽກງານ 6 ເດືອນທ້າຍປີ 2022, ຂຶ້ນໃນທ້າຍອາທິດຜ່ານມານີ້, ເປັນປະທານໂດຍ ສະຫາຍ ພົຈວ ໜູ ໃບ ອິນທິສານ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຮອງເລຂາ, ຄະນະພັກກົມ, ຫ້ອງ, ພະ ແນກ ເຂົ້າຮ່ວມ.
ໃນບົດສະຫຼຸບການນຳພາ-ຊີ້ນຳໄດ້ຍົກໃຫ້ເຫັນຜົນງານໃນ 6 ເດືອນຜ່ານມາ, ໂດຍຄະນະພັກ-ຄະນະບັນຊາກົມ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບເປັນໜ້າທີ່ສຳຄັນພື້ນຖານ, ວຽກງານກໍ່ສ້າງພັກ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາເປີດບັ້ນດຳເນີນຊີວິດການເມືອງຕີລາຄາຈັດແບ່ງປະເພດຂອງພະນັກງານ-ນັກຮົບ ປະຈຳປີ 2021 ເພື່ອເຮັດໃຫ້ພະນັກງານຂະຫຍາຍສະມາຊິກພັກ 5 ຫຼັກການ 3 ທິດຊີ້ນຳຂອງພັກກໍ່ສ້າງມະຫາຊົນຜູ້ກ້າວໜ້າຂະຫຍາຍເຂົ້າພັກຕິດພັນກັບການທົດສອບວຽກງານຕົວຈິງໃຫ້ມີຄຸນນະພາບຖືກຕ້ອງຕາມກົດລະບຽບຂອງພັກ ສາມາດອະນຸມັດມະຫາຊົນຜູ້ກ້າວໜ້າເຂົ້າຮຽນສະໜັບສະໜູນ 19 ສະຫາຍ ຍິງ 2 ສະຫາຍ, ຮຽນກົດລະບຽບພັກ 29 ສະຫາຍ ຍິງ 2 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າສະມາຊິກພັກສຳຮອງ 102 ສະຫາຍ ຍິງ 2 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ 82 ສະຫາຍ ຍິງ 10 ສະຫາຍ.
ສໍາລັບທິດທາງແຜນການໃນຕໍ່ໜ້າ, ຄະນະພັກ-ຄະນະກົມ ຈະສຸມໃສ່ເຮັດວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ແກ່ສະມາຊິກພັກ, ພະ ນັກງານ-ນັກຮົບ ຊຸກຍູ້ບັນດາໜ່ວຍພັກຮາກຖານໃນການສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນໃຫ້ຮັກສາໄດ້ຕາມຈຳນວນໜ່ວຍພັກທີ່ສະເໜີ ແລະ ໜ່ວຍພັກທີ່ບໍ່ທັນໄດ້ສູ້ຊົນຕາມຄາດໝາຍ, ກະກຽມດຳເນີນຊີວິດການເມືອງ, ຕີລາຄາຄັດເລືອກປະເພດຂອງສະມາຊິກພັກ, ພະນັກງານ-ນັກ ຮົບ, ໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022, ຄົ້ນຄວ້ານຳສະເໜີມະຫາຊົນຜູ້ກ້າວໜ້າເຂົ້າຮຽນສະໜັບສະໜູນ, ຮຽນລະບຽບພັກ, ເຂົ້າພັກສຳຮອງ ແລະ ເລື່ອນສຳ ຮອງຂຶ້ນສົມບູນຕາມລະບຽບຂອງພັກ, ສືບຕໍ່ກວດກາຊີວະປະຫວັດຂອງສະມາຊິກພັກ, ພະນັກງານ-ນັກຮົບ, ເກັບກຳຮ່າງສະຖິຕິຂໍ້ມູນສະມາຊິກພັກ ແລະ ພະນັກງານ-ນັກຮົບໃນທົ່ວກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໃຫ້ທົ່ວເຖິງ.