ຟ້າຜ່າ ປະກົດການທາງທຳມະຊາດທີ່ຕ້ອງລະມັດລະວັງໃນຊ່ວງຝົນ

    0
    139

    ຟ້າຜ່າເປັນໄພທຳມະຊາດທີ່ມະນຸດບໍ່ສາມາດຫຼີກລ່ຽງໄດ້ ແຕ່ສາມາດປ້ອງກັນໄດ້. ຟ້າຜ່າເກີດມາຈາກໃສ? ລອງມາເບິ່ງສາເຫດການເກີດຟ້າຜ່ານໍາກັນເລີຍ: ອີງຕາມຂໍ້ມມູນຈາກ ວິຊາການ ສູນເຕັກໂນໂລຊີໂລຫະ ແລະ ວັດສະດຸແຫ່ງຊາດ ໄດ້ລະບຸວ່າ: ຟ້າຜ່າເກີດມາຈາກເຝື້ອຝົນຟ້າຄະນອງ (Thunder cloud) ຫຼື ໃນທາງອຸຕຸນິຍົມເອີ້ນວ່າ: ເຝື້ອຄິວມູໂລນິມບັສ (Cumulonimbus). ເຊິ່ງບໍລິເວນດ້ານເທິງຂອງກ້ອນເຝື້ອແມ່ນມີໄຟຟ້າບັນຈຸບວກ (+), ສ່ວນຖານຂອງເຝື້ອແມ່ນມີໄຟຟ້າບັນຈຸລົບ (-) ເຊິ່ງໄຟຟ້າບັນຈຸລົບທີ່ຢູ່ຖານເຝື້ອຈະໜ່ຽວນຳໄຟຟ້າບັນຈຸບວກທີ່ຢູ່ບໍລິເວນໜ້າດິນທີ່ຢູ່ກ້ອງຖານຂອງເຝື້ອຝົນຟ້າຄະນອງນັ້ນ ເມື່ອໄຟຟ້າບັນຈຸສອງຂົ້ວ (ໄຟຟ້າບັນຈຸລົບ ແລະ ໄຟຟ້າບັນຈຸບວກ) ມາບັນຈົບກັນກໍຈະປະກົດການທີ່ເຮົາເອີ້ນວ່າ: ຟ້າຜ່າ.

    ວິຊາການໄດ້ແນະນຳການປ້ອງກັນອັນຕະລາຍຈາກຟ້າຜ່າ ແລະ ຂໍ້ຫ້າມໃນການຫຼີກລ່ຽງ
    ຫ້າມຢູ່ໃນທີ່ໂລ່ງແຈ້ງເຊັ່ນ: ທົ່ງນາ, ສະໜາມ ຫຼື ເດີ່ນກວ້າງທີ່ປາຊະຈາກຕົ້ນໄມ້ ແລະ ຫ້າມຢືນອີງຕົ້ນໄມ້ທີ່ສູງເດັ່ນກວ່າຕົ້ນອື່ນ, ຫຼີກລ່ຽງການຢູ່ໃກ້ເສົາໄຟຟ້າ, ປ້າຍໂຄສະນາ ຫຼື ໂຄງສ້າງທີ່ເປັນໂຕນຳໄຟຟ້າ;
    ຄວນຢູ່ໃນອາຄານທີ່ມີການຕິດຕັ້ງລະບົບປ້ອງກັນຟ້າຜ່າ ແຕ່ບໍ່ຄວນໃຊ້ອຸປະກອນໄຟຟ້າຕ່າງໆ ຫຼື ຢູ່ໃກ້ກັບປະຕູປ່ອງຢ້ຽມທີ່ຂອບເປັນໂລຫະ

    ໃນກໍລະນີທີ່ຢູ່ທີ່ໂລ່ງແຈ້ງໃນຂະນະທີ່ເກີດມີພາຍຸຝົນຟ້າຄະນອງ ໃຫ້ນັ່ງໝອບພ້ອມຢໍ້ໂຕໃຫ້ຕໍ່າ ແລະ ໃກ້ກັບພື້ນດິນໃຫ້ຫຼາຍທີ່ສຸດ, ຖ້ານັ່ງດ້ວຍຂາດຽວຈະປອດໄພຫຼາຍຂຶ້ນແຕ່ຫ້າມນອນຮາບກັບພື້ນຢ່າງເດັດຂາດ.

    ສະນັ້ນ, ເມື່ອເກີດຟ້າຜ່າສິ່ງທີ່ຕາມມາກໍຄືອັນຕະລາຍຕໍ່ກັບຊີວິດ ແລະ ຊັບສິນ. ເຊິ່ງເຮົາສາມາດປ້ອງກັນອັນຕະລາຍທີ່ເກີດຂຶ້ນຈາກຟ້າຜ່າໄດ້ຕາມຄຳແນະນຳດ້ານເທິງ.
    ຂໍ້ມູນ: Lao Youth Radio FM 90.0 Mhz

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.