ມູນນິທິພຣະໄຊກູ້ໄພສຸກເສີນ ອັດຕະປື ຮຽກຮ້ອງສັງຄົມ ໃຫ້ມີສ່ວນຮ່ວມ

0
106

ຂປລ.ທ່ານ ອໍາໄພວັນ ວິໄລວົງ ຫົວໜ້າໜ່ວຍງານ ມູນ ນິທິ ພຣະໄຊ ກູ້ໄພສຸກເສີນ ປະຈໍາແຂວງ ອັດຕະປື ໄດ້ໃຫ້ສໍາພາດໃນວັນທີ 4 ສິງຫາ 2022 ນີ້ວ່າ: ກູ້ໄພສຸກເສີນ ໄດ້ດໍາເນີນການເຄື່ອນໄຫວບໍລິການ ແລະ ເປີດຂື້ນຢ່າງເປັນທາງການ ໃນຄັ້ງວັນທີ 2 ມິຖຸນາ 2022, ມີພາລະບົດບາດໜ້າທີ່ຮັບໃຊ້ບໍລິການປະຊາຊົນ ແລະ ສັງຄົມ ແບບບັງເອີນສຸກເສີນ ຫລື ທົ່ວໄປເປັນຕົ້ນ:ຮັບໃຊ້ບໍລິການຮັບ-ສົ່ງຄົນເຈັບ, ເສຍຊີວິດ ແລະ ປະຖົມພະຍາບານເບື້ອງຕົ້ນກ່ອນໄປເຖິງໂຮງໝໍ, ຮັບ-ສົ່ງຈາກໂຮງໝໍກັບບ້ານ ຫລື ສົ່ງຕ່າງແຂວງຕາມສະຖານໜັກ ຫລື ເບົາ.

ມູນນິທິ ພຣະໄຊ ກູ້ໄພສຸກເສີນ ປະຈໍາແຂວງ ອັດຕະປື ປະກອບມີ 2 ໜ່ວຍງານຄື: ໜ່ວຍງານບໍລິການກູ້ໄພສຸກ ເສີນ ແລະ ໜ່ວຍງານ ບໍລິຫານການເງິນ, ມີພະນັກງານອາສາກູ້ໄພທັງຫມົດ 40 ຄົນ, ມີສໍານັກງານຕັ້ງຢຸ່ບ້ານເຊໃຫຍ່, ເມືອງສາມັກຄີໄຊ, ມີລົດສຸກເສີນ 2 ຄັນ ພ້ອມດ້ວຍອຸປະກອນພະຍາບານ ແລະ ການເຄື່ອນໄຫວແຕ່ລະວັນແມ່ນໄດ້ມີການແບ່ງຈຸປະຈໍາການຕະຫລອດ 24

ຊົ່ວໂມງ, ພະນັກງານທຸກຄົນ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຕາມວິຊາສະເພາະ ແລະ ມີຄວາມຮັບຜິດຊອບສູງ ໂດຍບໍ່ຫວັງຜົນຕອບແທນໃດໆ. ນັບແຕ່ມື້ສ້າງຕັ້ງຮອດປະຈຸບັນ ໄດ້ຊ່ວຍ ເຫລືອ ແລະ ໃຫ້ການບໍລິການສັງຄົມ ກໍ່ຄືປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ໄດ້ທັງໝົດ 61 ເຫດການ,ໃນນີ້, ອຸບັດຕີເຫດ 14 ເຫດການ, ຮັບສົ່ງຜູ້ປ່ວຍ 39 ເຫດການ ແລະ ນໍາສົ່ງຜູ້ເສຍຊີວິດກັບບ້ານ 6 ຄັ້ງ;

ພ້ອມກັນນີ້, ຍັງໄດ້ປະກອບສ່ວນຊວ່ຍເຫລືອດ້ານການແພດສຸກເສີນ ຕາມການແຈ້ງເຊີນຂອງພະແນກການອ້ອມຂ້າງແຂວງ 3 ຄັ້ງ, ນອກນີ້ຍັງຮັບການປະກອບສ່ວນຊ່ວຍເຫລືອຈາກສັງຄົມ ແລະ ປະຊາຊົນພາຍໃນແຂວງ ເປັນຕົ້ນ: ດ້ານວັດຖຸອຸປະກອນຮັບໃຊ້ ແລະ ທຶນຮອນຈໍານວນໜຶ່ງ ເພື່ອນໍາໃຊ້ເຂົ້າໃນວຽກງານບໍລິຫານລວມເປັນຈໍານວນເງິນທັງໝົດ 9 ລ້ານກວ່າກີບ.

ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ: ກໍຍັງມີຂໍ້ຈໍາກັດຫລາຍຢ່າງໃຫ້ແກ່ໜ່ວຍງານຂອງພວກເຮົາ ໃນການຮັບໃຊ້ໜ້າທີ່ບໍລິ ການສັງຄົມຕົວຈິງເຊັ່ນ: ດ້ານວັດຖຸອຸປະກອນ ແລະ ພາຫະ ນະ ຍັງບໍພຽງພໍ, ດ້ານທຶນຮອນ ເພື່ອໄປຮັບໃຊ້ການບໍລິ ການກູ້ໄພສຸກເສີນຍັງມີຈໍາກັດ ແລະ ດ້ານວິຊາສະເພາະ ແລະ ປະສົບການຍັງບໍທັນສູງ ລວມທັງການຮັບມືໃນການບໍລິການມີບາງດ້ານບໍ່ທ່ວງທັນກັບຄວາມ

ຕ້ອງການ, ການມີສ່ວນຮ່ວມຂອງສັງຄົມຍັງມີຫນ້ອຍ. ສະນັ້ນ, ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມທົ່ວແຂວງ ອັດຕະປື ຊ່ວຍກັນມີສ່ວນຮ່ວມຍູ້ໝູນ ແລະ ປະກອບສ່ວນເປັນວັດຖຸ ຫລື ທຶນຮອນ ຕ່າງໆ ເພື່ອເຮັດໃຫ້ວຽກງານກູ້ໄພສຸກເສີນປະຈໍາແຂວງ ອັດຕະປື ໄດ້ຮັບການເຄື່ອນໄຫວຮັບໃຊ້ສັງຄົມແບບບໍ່ຫວັງຜົນຕອບແທນໄດ້ຢ່າງປົກກະຕິ ແລະ ສາມາດປະ ສານເບີໂທ: 030 5576699, 020 9881 6417 ມູນນິທິ ພຣະໄຊ ກູ້ໄພສຸກເສີນ ປະຈໍາແຂວງ ອັດຕະປື ຍິນດີຮັບໃຊ້ ຕະຫລອດ 24 ຊົ່ວໂມງ.
ຂ່າວ:ມະນີວອນ