ຮຽນບັນດາຜູ້ໂດຍສານທີ່ຮັກແພງ:ເນື່ອງຈາກມື້ນີ້ມີຝົນຕົກຫນັກທົ່ວແລວທາງລົດໄຟ, ເຊິ່ງເຮັດໃຫ້ປະລິມານນຳ້ຝົນເກີນຄ່າຂີດຈຳກັດຄວາມໄວໃນການເດີນລົດ. ດັ່ງນັ້ນ, ເພື່ອຄວາມປອດໄພຂອງຜູ້ໂດຍສານ ຂະບວນລົດໄຟທີ່ອອກເດີນທາງພາຍໃນມື້ນີ້ ຈຳເປັນຕ້ອງໄດ້ມີການຈອດລົດຊົ່ວຄາວ ຫຼື ຫຼຸດຜ່ອນຄວາມໄວໃນການເດີນລົດລົງໃນບາງຊ່ວງຂອງທາງລົດໄຟ, ເພື່ອທຳການກວດສອບຄວາມພອດ
ໄພ ເມື່ອຢືນຢັນສະພາບການຂອງເສັ້ນທາງລົດໄຟວ່າປອດໄພດີແລ້ວ ຈິ່ງເລີ່ມເດີນລົດຕໍ່ ຊຶ່ງອາດຈະເຮັດໃຫ້ມີຜົນກະທົບຕໍ່ເວລາໄປເຖິງ ແລະ ອອກຈາກສະຖານີໃນບາງສະຖານີ, ຂໍໃຫ້ຜູ້ໂດຍສານທີ່ຢູ່ໃນ
ລົດຢ່າຕື່ນຕົກໃຈ, ການຜ່ອນຄວາມໄວ ຫຼື ຈອດລົດຊົ່ວຄາວໃນບາງຊ່ວງຂອງການເດີນລົດ ກໍເພື່ອຮັບປະກັນຄວາມປອດໄພໃນການເດີນລົດໄຟ ແລະ ຮັບປະກັນໃຫ້ຜູ້ໂດຍສານສາມາດໄປເຖິງສະຖານທີ່ເປົ້າໝາຍຢ່າງປອດໄພ.
ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງຜູ້ໂດຍສານທີ່ກຳລັງຢູ່ເທິງລົດໄຟ, ບັນດາທ່ານທີ່ຈະໄປຮັບຫມູ່ຄູ່, ຄອບຄົວ, ພີ່ນ້ອງຢູ່ສະຖານີເພື່ອຊາບ ແລະ ແລະ ຂໍການສະຫນັບສະຫນູນຮ່ວມມືຕາມທາງຄວນດ້ວຍ.
ພວກເຮົາຕ້ອງຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.ດ້ວຍຄວາມນັບຖື.
ລົດໄຟ ລາວ-ຈີນ ພົບບັນຫາ ປະລິມານນຳ້ຝົນເກີນຄ່າຂີດຈຳກັດຄວາມໄວ ໃນການເດີນລົດ