ອັດຕາເງິນເຟີ້ໃນ ສປປ ລາວ ໃນເດືອນກໍລະກົດ ສະເລ່ຍ 25,6% ເພີ່ມຂຶ້ນ 2% ຈາກເດືອນມິຖຸນາອີງຕາມບົດລາຍງານຂອງສູນສະຖຸຕິແຫ່ງຊາດ ວັນທີ 5 ສິງຫາ 2022 ນີ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ລວມ ເດືອນກໍລະກົດ 2022 ທຽບ ປີຕໍ່ປີ ຫຼືທຽບກັບເດືອນດຽວກັນຂອງປີຜ່ານມາ ສູງຂຶ້ນ 25,6% (ເດືອນມິຖຸນາ 2022 ແມ່ນ 23,6). ເນື່ອງຈາກການເພີ່ມສູງຂຶ້ນຂອງດັດຊະນີສິນຄ້າແຕ່ງລະໝວດດັ່ງນີ້:
ໝວດສະບຽງອາຫານ ແລະເຄື່ອງດື່ມບໍ່ ແມ່ນເຫຼົ້າ 21,6 ໂດຍມາຈາກການເພີ່ມສູງຂຶ້ນຂອງລາຄາເຂົ້າສານ, ຊີ້ນປະເພດຕ່າງໆ ໂດຍສະເພາະແມ່ນຊີ້ນໝູ, ນ້ໍາມັນພືດ ເປັນຕົ້ນ.ໝວດຮັກສາສຸຂະພາບ ແລະຢາ ໄດ້ປັບໂຕສູງຂຶ້ນ 37,0%,
ໝວດຄົມມະນາຄົມ ແລະຂົນສົ່ງ ເພີ່ມຂຶ້ນ 53,2% ໂດຍລາຄານ້ໍາມັນເຊື້ອໄຟທີ່ຍັງຄົງລາຄາທີ່ສູງ, ປະເພດຍານພາຫະນະ ແລະອາໄຫລ່ລົດຍົນທີ່ລາຄາ ເພີ່ມສູງຂຶ້ນ.
ສິນຄ້າອຸປະໂພກ-ບໍລິໂພກ ປະເພດອາຫານສໍາເລັດຮູບ ແລະທາດແປ້ງ, ເຄື່ອງປຸງແຕ່ງອາຫານ, ເຄື່ອງດື່ມ ບໍ່ແມ່ນເຫຼົ້າ, ເຫຼົ້າ ແລະຢາສູບ, ເຄື່ອງນຸ່ງ ແລະເກີບ, ເຄື່ອງກໍ່ສ້າງ ແລະອຸປະກອນສ້ອມແປງເຮືອນ, – ເຄື່ອງໃຊ້ໃນເຮືອນ, ຮັກສາສຸຂະພາບ ແລະ ຢາ, ລົດ ແລະເຄື່ອງອາໄຫຼ່ລົດ, ບໍລິການໂດຍສານ, ການສຶກສາ, ບັນເທິງພັກຜ່ອນ ແລະ ເຄື່ອງໃຊ້ສ່ວນຕົວ ໂດຍສະເລ່ຍ ສູງຂຶ້ນ 26,4% ແລະປະເພດສິນຄ້າອາຫານສົດພະລັງງານ ເພີ່ມສູງຂຶ້ນ 24,6%.
ປັດໄຈ ແລະສາຍເຫດຂອງອັດຕາເງິນເຟີ້ ເດືອນກໍລະກົດ 2022 ເພີ່ມສູງຂຶ້ນແມ່ນມາຈາກປັດໄຈ ດັ່ງນີ້:
ສາເຫດຕົ້ນຕໍຂອງການເພີ່ມຂຶ້ນຂອງລາຄາແມ່ນມາຈາກ,ຫນື່ງ ການອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາ ຕ່າງປະເທດຍັງສືບຕໍ່ເໜັງຕີງມາຮອດປະຈຸບັນ ສົ່ງຜົນໃຫ້ລາຄາສິນຄ້າປະເພດນໍາເຂົ້າຖີບໂຕສູງຂຶ້ນ.
ລາຄານ້ໍາມັນເຊື້ອໄຟ ແມ່ນຍັງມີການເໜັງຕີງເພີ່ມສູງຂຶ້ນ ເຖິງແມ່ນວ່າຈະເພີ່ມຂຶ້ນຕໍ່າກວ່າເດືອນຜ່ານມາ ແຕ່ກໍ່ ຍັງກະທົບໃສ່ຄ່າຄອງຊີບເພີ່ມຂຶ້ນສູງ ແລະ ເຮັດໃຫ້ໝວດສິນຄ້າອື່ນໆເພີ່ມຂຶ້ນຍ້ອນຕົ້ນທຶນການຜະລິດສິນຄ້າ ແລະ ບໍລິການ;
ນອກຈາກນັ້ນ, ຍັງແມ່ນສາເຫດຂອງລະດູການ ຊຶ່ງໃນເດືອນກໍລະກົດເປັນໄລຍະລະດູຝົນເຮັດໃຫ້ຜົນຜະລິດ ກະສິກໍາ, ພືດຜັກສະຫນອງບໍ່ພຽງພໍ ເປັນປັດໃຈຫນຶ່ງໃຫ້ລາຄາໝວດສະບຽງອາຫານເໜັງຕີງໃນເດືອນນັ້ນ, ການເພີ່ມຂຶ້ນລາຄານ້ໍາມັນ ແລະ ການອ່ອນຄ່າຂອງເງິນກີບ ຍັງເປັນປັດໄຈກະທົບທາງອ້ອມໃຫ້ສິນຄ້າ ປະເພດອື່ນໆ (ລວມທັງສິນຄ້າບໍ່ໄດ້ນໍາເຂົ້າ) ເພີ່ມສູງຂຶ້ນ; ໂດຍລວມແລ້ວຜົນກະທົບທາງອ້ອມຈະສົ່ງຜົນໃນ ສິນຄ້າປະເພດອື່ນໆເໜັງຕີງໃນໄລຍະຍາວ 2-3 ເດືອນ.