ບໍ່ລອດ ກໍ່ເຫດກະທໍາສໍາເລົາເ ດັ ກແຕ່ບໍ່ສໍາເລັດ ສຸດທ້າຍຖືກຈັບມາລົງໂທດ

    0
    121

    ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງທ່າແຂກ,ແຂວງຄຳມ່ວນ ທົດສະກຳຄືນຄະດີການທຳສຳເລົາເດັກ

    ໃນວັນທີ 29 ກໍລະກົດ 2022ນີ້; ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ-ເສດຖະກິດ ປກສ ເມືອງທ່າແຂກ, ແຂວງຄຳມ່ວນ. ໄດ້ນຳຕົວຜູ້ຖືກຫາມາທົດສະກຳຄືນ ໃນຄະດີ ຂົ່ມຂຶນທຳສຳເລົາເດັກ ອາຍຸ 14 ປີ ຢູ່ເຂດບ້ານ ສົມສະໜຸກ, ເມືອງທ່າແຂກ.

    ຈາກເຫດການດັ່ງກ່າວ ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ປກສ ເມືອງ, ໃຫ້ຮູ້ວ່າ: ໃນຄັ້ງວັນທີ 28 ພຶດສະພາ 2022 ຜ່ານມາ, ໄດ້ມີແມ່ເຖົ່າເຕ້ຍ ອາຍຸ 70 ປີ, ເປັນປະຊາຊົນຢູ່ບ້ານ ສົມສະໜຸກ, ເມືອງແຂກ ໄດ້ມາແຈ້ງຄວາມຕໍ່ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ປກສ ເມືອງທ່າແຂກວ່າ:

    ໃນເວລາ 05:00 ໂມງເຊົ້າຂອງວັນດຽວກັນ. ຫຼານສາວຂອງຕົນ ອາຍຸ 14 ປີ, ແມ່ນຖືກຄົນຮ້າຍພະຍາຍາມຂົ່ມຂືນທຳສຳເລົາພາຍໃນເຮືອນຂອງຕົນ. ແຕ່ກໍ່ບໍ່ສຳເລັດ ແລ້ວຄົນຮ້າຍກໍ່ເອົາຕົວລົບໜີໄປ.

    ເມື່ອໄດ້ຮັບການແຈ້ງຄວາມຈາກຜູ້ປົກຄອງຂອງເດັກຄືແນວນັ້ນ ທາງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ປກສ ເມືອງທ່າແຂກ,ຈິ່ງໄດ້ຮີບດ່ວນ ປະສານສົມທົບກັບອົງການປົກຄອງບ້ານສົມສະໜຸກ ແລະ ປກສ ບໍລິການປະຊາຊົນກຸ່ມຈອມແຈ້ງ ເພື່ອລົງຕິດຕາມ,ກວດກາ ຂໍ້ມູນຫຼັກຖານ ເຫັນວ່າມີມູນຄວາມຈິ່ງແທ້ ແລະ ຮູ້ໄດ້ວ່າເປົ້າໝາຍກໍ່ການກະທຳຜິດໃນຄັ້ງນີ້.

    ດັ່ງນັ້ນຕົກມາຮອດເວລາ 14:00 ຂອງວັນດຽວກັນ ຈຶ່ງໄດ້ເຂົ້າກັກຕົວເປົ້າໝາຍຢູ່ເຮືອນຂອງຜູ້ກ່ຽວຢູ່ບ້ານດຽວກັນມາສືບສວນ-ສອບສວນຫາຕົ້ນປາຍສາເຫດ ແລະ ແຮງຈູງໃຈກໍ່ການກະທຳຜິດໃນຄັ້ງນີ້.

    ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຈິ່ງຮູ້ໄດ້ວ່າ: ຜູ້ຖືກຫາຊື່ ທ້າວ ຊາຍ ເທບທິດາ, ອາຍຸ 23 ປີ, ເປັນປະຊາຊົນຢູ່ບ້ານ ສົມສະໜຸກ ເມືອງທ່າແຂກ. ຜູ້ກ່ຽວແມ່ນເຄີຍມີປະຫວັດຕ້ອງໂທດມາແລ້ວຈຳນວນ 01ຄັ້ງ, ໃນປີ 2021 ຜ່ານມາ, ໃນຄະດີລັກຊັບ ແລະ ເສບຢາເສບຕິດ ຈຳຄຸກ 02 ປີ. ຜູ້ກ່ຽວຮັບສາລະພາບຕື່ມອີກວ່າ:

    ແຮງຈູງໃຈທີ່ເຮັດໃຫ້ຕົນກໍ່ເຫດການໃນຄັ້ງນີ້ ກໍ່ຍ້ອນວ່າ ຕົນເອງແມ່ນເຄີຍຄິດແອບຮັກມັກກັບຜູ້ຖືກເສຍຫາຍຝ່າຍດຽວມາຕະຫຼອດ ແລະ ເຮືອນກໍ່ໃກ້ກັນ. ກ່ອນມື້ກໍ່ເຫດ ໃນວັນທີ 27 ພຶດສະພາ 2022 ຕົນເອງແມ່ນໄດ້ໄປກ້ານຂຽດຢູ່ທົ່ງນາພໍກັບມາເຮືອນກໍໄດ້ນັ່ງກິນເຫຼົ່າກັບໝູ່ອີກໜຶ່ງຄົນຢູ່ບ້ານດຽວກັນ ຈົນຮອດ 05:00ໂມງເຊົ້າຂອງ 28 ພຶດສາພາ 2022, ໝູ່ຂອງຜູ້ກ່ຽວຈິ່ງກັບເມືອເຮືອນ.

    ໃນຄະນະດຽວກັນ ຈິ່ງເຫັນແມ່ເຖົ້າ ເຕ້ຍ ອອກຈາກເຮືອນ ເພື່ອໃປເກັບຜັກຢູ່ສ່ວນ ຍັງເຫຼືອແຕ່ຫຼານສາວ 02 ຄົນນອນຢູ່ເຮືອນ, ຜູ້ເອື້ອຍອາຍຸ 20 ປີແມ່ນນອນຢູ່ຊັ້ນລຸ່ມ ແລະ ຜູ້ຖືກເສຍຫາຍເປັນນ້ອງອາຍຸ 14 ປີນອນຢູ່ຊັ້ນເທິງ.

    ເມື່ອເຫັນຄືແນວນັ້ນແລ້ວ ທ້າວຊາຍ ຜູ້ກໍ່ເຫດ ຈຶ່ງໄດ້ຈອບລັກເຂົ້າໃນເຮືອນ ແລ້ວຍ່າງຂຶ້ນຂັ້ນໃດຊັ້ນສອງ ໄຂປະຕູເຂົ້າໃປຫາຜູ້ເປັນນ້ອງສາວອາຍຸ 14 ປີ, ທີ່ກຳລັງນອນລັບຢູ່ ຈາກນັ້ນກໍ່ໄດ້ເປີດຜ່າຫົ່ມອອກ ແລ້ວໃຊ້ກຳປັ້ນເບື້ອງຂວາມື ຊັດເຂົ້າໃນທ້ອງນ້ອຍຈຳນວນ 02 ຄັ້ງເພືອຫວັງໃຫ້ສະຫຼົບ ແລ້ວຈະຂົ່ມຂືນທຳສຳເລົາ ແຕ່ກໍ່ບໍ່ສຳເລັດຍ້ອນຜູ້ເສຍຫາຍໄດ້ຮ້ອງຂຶ້ນຂໍຄວາມຊ່ວຍເຫຼືອ ຈາກນັ້ນຜູ້ເປັນເອື້ອຍທີ່ນອນຢູ່ຊັ້ນລຸ່ມກໍ່ໄດ້ຍິນສຽງຈຶ່ງ ຟ້າວແລ່ນຂຶ້ນມາເບິ່ງນ້ອງສາວ

    ຈາກນັ້ນທ້າວຊາຍ ຈຶ່ງໄດ້ແລ່ນໂຕນລົງຈາກເຮືອນແລ້ວເອົາຕົວຫຼົບໜີໄປ. ພໍຮອດເວລາ 14:00ຂອງວັນດຽວກັນທາງເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງທ່າແຂກ ຈຶ່ງໄດ້ເຂົ້າກັກຕົວທ້າວ ຊາຍ ເທບທິດາ ຢູ່ເຮືອນຂອງຜູ້ກ່ຽວ ເພື່ອມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

    Cr: https://khammouanenews.com/ #ແຂວງຄໍາມ່ວນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.