ໂຄງການ Panda Pack ຈາກ ສປ ຈີນ ຊ່ວຍດ້ານອຸປະກອນການສຶກສາ ແກ່ໂຮງຮຽນປະຖົມ 369 ແຫ່ງ ເຂດພາກເໜືອຂອງ ສປປ ລາວ
ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອລ້າດ້ານອຸປະກອນການສຶກສາແກ່ບັນດາໂຮງຮຽນ (ຮຮ) ປະຖົມເຂດຫ່າງໄກສອກຫຼີກຢູ່ພາກເໜືອ ຈຳນວນ 369 ແຫ່ງ ໃນ 3 ເມືອງ ແຂວງອຸດົມໄຊ ແລະ 5 ເມືອງ ແຂວງຫຼວງນໍ້າທາ ປະກອບມີ ຖົງປຶ້ມ, ບິກ, ສໍ, ອຸປະກອນຮັກສາອະນາໄມຂັ້ນພື້ນຖານ ແລະ ອຸປະກອນການຮຽນຕ່າງໆ ຫຼາຍກວ່າ 30 ລາຍການ ຈາກທັງໝົດ 30.000 ຊຸດ ລວມມູນຄ່າ 4,5 ລ້ານຢວນ ພາຍໃຕ້ ໂຄງການ Panda Pack ປະຈໍາປີ 2022.
ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຊຶ່ງເປັນຜູ້ປະສານງານ ແລະ ໃຫ້ຄວາມສະດວກແກ່ຄະນະພົວພັນຕ່າງປະເທດສູນກາງພັກ ກ່ຽວກັບການແຈກຢາຍເຄື່ອງຊ່ວຍເຫຼືອອຸປະກອນການສຶກສາໃຫ້ແກ່ບັນດາໂຮງຮຽນປະຖົມເຂດພາກເໜືອ ພາຍໃຕ້ໂຄງການ Panda Pack ຊຶ່ງໂຄງການດັ່ງກ່າວ ໄດ້ເລີ່ມມາແຕ່ປີ 2019 ຈົນມາເຖິງປັດຈຸບັນ ໄດ້ລາຍງານໃຫ້ຮູ້ວ່າ: ເມື່ອບໍ່
ດົນມານີ້ ຄະນະຜູ້ແທນ ກອງທຶນຈີນ ເພື່ອຫຼຸດຜ່ອນຄວາມທຸກຍາກ ນໍາໂດຍ ທ່ານ ນາງ ຢິນ ຊຽນ (Yin Qian) ຫົວໜ້າແຜນງານໂຄງການ Panda Pack ຂອງກອງທຶນຈີນ ເພື່ອຫຼຸດຜ່ອນຄວາມທຸກຍາກ ພ້ອມຄະນະ 1 ທ່ານ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍມີຈຸດປະສົງເພື່ອປຶກສາຫາລືການວາງແຜນການເກັບກຳຂໍ້ມູນ, ກວດແບບຟອມ ແລະ ເກັບແບບຟອມ
ກ່ອນການແຈກຢາຍຊຸດຖົງອຸປະກອນການສຶກສາ ພາຍໃຕ້ໂຄງການ Panda Pack ປະຈໍາປີ 2022 ໃຫ້ແກ່ບັນດາໂຮງຮຽນປະຖົມຢູ່ 3 ເມືອງ ແຂວງອຸດົມໄຊ ແລະ 5 ເມືອງ ແຂວງຫຼວງນໍ້າທາ. ພ້ອມກັນນັ້ນ, ຍັງມີຈຸດປະສົງປຶກສາຫາລື ແລະ ສຶກສາຄວາມເປັນໄປໄດ້ໃນການໃຫ້ການຊ່ວຍເຫຼືອເພີ່ມຕື່ມ ພາຍໃຕ້ໂຄງການນໍ້າສະອາດ (WASH Program) ຢູ່ ສປປ ລາວ ໃຫ້ແກ່ບັນດາໂຮງຮຽນ
ປະຖົມຢູ່ແຂວງອຸດົມໄຊ ແລະ ຫຼວງນໍ້າທາ ພາຍໃຕ້ການອຳນວຍຄວາມສະດວກຂອງ ສສກ ໃນການປະສານແຈ້ງການຫາພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໃຫ້ເກັບກຳແບບຟອມ
ບັນດາໂຮງຮຽນເປົ້າໝາຍທີ່ໄດ້ປະກອບແລ້ວນັ້ນ ເພື່ອກຽມຄວາມພ້ອມໃຫ້ຄະນະຜູ້ແທນໃນການໄປກວດໃນຄັ້ງນີ້. ພິເສດເປົ້າໝາຍໃນການແຈກຢາຍກະເປົ້າໃນປີນີ້ມີ 2 ແຂວງ ແຕ່ເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຄະນະຜູ້ແທນ ຈຶ່ງສະເໜີໃຫ້ທາງພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາເດີນທາງມາທີ່ແຂວງອຸດົມໄຊ ເພື່ອກວດກາເອກະສານແບບຟອມໃຫ້ສຳເລັດພ້ອມກັນ.
ນອກຈາກນັ້ນ, ຄະນະຜູ້ແທນກອງທຶນຈີນ ເພື່ອຫຼຸດຜ່ອນຄວາມທຸກຍາກ ຍັງໄດ້ຢ້ຽມຢາມໂຮງຮຽນປະຖົມໜອງປິ່ງ ເມືອງຈັນທະບູລີ ເພື່ອຮັບຟັງຜົນໄດ້ຮັບການຊ່ວຍເຫຼືອຈາກໂຄງການ Panda Pack ໃນປີ 2022 ແລະ ໄດ້ຮັບຮູ້ສະພາບຄວາມຫຍຸ້ງຍາກທາງດ້ານການສຶກສາ ໂດຍການສຳພາດນັກຮຽນກ່ຽວກັບການນໍາໃຊ້ອຸປະກອນການສຶກສາເຂົ້າໃນການຮຽນ ພ້ອມທັງເຂົ້າຢ້ຽມຂໍ່ານັບ ທ່ານ ສົມມາດ
ພົນເສນາ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ພ້ອມລາຍງານການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອວຽກງານການສຶກສາໃຫ້ແກ່ ສປປ ລາວ ຂອງກອງທຶນຈີນ ເພື່ອຫຼຸດຜ່ອນຄວາມທຸກຍາກໃຫ້ປະທານຮັບຊາບ ໃນຖານະພວມມາຮັບໜ້າທີ່ໃໝ່ ແລະ ຍັງໄດ້ຮ່ວມກັບຫ້ອງການຄະນະສັນຕິພາບ ແລະ ສາມັກຄີຂອງລາວ ເດີນທາງໄປກວດກາແບບຟອມໂຄງການທີ່ແຂວງອຸດົມໄຊ ໂດຍ
ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມ ຂອງທ່ານ ຈັນທີ ວິລະໄຊພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ແລະ ໄດ້ມີຄຳເຫັນໃນການໃຫ້ການສະໜັບສະໜູນ ໂດຍເນັ້ນໜັກໃຫ້ພະນັກງານສຶກສາ ໂດຍສະເພາະຜູ້ອຳນວຍການທຸກໂຮງຮຽນ ສຸ່ມໃສ່ປະກອບເອກະສານໃຫ້ຄົບຖ້ວນຕາມຮູບແບບຂອງໂຄງການ, ໄດ້ອໍານວຍຄວາມສະດວກ ທາງດ້ານການປະສານງານ ໂດຍ
ສະເພາະເອກະສານຕ່າງໆ ແລະ ການປະສານງານກັບພາກສ່ວນກ່ຽວຂ້ອງທັງ 2 ແຂວງ ແລະ 8 ເມືອງ ຕາມແຜນການຈັດຕັ້ງປະຕິບັດໂຄງການ Panda Pack ປະຈໍາປີ 2022. ທັງໝົດນີ້, ກໍເພື່ອເຮັດໃຫ້ໂຄງການໃນປີນີ້ ບັນລຸຕາມແຜນການ ແລະ ເປົ້າໝາຍໃຫ້ຫຼາຍທີ່ສຸດ ເພື່ອຍາດແຍ່ງການຊ່ວຍເຫຼືອຈາກກອງທຶນດັ່ງກ່າວມາໃຫ້ແກ່ ສປປ ລາວ.
ສຳລັບການຊ່ວຍເຫຼືອອຸປະກອນການສຶກສາ ພາຍໃຕ້ໂຄງການ Panda Pack ໃນໄລຍະທີ 1 ຕົ້ນປີ 2022 ນີ້, ມີບັນດາໂຮງຮຽນປະຖົມທີ່ທາງໂຄງການ Panda Pack ໄດ້ມອບຖົງປຶ້ມ ແລະ ອຸປະກອນການຮຽນທັງໝົດ 369 ໂຮງຮຽນ ໃນ 8 ເມືອງ 2 ແຂວງ ຄື: ເມືອງຫຼວງນໍ້າທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄ່າ ແລະ ເມືອງນາແລ ແຂວງຫຼວງນໍ້າທາ ແລະ ເມືອງໄຊ,
ເມືອງງາ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ຕາມການສະເໜີຂອງຝ່າຍຈີນ ເພື່ອດໍາເນີນໂຄງການຕາມແລວທາງລົດໄຟ ລາວ-ຈີນ, ຊຶ່ງມີຈໍານວນນັກຮຽນທີ່ໄດ້ຮັບກະເປົ່າທັງໝົດແມ່ນ 30.000 ຄົນ ມູນຄ່າການຊ່ວຍເຫຼືອທັງໝົດ 4.500.000 ຢວນ.
ທີ່ມາ: ໜັງສືພິມ ສຶກສາ-ກິລາ