ໃນເວລາປະມານ 15:00 ໂມງ ຂອງວັນທີ 30 ກໍລະກົດ 2022 ເກີດເຫດຟ້າຜ່າຄົນ ເສຍຊີວິດ 1 ຄົນ, ເປັນເພດຍິງ ທີ່ບ້ານດົງ ເມືອງທຸລະຄົມ ແຂວງວຽງຈັນ ເຊິ່ງຟ້າໄດ້ຜ່າລົງມາຂະນະທີ່ຍິ່ງຄົນດັ່ງກ່າວກຳລັງຢືນຕຶກກະດຸ້ງ.
ຈາກການບອກເລົ່ງຂອງຄົນຢູ່ໃນເຫດການ ຫຼື ຄົນທີ່ໄປຕຶກກະດຸ້ງນຳກັນ ເລົ່າວ່າ: ຜູ້ຕາຍ ຊື່ນາງ ວອນ ພ້ອມດ້ວຍຫມູ່ ຈຳນວນ 5-6 ຄົນ ໄປຕຶກກະດຸ້ງ ຢູ່ນໍ້າທົນ ໃນຂະນະທີ່ມີຝົນຕົກຟ້າຮ້ອງ ຈຶ່ງເຮັດໃຫ້ຟ້າຜ່າໃນເວລາທີ່ຕຶກກະດຸ້ງ.
ນອກນີ້, ໃນວັນດຽວກັນ ໄດ້ເກີດຟ້າຜ່າ ເດັກນ້ອຍຊາຍ ເສຍຊີວິດ ຢູ່ບ້ານນໍ້າຖ້ວມໃຕ້ ເມືອງນໍ້າບາກ ແຂວງຫລວງພະບາງ
ຂໍສະແດງຄວາມເສຍໃຈ ນຳຄອບຄົວຜູ້ເສຍຊີວິດ.