ກະຕໍ້ຄູ່ຍິງ ແລະ ຄູ່ຊາຍ ຈາກ ສປປ ລາວ ເຂົ້າຊິງຫລຽນຄຳ ການແຂ່ງຂັນກິລາກະຕໍ້ຊິງແຊ້ມໂລກ ຊິງຂັນພະຣາດຊະທານ ຄິງຄັບ ຄັ້ງທີ 35 ທີ່ສູນການຄ້າແຟຊັ່ນໄອສແລນ, ນະຄອນຫລວງບາງກອກ, ປະເທດໄທ ໃນລະຫວ່າງວັນທີ 24-31 ກໍລະກົດ 2022.ປະເພດຄູ່ຍິງ ຮອບແບ່ງກຸ່ມ, ກຸ່ມ B ຄູ່ຍິງລາວເຮົາ ຜົນງານເດັ່ນ ຊະນະລວດ, ຊະນະ ມາເລເຊຍ, ເນປານ, ອີຣານ ແລະ ໄຕ້ຫວັນ, ມາໃນຮອບ 4 ທີມສຸດທ້າຍ ເອົາຊະນະ ມຽນມາ 2-0 ເຊັດ: 22-20, 21-13 ເຂົ້າຊິງກັບ ອິນໂດເນເຊຍ ທີ່ຊະນະ ມາເລເຊຍ 2-0 ເຊັດ: 22-14, 21-11.
ຂະນະທີ່ ຄູ່ຊາຍລາວເຮົາ ໃນຮອບແບ່ງກຸ່ມ, ກຸ່ມ C ຊະນະ 2 ນັດລວດ, ຊະນະ ໂອມານ 2-0 ເຊັດ: 21-7, 21-10 ແລະ ຊະນະ ນິວຊີແລນ (ນູແວນເຊລັງ) 2-0 ເຊັດ: 21-6, 21-13 ມາໃນຮອບ 4 ທີມສຸດທ້າຍ ເອົາຊະນະ ມຽນມາ 2-0 ເຊັດ: 21-13, 21-18 ຮອບຊິງພົບກັບ ມາເລເຊຍ ທີ່ເອົາຊະນະ ອິນໂດເນເຊຍ 2-0 ເຊັດ: 21-10 ທັງສອງເຊັດ ໂດຍຮອບຊິງຊະນະເລີດ ທັງຄູ່ຍິງ ແລະ ຄູ່ຊາຍຈາກລາວ ຈະລົງແຂ່ງຂັນໃນວັນທີ 31 ກໍລະກົດນີ້ ເວລາ 8:30.
ກ່ອນໜ້ານີ້ ກະຕໍ້ລອດບ້ວງ ປະເພດທີມຍິງ ແລະ ທີມຊາຍ ຈາກ ສປປ ລາວ ກໍມີຫລຽນລາງວັນ, ທີມຍິງຄວ້າອັນດັບ 2 ມາຄອງ ຮອບຊິງເສຍໃຫ້ ເຈົ້າພາບ ໄທ 450-690 ຄະແນນ, ອັນດັບທີ 3 ຮ່ວມ ອິນເດຍ ແລະ ກຳປູເຈຍ. ຂະນະທີ່ ກະຕໍ້ລອດບ້ວງ ທີມຊາຍຂອງລາວເຮົາ ໄດ້ອັນດັບທີ 3 ຮ່ວມກັບ ປາກິສຖານ ໂດຍຮອບຮອງຊະນະເລີດ ເສຍໃຫ້ ກຳປູເຈຍ 350-460 ຄະແນນ, ສ່ວນແຊ້ມເປັນຂອງເຈົ້າພາບ ໄທ ຮອບຊິງຊະນະ ກຳປູເຈຍ 680-410.
ການແຂ່ງຂັນກິລາກະຕໍ້ຊິງແຊ້ມໂລກ ຊິງຂັນພະຣາດຊະທານ ຄິງຄັບ ຄັ້ງນີ້ ສປປ ລາວ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 40 ຄົນ ຮ່ວມແຂ່ງຂັນ 6 ລາຍການເຊັ່ນ: ກະຕໍ້ລອດບ້ວງ ປະເພດທີມຍິງ, ທີມຊາຍ, ຄູ່ຍິງ, ຄູ່ຊາຍ, ທີມຊຸດຍິງ ແລະ ທີມຊຸດຊາຍ. ເຊິ່ງເຈົ້າພາບກຳນົດແຕ່ລະທີມສົ່ງໄດ້ບໍ່ເກີນ 6 ລາຍການຈາກທັງໝົດ 11 ລາຍການເຊັ່ນ: ກະຕໍ້ລອດບ້ວງ
ປະເພດທີມຍິງ, ທີມຊາຍ, ຄູ່ຍິງ, ຄູ່ຊາຍ, ທີມດ່ຽວຍິງ, ທີມດ່ຽວຊາຍ, ທີມຊຸດຍິງ, ທີມຊຸດຊາຍ, ທີມຍິງ 4 ຄົນ, ທີມຊາຍ 4 ຄົນ ແລະ ທີມປະສົມຍິງ 4 ຄົນ.
ສຳລັບການແຂ່ງຂັນຄັ້ງນີ້ ມີ 23 ປະເທດເຂົ້າຮ່ວມເຊັ່ນ: ອົດສະຕຣາລີ, ບັງກະລາເທດ, ເບຣຊິນ, ບຣູໄນ, ກຳປູເຈຍ, ສປຈີນ, ໃຕ້ຫວັນ, ອິນເດຍ, ອີຣານ, ອີຣັກ, ອິນໂດເນເຊຍ, ຍີ່ປຸ່ນ,
ສາທາລະນະລັດເກົາຫລີ, ສປປ ລາວ, ມາເລເຊຍ, ມຽນມາ, ເນປານ, ນິວຊີແລນ (ນູແວນເຊລັງ), ໂອມານ, ປາກິສຖານ, ສະວິດເຊີແລນ, ຫວຽດນາມ ແລະ ໄທ ເຈົ້າພາບ, ມີການຖ່າຍທອດສົດທາງໂທລະພາບ MONO 29.
ສູ້ໆເດີ! ໃຫ້ໄດ້ຫລຽນຄຳເດີ!! ລາວສູ້ໆ!!!