ອາໄລການຈາກໄປບໍ່ມີວັນກັບຂອງອີກສິລະປິນລາວ ເຈົ້າຂອງເພງ ເພັດໃນຕົມ

    0
    150

    ໄດ້ຂ່າວເສົ້າມາມື້ນີ້ ສູນເສຍນັກຮ້ອງອາວຸໂສໄປອີກຄົນ ເຈົ້າຂອງເພງທີ່ຫຼາຍຄົນຟັງຕິດຫູນັ້ນຄື “ເພັດໃນຕົມ” ເຊິ່ງເພິ່ນໄດ້ຈາກໄປຢ່າງສະຫງົບແລ້ວ ແລະຈະມີພິທີສົ່ງສະການໃນວັນເສົານີ້.

    ຂ່າວແຈ້ງວ່າ ນັກຮ້ອງເພງອຳມະຕະ ອາຈານ “ພອນເທບ ເທບພິທັກ” ເຈົ້າຂອງຜົນງານເພງດັງ “ເພັດໃນຕົມ” ໄດ້ເສຍຊີວິດແລ້ວ ໃນຕອນເຊົ້າ ວັນທີ 28 ກໍລະກົດ 2022 ທີ່ຜ່ານມາ, ທີ່ ບ້ານ ໂນນແກ້ວ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

    ພິທີສົ່ງສະການ ຈະໄດ້ຈັດຂຶ້ນໃນ ວັນເສົາ ວັນທີ 30 ກໍລະກົດ2022 ທີ່ ວັດສົມສະງັດ

    ຂໍສະແດງຄວາມເສຍໃຈກັບຄອບຄົວຕໍ່ການຈາກໄປຄັ້ງນີ້ດ້ວຍ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.