ຕ້ອງໄດ້ລະວັງ!ເຈົ້າໜ້າທີ່ໄທ ນຳກຳລັງພ້ອມຮ່ວມກັບຕົວແທນບໍລິສັດ ອະນິໂນະໂມ ໂຄອິງ (ປະເທດໄທ ຈຳກັດ) ເຂົ້າຄົ້ນບ້ານເຂດສາມໂຄກ, ແຂວງປະທຸມທານີ ແລະ ຫ້ອງເຊົາ ເຂດອຳເພີເມືອງ ຫຼັງສືບຮູ້ວ່າ ເປັນແຫຼ່ງຜະລິດແປງນົວ ແລະ ຜົ້ງຊູລົດປອມ.
ເມື່ອເຂົ້າຄົ້ນພົບວ່າ ແມ່ນແທ້! ຈິ່ງໄດ້ຍຶດສິນຄ້າ ລວມ 21 ລາຍງານ ຫຼື ປະມານ 50.000 ກວ່າຖົງ ໄວ້ເປັນຂອງກາງ. ຈາກການສອບສວນເບື້ອງຕົ້ນໃຫ້ຮູ້ວ່າ: ຜູ້ກໍ່ເຫດໄດ້ເຮັດລັກສະນະນີ້ເປັນເທື່ອທີ່ 2 ແລ້ວ(ຄັ້ງທຳອິດ ເມື່ອປີ 2020 ຖືກດຳເນີນຄະດີແຕ່ບໍ່ເຄັດລາບ) ໄດ້ນຳເອົາຜົງທີ່ເປັນສ່ວນປະກອບຫຼັກຂອງຜົ້ງຊູລົດ ທີ່ບໍ່ມີຍີ່ຫໍ່ມາແບ່ງໃສ່ຖົງຂາຍ ແລ້ວແອບອ້າງເປັນຍີ່ຫໍ່ຂອງ ອະນິໂນະໂມ
ແລ້ວສົ່ງໃຫ້ເຄື່ອຂ່າຍໄປເລາະຂາຍ ໃນຮ້ານຄ້າອ້ອມແອບແຂວງ. ເບື້ອງຕົ້ນໄດ້ແຈ້ງຂໍ້ຫາຮ່ວມກັນຈຳໜ່າຍສິນຄ້າທີ່ມີເຄື່ອງໝາຍຢູ່ແລ້ວ ຫຼື ການປອມແປງເຄື່ອງໝາຍການຄ້າ, ນອກຈາກນັ້ນ, ຍັງໄດ້ນຳເອົາຂອງກາງໄປກວດສອບຕໍ່ທີ່ກົມອາຫານແລະ ຢາ ຖ້າຫາກຜິດໃນສ່ວນປະກອບຈະຖືກຕັ້ງຂໍ້ຫາເພີ່ມ.