ທີມນັກກິລາ ຄາຣາເຕ້ ຄວ້າສອງຫລຽນເງິນ ໃນງານແຂ່ງຂັນກິລາມະຫາວິທະຍາໄລອາຊຽນຄັ້ງທີ 20

0
114

ທີມນັກກິລາ ຄາຣາເຕ້! ຄວ້າສອງຫລຽນເງິນ ໃນງານແຂ່ງຂັນກິລາມະຫາວິທະຍາໄລອາຊຽນຄັ້ງທີ 20

ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ໃຫ້ຮູ້ວ່າ: ໃນການແຂ່ງຂັນກີລາມະຫາວິທະຍາໄລອາຊຽນ ມື້ທີສອງ ວັນທີ 27 ກໍລະກົດ 2022 ນາງ ຕຸກຕາ ມຸກດາວົງ ນັກກິລາ ຄາຣາເຕ ປະເພດຕໍ່ສູ້ (ຍິງ) ຮຸ້ນນ້ຳໜັກ 55 ກິໂລ ສາມາດຄວ້າຫລຽນເງິນ ເຊິ່ງໃນການແຂ່ງຂັນຮອບ 4 ທີມ ສາມາດເອົາຊະນະນັກກີລາຈາກມາເລເຊຍດ້ວຍຄະແນນ 8-0 ແລະ ຮອບສຸດທ້າຍເສຍໃຫ້ກັບນັກກີລາຈາກປະເທດມາເລເຊຍ ດ້ວຍຄະແນນ 1-10 ສາມາດຄວ້າໄດ້ຫລຽນເງິນ

ສ່ວນການແຂ່ງຂັນ ຄາຣາເຕ້ (ຊາຍ) ຮຸ້ນ 55 ກິໂລ ທ້າວ ເພັດສະຫວັນ ລາດຊະສິມມາ ສາມາດເອົາຊະນະ ນັກກິລາຈາກປະເທດໄທ ສາມາດຍາດມາໄດ້ອີກ 1 ຫລຽນເງິນ. ລວມຫລຽນລາງວັນທີ່ນັກກີລາລາວ ສາມາດຍາດມາໄດ້ມີທັງຫມົດ 2 ຫລຽນເງິນ.


ທີມນັກກິລາ ຄາຣາເຕ້! ຄວ້າສອງຫລຽນເງິນ ໃນງານແຂ່ງຂັນກິລາມະຫາວິທະຍາໄລອາຊຽນຄັ້ງທີ 20


ທີມນັກກິລາ ຄາຣາເຕ້! ຄວ້າສອງຫລຽນເງິນ ໃນງານແຂ່ງຂັນກິລາມະຫາວິທະຍາໄລອາຊຽນຄັ້ງທີ 20