ກະຊວງອຸດສາຫະກຳແລະ ການຄ້າແຈ້ງການ ສະບັບເລກທີ 0985/ອຄ, ລົງວັນທີ 27 ກໍລະກົດ 2022.
ເລື່ອງການປັບຫລຸດລົງລາຄາຂາຍຍ່ອຍ ນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເຊິ່ງລາຄາໃໝ່ນີ້ແມ່ນເລີ່ມປະຕິບັດເວລາ 06 ໂມງເຊົ້າ ຂອງວັນທີ 28 ກໍລະກົດ 2022 ເປັນຕົ້ນໄປ.
ໃນນີ້: ແອັດຊັງພິເສດ ປັບຫລຸດລົງ 1,910 ກີບ/ລິດ, ແອັດຊັງທຳມະດາ ປັບຫລຸດລົງ 460 ກີບ/ລິດ ແລະ ກາຊວນ ປັບຫລຸດລົງ 680 ກີບ/ລິດ. ດັ່ງນັ້ນ ນະຄອນຫຼວງວຽງຈັນ ແອັດຊັງພິເສດ26.240 ກີບ/ລິດ, ແອັດຊັງທຳມະດາ19.470 ກີບ/ລິດ ແລະ ກາຊວນ 19.110 ກີບ/ລິດ.
ສ່ວນແຂວງສະຫວັນນະເຂດ ແອັດຊັງພິເສດ26.270 ກີບ/ລິດ, ແອັດຊັງທຳມະດາ 19.500 ກີບ/ລິດ ແລະ ກາຊວນ 19.140 ກີບ/ລິດ ແລະ ຈຳປາສັກ ແອັດຊັງພິເສດ 26.300 ກີບ/ລິດ, ແອັດຊັງທຳມະດາ 19.530 ກີບ/ລິດ ແລະ ກາຊວນ 19.170 ກີບ/ລິດ.
ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງຄິດໄລ່ຕາມທີ່ໄດ້ກຳນົດໄວ້ໃນໂຄງສ້າງລາຄານ້ຳມັນເຊື້ອໄຟສະັບເລກທີ 0648/ກຄພນ ລົງວັນທີ 26 ກໍລະກົດ 2022 ຈົນກວ່າຈະມີການປ່ຽນແປງ.