ສະຫະລັດອາເມລິກາ ປະກາດໃຫ້ທຶນຊ່ວຍເຫຼືອເພີ່ມ 8,500,000 ໂດລາສະຫະລັດ ໃຫ້ແກ່ໂຄງການ MAG ເພື່ອດຳເນີນການຂຸດຄົ້ນລ ະ ເ ບ ີ ດທີ່ບໍ່ທັນແຕກທີ່ແຂວງຊຽງຂວາງ

0
166

ສະຫະລັດອາເມລິກາ ປະກາດໃຫ້ທຶນຊ່ວຍເຫຼືອເພີ່ມ 8,500,000 ໂດລາສະຫະລັດ ໃຫ້ແກ່ໂຄງການ MAG ເພື່ອດຳເນີນການຂຸດຄົ້ນລະເບີດທີ່ບໍ່ທັນແຕກທີ່ແຂວງຊຽງຂວາງ. ບົດບັນທຶກຄວາມເຂົ້າໃຈ ໄດ້ອະນຸມັດໂດຍກະຊວງການຕ່າງປະເທດແລ້ວ ແລະ ຖືກເຊັນຢ່າງເປັນທາງການໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ NRA ແລະ MAG ໃນເດືອນພຶດສະພາ 2022, ພິທີປະຖົມນິເທດ

ປະກາດທຶນຊ່ວຍເຫຼືອເພີ່ມເຕີມນີ້ ໄດ້ຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ມື້ວານນີ້ ເຊິ່ງເຂົ້າຮ່ວມໂດຍ ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີ ກະຊວງ ຮສສ, ຮອງປະທານ ຜູ້ປະຈຳການ

ຄຊກລ, ທ່ານນາງ Rebecca Letven, ຫົວໜ້າອົງການແມັກປະຈຳລາວ, ທ່ານນາງ ຈອຍ ຊາກຸໄລ, ຮອງທູດສະຫະລັດອາເມລິກາປະຈຳລາວ ແລະ ທ່ານ ບຸນເຮືອງ ສຸລິໄຊ, ຫົວໜ້າພະແນກ

ແຮງງານ ແລະ ສະຫວັດດີການສັງຄົມແຂວງຊຽງຂວາງ,​ ຮອງປະທານຜູ້ປະຈຳການ ຄຄກລຂ.”ໃນຊ່ວງຫຼາຍປີທີ່ຜ່ານມາ, ໄດ້ມີສຳຫຼວດ ແລະ ກວດກູ້ລະເບີດທີ່ບໍ່ທັນແຕກທີ່ແຂວງຊຽງຂວາງຫຼາຍກວ່າ

ແຂວງອື່ນໆໃນ ສປປ ລາວ ແລະ ໃນປີ 2022, ສະຫະລັດອາເມລິກາ ທີ່ສະໜັບສະໜູນໂຄງການແມັກ ຈະສຳຫຼວດ ແລະ ກວດກູ້ໃຫ້ໄດ້ຫຼາຍກວ່າທີ່ຜ່ານມາ” ກ່າວໂດຍ ທ່ານນາງ ຈອຍ ຊາກຸໄລ, ຮອງທູດສະຫະລັດອາເມລິກາປະຈຳລາວ.

ຂ່າວ: ສະຖານທູດ​ສະຫະລັດ​ອາເມລິກາ​ ປະຈຳລາວ