ລັດຖະບານລາວ ມອບຫລຽນກາມິດຕະພາບ ໃຫ້ຮອງຜູ້ຕາງໜ້າອົງການ ຢູນີເຊັບ ປະຈໍາລາວ

0
123

UNICEF LAOS ໄດ້ໃຫ້ຮູ້ວ່າ: ຢູ່ກະຊວງການຕ່າງປະເທດ ຈັດພິທີປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານນາງ ບີອາເຕ ດັດສເທວ (Ms. Beate Dastel), ຮອງຜູ້ຕາງໜ້າອົງການຢູນີເຊັບ (UNICEF) ປະຈໍາ ສປປ ລາວ ທີ່ມີຜົນງານອັນພົ້ນເດັ່ນ ໃນການປະກອບສ່ວນໃນການຂົນຂວາຍການ ລະດົມທຶນຮອນ ແລະ ຊ່ວຍເຫລືອເຕັກນິກວິຊາການໃຫ້ແກ່ ສປປ ລາວ ແລະ ໃນໂອກາດທີ່ທ່ານໄດ້ສິ້ນສຸດການປະຕິບັດໜ້າທີ່ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງເຫັນດີຍ້ອງຍໍ ແລະ ມອບຫລຽນກາມິດຕະພາບ ໃຫ້ແກ່ຜູ້ກ່ຽວ ເຊິ່ງຕາງໜ້າໃຫ້ລັດຖະບານ ສປປ ລາວ ມອບໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ.

ທ່ານ ນາງ ບີອາເຕ ດັດສເທວ ໄດ້ຖືກແຕ່ງຕັ້ງ ໃຫ້ມາເປັນຮອງຜູ້ຕາງໜ້າອົງການ ຢູນີເຊັບ ປະຈຳ ສປປ ລາວຕັ້ງແຕ່ປີ 2019 ຕະຫລອດໄລຍະຂອງການປະຕິບັດໜ້າທີ່ ທ່ານໄດ້ປະກອບສ່ວນຢ່າງ

ຕັ້ງໜ້າ ເຂົ້າໃນການເຄື່ອນໄຫວວຽກງານການຊ່ວຍເຫລືອຂອງອົງການ ຢູນີເຊັບ ຕໍ່ ສປປ ລາວ ກໍຄື ການຊຸກຍູ້ ແລະ ສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານການພັດທະນາເດັກນ້ອຍ

ສົ່ງເສີມໂພຊະນາການເດັກ, ການປັບປຸງການສຶກສາໃນຂັ້ນອະນຸບານ, ການເສີມຂະຫຍາຍ ແລະ ປັບປຸງການໃຫ້ບໍລິການ ເພື່ອປ້ອງກັນການແພ່ລະບາດ ຂອງເຊື້ອພະຍາດຕິດແປດຕ່າງໆ, ນໍ້າສະອາດໃນເຂດຊຸມຊົນ ແລະ ສະຖານທີ່ການສຶກສາຕ່າງໆໃນເຂດຫ່າງໄກສອກຫລີກ, ການຊ່ວຍເຫລືອສຸກເສີນໃນເວລາເກີດ ແລະ ການຟື້ນຟູພາຍຫລັງໄພພິບັດ.