ທົດສະກຳຄະດີຂົ່ມຂືນ ແລ້ວຄາດຕະກຳ ຍິງ ອາຍຸ 47 ປີ

    0
    89

    ໃນວັນທີ 18 ກໍລະກົດ 2022, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງຫົວພັນ ໄດ້ນໍາຕົວຜູ້ຖືກຫາ ຊື່ ທ້າວ ແສງແກ້ວ ອາຍຸ 34 ປີຢູ່ບ້ານພູນສານ ເມືອງວຽງໄຊ ມາທົດສະກຳຄືນຄະດີຂົ່ມຂືນແລ້ວລົງມືຄາດຕະກຳ.

    ຈາກເຫດການດັ່ງກ່າວ, ເຈົ້້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 17 ເມສາ ຜ່ານມານີ້, ໄດ້ຮັບແຈ້ງຄວາມຈາກປະຊົນວ່າ: ພົບຄົນເສຍຊີວິດຍ້ອນຖືກຄາດຕະ ກຳຢູ່ຫ້ວຍນ້ຳສານເຂດບ້ານພູນສານ ເມືອງວຽງໄຊ ແຂວງຫົວພັນ; ເຊິ່ງຜູ້ເສຍຊີວິດຊື່ ນາງ ກໍ (ນາມສົມມຸດ) ອາຍຸ 47 ປີຢູ່ບ້ານພູນສານ ແລະ ຜ່ານການສອບສວນ ທ້າວ ແສງແກ້ວ ຮັບສາລະພາບວ່າ: ໃນໄລຍະປີ 2021 ຜ່ານມາ, ຜູ້ກ່ຽວ ໄດ້ລົງມືກະທຳຊຳເລົາ ເພື່ອຈະຂົ່ມຂືນ ນາງ ກໍ (ນາມສົມມຸດ) ແຕ່ບໍ່ສຳເລັດ ແລະ ຍັງໄດ້ເສຍເງິນຄ່າປົວແປງຈິດໃຈໃຫ້ຜູ້ກ່ຽວເປັນເງິນ ຈຳນວນ 2.000.000 ກີບ. ນັບແຕ່ນັ້ນມາ, ຈຶ່ງມີແນວຄິດວ່າ ໄດ້ເສຍເງິນແລ້ວ ກໍຕ້ອງໃຫ້ໄດ້ເສບສົມກັບຜູ້ກ່ຽວຈັກມື້ໃດມື້ໜຶ່ງໃຫ້ໄດ້.

    ມາຮອດຕອນເຊົ້າວັນທີ 16 ເມສາ 2022, ທ້າວ ແສງແກ້ວ ໄດ້ເຫັນ ນາງ ກໍ ໄປເກືອໄກ່ຢູ່ຖຽງໄຮ່ ໃກ້ກັບບ້ານພູນສານ. ຂະນະດຽວກັນ, ຜູ້ກ່ຽວ ຍັງໄດ້ໄປດື່ມເຫຼົ້າກັບໝູ່ອີກ ແລະ ຮອດເວລາປະມານ 12:00 ໂມງ ຈຶ່ງໄດ້ຂີ່ລົດຈັກໄປຫາ ນາງ ກໍ ຢູ່ຖຽງໄຮ່ ເພື່ອຈະລົງຂົ່ມຂືນ ແຕ່ເມື່ອໄປຮອດພັດບໍ່ເຫັນ ນາງ ກໍ, ຜູ້ກ່ຽວ ຈຶ່ງໄດ້ນອນຖ້າປະມານ 1 ຊົ່ວໂມງ ແຕ່ກໍບໍ່ເຫັນນາງ ກໍ ກັບມາ ຈຶ່ງໄດ້ກັບໄປດື່ມເຫຼົ້ານຳໝູ່ຕື່ມອີກ, ພໍຮອດເວລາປະມານ 18:00 ໂມງ ຜູ້ກ່ຽວ ໄດ້ໄປສົ່ງພີ່ນ້ອງຢູ່ຖຽງໄຮ່, ເຊິ່ງເປັນທາງເສັ້ນດຽວກັນກັບຖຽງໄຮ່ ຂອງນາງ ກໍ.

    ພາຍຫຼັງທີ່ສົ່ງພີ່ນ້ອງແລ້ວ, ທ້າວ ແສງແກ້ວ ກໍໄດ້ຂີ່ລົດຈັກມຸ່ງໜ້າໄປຖຽງໄຮ່ ຂອງ ນາງ ກໍ ເພື່ອຈະໄປຂົ່ມຂືນ ແລະ ເມື່ອໄປຮອດຈຶ່ງເຫັນນາງ ກໍ ກໍາລັງຍ່າງອອກມາຮອດຂັ້ນໄດຮົ້ວ. ຈາກນັ້ນ, ຜູ້ກ່ຽວ ຈຶ່ງໄດ້ພະຍາຍາມຂັດຂວາງບໍ່ໃຫ້ຜູ້ກ່ຽວກັບເຮືອນ ພ້ອມທັງໄດ້ເວົ້າວາຈາເພື່ອຂໍເສບສົມນໍາ ແຕ່ຖືກນາງ ກໍ ປະຕິເສດ ໂດຍນາງ ກໍ ເວົ້າວ່າຈະໄປເຮືອນໜຶ້ງເຂົ້າແຕ່ງກິນ ເພາະວ່າບໍ່ມີໃຜຢູ່ເຮືອນ. ແຕ່ເມື່ອ ນາງ ກໍ ເວົ້າສຸດຄວາມ, ທ້າວ ແສງແກ້ວ ຈຶ່ງໄດ້ຈັບແຂນດຶງຜູ້ກ່ຽວໄປແຄມຫ້ວຍນໍ້າ (ເວລານັ້ນ ນາງ ກໍ ໄດ້ເປ້ກະຕ່າເຄື່ອງມີພ້າຂໍ 1 ດວງ ) ນາງ ກໍ ໄດ້ຈັບເອົາພ້າຂໍຢູ່ກະຕ່າເຄື່ອງຂອງຜູ້ກ່ຽວອອກມາຂູ່, ແຕ່ທ້າວ ແສງແກ້ວ ໄດ້ຍາດເອົາພ້າຂໍ ແລ້ວຖິ້ມເຂົ້າປ່າ. ຈາກນັ້ນ, ຜູ້ກ່ຽວ ຈຶ່ງໄດ້ປ້ຳ-ກອດນາງ ກໍ ລົງພື້ນດິນ ແລ້ວລົງມືຂົ່ມຂືນຈົນສໍາເລັດ 1 ຄັ້ງ ແລະ ເມື່ອຂົ່ມຂືນສໍາເລັດແລ້ວ ນາງ ກໍ ໄດ້ເວົ້າໃຫ້ຜູ້ກ່ຽວວ່າ ຈະໄປແຈ້ງຕໍ່ອຳນາດການປົກຄອງບ້ານ, ຜູ້ກ່ຽວ ຈຶ່ງໄດ້ໃຊ້ຕີນເບື້ອງຂວາຢັນໃສ່ແອວນາງ ກໍ ເຮັດໃຫ້ ນາງ ກໍ ລົ້ມລົງກັບພື້ນ ພ້ອມທັງໄດ້ຮ້ອງຂຶ້ນ. ທ້າວ ແສງແກ້ວ ຈຶ່ງໄດ້ໃຊ້ມືທັງສອງເບື້ອງບີບຄໍນາງ ກໍ ຢ່າງແຮງ ປະມານ 5 ນາທີ ຈຶ່ງປ່ອຍແຕ່ຜູ້ກ່ຽວຍັງເໜັງຕີງຢູ່ຈຶ່ງໃຊ້ຕີນ ເບື້ອງຂວາຢັນໃສ່ຄໍ, ບ່າໄຫຼ່ທັງສອງເບື້ອງ, ປາກ ແລະ ຄາງກະໄຕ ຂອງຜູ້ກ່ຽວ ຈໍານວນ 3 ຄັ້ງເຮັດ ໃຫ້ນາງ ກໍ ເສຍຊີວິດ. ຈາກນັ້ນ, ຈຶ່ງລາກເອົາຊາກສົບຂອງ ນາງ ກໍ ໄປຖິ້ມລົງຫ້ວຍນໍ້າ ພ້ອມທັງເອົາກະຕ່າເຄື່ອງ ແລະ ເກີບຂອງຜູ້ເສຍຊີວິດໄປປະໄວ້ຢູ່ຖຽງໄຮ່ຂອງຜູ້ກ່ຽວ.

    ເວລາຕໍ່ມາ, ທ້າວ ແສງແກ້ວ ກໍເດີນທາງກັບເມືອບ້ານ ເພື່ອໄປຊອກຊື້ເຫຼົ້າມາດື່ມ ແຕ່ຮ້ານຂາຍເຄື່ອງທີ່ຢູ່ໃກ້ຄຽງແມ່ນປິດໝົດແລ້ວ ຈຶ່ງໄດ້ກັບ ໄປນອນຢູ່ເຮືອນ ແລະ ເຊົ້າຂອງມື້ຕໍ່ມາ, ຜູ້ກ່ຽວ ຈຶ່ງໄດ້ເລົ່າເຫດການທີ່ເກີດຂຶ້ນສູ່ຄອບຄົວຟັງ ແລະ ຄອບຄົວ ກໍໄດ້ແນະນໍາໃຫ້ ຜູ້ກ່ຽວ ໄປມອບຕົວຕໍ່ເຈົ້າໜ້າທີ່ ປກສ ກຸ່ມ ບ້ານ ເພື່ອໃຫ້ດຳເນີນຄະດີຕາມຂັ້ນຕອນກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.