ຄົນເກີດວັນອາທິດ:ການງານຜູ້ໃຫຍ່ຈະໃຫ້ໂອກາດສ້າງຜົນງານ ທ່ານຈະປະສົບຄວາມສຳເລັດໃນເລື່ອງວຽກງານການເງິນບໍລິວານຈະນຳໂຊກມາໃຫ້ທ່ານອາດໄດ້ເງິນ ຄວາມຮັກໄດ້ພົບຮັກທາງສື່ອອນລາຍ ເປັນຄົນທີ່ໃຜໆກໍຮູ້ຈັກ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີບົວ ເລກນຳໂຊກ8
ຄົນເກີດວັນຈັນ:ການງານສ້າງສັນຜົນວຽກງານໄດ້ດີຕາມເປົ້າໝາຍທີ່ທ່ານວາງໄວ້ ການເງິນໃຊ້ເງິນລົງທຶນຫລາຍເປັນພິເສດຕ້ອງລະວັງເລື່ອງຄ່າໃຊ້ຈ່າຍ ຄວາມຮັກຢູ່ໃນຊ່ວງຕັດສິນໃຈວ່າຈະເລືອກໃຜດີເພາະທ່ານບໍ່ໝັ້ນໃຈໃນເລື່ອງຄວາມຮັກ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ5
ຄົນເກີດວັນອັງຄານ:ການງານມີໂອກາດໄດ້ຍ້ານບ່ອນເຮັດວຽກ ຫຼື ໜ້າວຽກທີ່ທ່ານຮັບຜິດຊອບຢູ່ ການເງິນການເງິນຢູ່ໃນເກນຄົງທີ່ ແຕ່ລະວັງເລື່ອງລາຍຈ່າຍ ຄວາມຮັກໄດ້ພົບຄົນດີ ຄົນທີ່ທ່ານກໍຮູ້ຈັກມາກ່ອນຫນ້ານີ້ແລ້ວ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີແດງ ເລກນຳໂຊກ4
ຄົນເກີດວັນພຸດ:ການງານເກີດການເຈນລະຈາຕໍ່ລອງແລ້ວຈະສຳເລັດໃນເລື່ອງວຽກງານ ການເງິນມັກພົບເລື່ອງເສຍເງິນກັບສິ່ງຂອງທີ່ບໍ່ຈໍາເປັນ ຄວາມຮັກຄົນຮັກເອົາໃຈທ່ານເປັນພິເສດໃນຊ່ວງນີ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີສົ້ມ ເລກນຳໂຊກ6
ຄົນເກີດວັນພະຫັດ:ການງານໃຊ້ເງິນລົງທຶນແລ້ວເກີດຄວາມສຳເລັດໃນດ້ານທຸລະກິດ ການເງິນຫາເງິນໄດ້ຫລາຍເປັນພິເສດ ຄວາມຮັກຕ້ອງພະຍາຍາມອະທິບາຍບາງເລື່ອງໃຫ້ຄົນຮັກ ເພາະຄົນຮັກເປັນຄົນທີ່ໃຈຮ້ອນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ8
ຄົນເກີດວັນສຸກ:ການງານເຮັດທຸລະກິດຂາຍເສື້ອຜ້າໄດ້ຮັບຜົນກຳໄລດີ ການເງິນຈະໄດ້ຮັບເງິນຊ່ວຍເຫລືອຈາກຜູ້ຫວັງດີ ຄວາມຮັກໄດ້ພົບຮັກແທ້ ຄົນທີ່ທ່ານຄົບຫາເບິ່ງໃຈກັນຢູ່ເປັນຄົນທີ່ມີເປົ້າໝາຍກັບທ່ານ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນສີຂຽວ ເລກນຳໂຊກ 5
ຄົນເກີດວັນເສົາ:ການງານໄດ້ຮັບຄວາມຊັດເຈນໃນຂໍ້ຕົກລົງການເຮັດທຸລະກິດຮ່ວມກັບຫຸ້ນສ່ວນ ການເງິນຈະໄດ້ຮັບເງິນຈ່າຍຜູ້ໃຫຍ່ເຂົ້າມາໃຫ້ທ່ານໄດ້ລົງທຶນ ຄວາມຮັກເກີດຄວາມສຳພັນທີ່ດີໃນເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີມ້ວງ ເລກນຳໂຊກ4