ເຈົ້າໜ້າທີ່ ປກສ ແຂວງອັດຕະປື ຮັບກ້ອງວົງຈອນປິດ ມູນຄ່າ 50 ລ້ານກວ່າກີບ

    0
    123

    ໃນວັນທີ 21 ກໍລະກົດ ຜ່ານມາ, ຮ້ານຂາຍຄຳ ແລະ ກ້ອບປີ້ເອກະສານເມໂທ ສາຂາແຂວງອັດຕະປື ໄດ້ນຳເອົາກ້ອງວົງຈອນປິດ ຈຳນວນ 4 ເຄື່ອງ ມູນຄ່າ 55.000.000 ລ້ານກີບ (ຫ້າສິບຫ້າລ້ານກີບ) ມາມອບໃຫ້ ກອງບັນຊາການ ປກສ ແຂວງອັດຕະປື ເພື່ອນຳໃຊ້ເຂົ້າໃນຂົງເຂດວຽກງານວິຊາສະເພາະ, ກ່າວມອບໂດຍ ທ່ານ ກືງ ເຈົ້າຂອງຮ້ານຄຳ ແລະ ກ໊ອບປີ້ເອກະສານເມໂທ ສາຂາແຂວງອັດຕະປື ແລະ ກ່າວຮັບໂດຍ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

    ໃນໂອກາດດັ່ງກ່າວ, ພັອ ສີເວີນ ແກ້ວສີວົງສາ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະກອງບັນຊາການ ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ກືງ ແລະ ຄອບຄົວທີ່ເຫັນໄດ້ຄວາມສຳຄັນໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ພ້ອມທັງອວຍພອນໃຫ້ ທ່ານ ກືງ ແລະ ຄອບຄົວມີສຸຂະພາບແຂງແຮງ, ທຸລະກິດມີຄວາມຈະເລີນກ້າວໜ້າ; ສ່ວນເຄື່ອງຈຳນວນດັ່ງກ່າວ ແມ່ນຈະມອບໃຫ້ພາກສ່ວນກ່ຽວຂ້ອງ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ເກີດປະໂຫຍດແກ່ສັງຄົມ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.