ພາບປະເທັບໃຈ ຈາກນະຄອນຫຼວງພະບາງນັກທ່ອງທ່ຽວຕື່ນແຕ່ເຊົ້າໃສ່ບາດ

    0
    122

    ບ້ານເຮົາເມືອງພຸດ ແລະຍັງຄົງຄວາມສວຍງາມຂອງທຳມະຊາດ ຈິ່ງບໍ່ແປກໃຈທີ່ຄົນຈາກປະເທດອື່ນຈະມາທ່ຽວລາວ ເພື່ອສິ່ງນີ້ ສະນັ້ນພວກເຮົາຢ່າພະຍາຍາມທີ່ຈະເຮັດຄືເພິ່ນແຕ່ຈົ່ງເປັນເຮົາໃນຮູບແບບທີ່ບໍ່ມີຢູ່ໃສ ນອກຈາກເມືອງລາວ ກິນເຂົ້າໜຽວຕຳໝາກຫຸ່ງກໍແມ່ນຄວາມເປັນລາວ ນຸ່ງສິ້ນໄໝ, ຝ້າຍທຳມະດາໆກໍ່ຄືເອກະລັກຂອງຊາດລາວເຮົາ ແລະຕ້ອງເປັນເຈົ້າບ້ານທີ່ດີໃນການຕ້ອນຮັບຂັບສູ່ແຂກຄົນ.

    ມື້ນີ້ແອັດພາໄປສ່ອງການທ່ອງທ່ຽວວັດທະນະທຳ-ທຳມະຊາດໃນແຂວງຫຼວງພະບາງ ບອກເລີຍເຫັນແລ້ວອີ່ມໃຈອີ່ມບຸນນຳເພິ່ນທີ່ໄດ້ມາພັກຜ່ອນຢ່ອນອາລົມມາໃສ່ບາດຕອນເຊົ້າໆຕາມຂະນົບທຳນຽມທີ່ຄົນລາວເຮົາຊາວພຸດເຮັດເປັນປະຈຳ ແຕ່ຫຼວງພະບາງຈາກຕ່າງໜ້ອຍໜຶ່ງທີ່ເຮັດເປັນຂະບວນເປັນຈຳນວນຫຼາຍໆໃນແຕ່ລະເຊົ້າ.

    ໃນໄລຍະນີ້ຫລວງພະບາງ ແມ່ນມີແຂກຈາກປະເທດໄທ ເຂົ້າມາເບິ່ງ ມາຊົມ ມາທ່ຽວ ມາຂາບໄຫວ້ສັກກາຣະບູຊາ ພຣະທາຕຸ ແລະວັດວາອາຮາມ ເປັນຈຳນວນຫລວງຫລາຍ ນັບແຕ່ເຊົ້າ ເລິ່ມຈາກການໃສ່ບາດ-ຢາດນ້ຳ ທ່ຽວສະຖານທີ່ສຳຄັນທາງປະຫວັດສາດ ແລະສະຖານທີ່ທຳມະຊາດຕ່າງໆ ທົ່ວແຂວງຫລວງພຣະບາງ.


    ສິ່ງໜຶ່ງທີ່ຕ້ອງມີ ຢ່າໃຫ້ຂາດຄືຂໍໃຫ້ທຸກຄົນຈົ່ງເປັນເຈົ້າບ້ານທີ່ດີ ຈົ່ງອຳນວຍຄວາມສະດວກ ຍິ້ມແຍ້ມແຈ່ມໃສ ແນະນຳສະຖານທີ່ຕ່າງໆ ອາຫານທີ່ຂຶ້ນຊື່ຂອງແຂວງແລະເມືອງໃຫ້ເຂົາເຈົ້າຮູ້ຈັກ ຮັກແພງ ໂອບເອື້ຍອາລີ ມີສຳພັນຕະພາບທີ່ງົດງາມ ເພື່ອສ້າງບັນຍາກາດແຫ່ງມິດຕະພາບ ດ້ວຍຄວາມຈິງໃຈ ທີ່ເປັນສະເໜ່ຂອງຄົນເມືອງຫລວງພະບາງ.

    ການເຊີນຊວນຄົນຈາກທຸກມຸມໂລກ ນອກຈາກການກະຈາຍຂໍ້ມູນຂ່າວສານ, ຮູບພາບທີ່ດຶງດູດແລ້ວ ການເປັນຄົນອັດທະຍາໄສດີ ມີຮອຍຍີ້ມທີ່ຈິງໃຈບໍ່ເອົາລັດເອົາປຽບແຂກກໍ່ສຳຄັນເຊັ່ນດຽວກັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.