ສາວໄວ 20 ຮຽນບໍ່ຈົບ ເປັນໜີ້ 300 ລ້ານ, ສູ້ປ່ຽນແປງໂຕເອງ ຂາຍອອນລາຍ ພາຍໃນ 3 ປີ ມີທຸກຢ່າງ ກໍາລັງປົດໜີ້ໝົດ

    0
    161

    ສາວໄວ 17 ຮຽນບໍ່ຈົບ ເປັນໜີ້ 300 ລ້ານ, ສູ້ປ່ຽນແປງໂຕເອງ ຂາຍອອນລາຍ ພາຍໃນ 3 ປີ ມີທຸກຢ່າງ ກໍາລັງປົດໜີ້ໝົດຈາກໂພສຂອງສາວຄົນງາມ Yenly Phettavanh ໂພສໄວ້ວ່າ ກວ່າຈະມາຮອດມື້ນີ້ ລົ້ມ100 ຄັ້ງ 1000 ຄັ້ງຜ່ານມາ ຫລີ້ບໍ່ເຄີຍ ຄິດທີ່ຈະຖອຍເລີຍ

    ຮຽນບໍ່ຈົບ ເປັນຫນີ້ 300 ລ້ານ ຄິດວ່າຊິຫາວຽກທາງໃດຊິປົດຫນີ້ໄດ້ນອກຈາກ ມາຂາຍອອນລາຍ ແມ່ນບໍ ເສຍເວລາອ່ານກ່ອນ ຈາກເດັກນ້ອຍ17ປີ, ມີຫນີ້2-300.000.000ກີບ Yenly ແມ່ຄ້າຢານວດພັນລ້ານ ຢາກບອກວ່າ ຄວາມສຳເຫລັດບໍ່ຈຳເປັນ ຈຳກັດອາຍຸ ອາຍຸ13-14ປີຫລີ້ ຂາຍເສື້ອຜ້າ ກຳໄລພໍຈ່າຍກິນກຸ້ມມື້ ບໍ່ມີເປົ້າຫມາຍ

    15ປີຫລີ້ ສ້າງແບຮນຄີມ ຈົ່ມທຸນ ຂາຍບໍ່ເປັນບໍ່ຮູ້ຊ່ອງທາງ ວິທີຂາຍ 16ປີຫລີ້ ສ້າງແບຮນຄີມ ເຈັ້ງ ເປັນຫນີ້ 17ປີຫລີ້ ຜະລິດເສື້ອຜ້າ ຖືກໂກງ ເປັນຫນີ້200-300ລ້ານກີບ

    18ປີຫລີ້ ສ້າງແບຮນ ສະບູ່ ເປັນຫນີ້ ເພາະ ບໍ່ມີຄວາມຮູ້ ແລະ ຂາຍເຄື່ອງທົ່ວໄປ ແບບບໍ່ມີເປົ້າຫມາຍ (ເລາະຫລິ້ນກິນເບຍຟູມເຟື່ອຍ ນອນເດິກຕື່ນສວຍ ເລາະເດິກ ກັບແຈ້ງ) ຫນີ້ຖ້ວມຫົວ
    19ປີຫລີ້ ບໍ່ໄຫວແລ້ວພາລະໂຄດຫລາຍ ມີຫນີ້ທີ່ຕ້ອງຮັບຜິດຊອບ ແລະ ມີຄອບຄົວທີ່ຕ້ອງໄດ້ດູແລ ຫາເອງມາທັ້ງຊີວິດ ເຈັບມາ 10000 ຄັ້ງ

    ຄົນທີ່ຮູ້ຈັກຫລີ້ອາດຈະຮູ້ວ່າ ຖານະຄອບຄົວບໍ່ມີ ຮອດຈຸດບໍ່ໄຫວແລ້ວ ເລິຍຕັດສິນໃຈສູ້ປ່ຽນແປງທຸກຢ່າງຈາກທີ່ຕື່ນ 2 ໂມງສວຍ ບັງຄັບໂຕເອງຕື່ນ6ໂມງເຊົ້າ ອັດຄິບ ຖ່າຍຮູບ ຈົດອໍເດີ້ ແພັກເຄື່ອງເອງ ສົ່ງເອງຫລຸດຜ່ອນ ເຫລົ້າເບຍ,ຫລິ້ນກິນ, ປາຕີ້ (ຜ່ອນບໍ່ແມ່ນເຊົາເລີຍ )

    ມື້ແລກອາດຈະຍາກ ເຮັດທຸກມື້ສະຫມຳ່ສະເຫມີ ເຮັດທັ້ງທີຂີ້ຄ້ານ ແຕ່ຕ້ອງເຮັດ ແລະແລ້ວ ເວລາຜ່ານໄປ 1-2ເດືອນ ມັນຈະເປັນແຄເລື່ອງທຳມະດາ ມັນຈະປັບໄປໃນໂຕໂດຍອັດຕະໂນມັດເອງ
    ຕອນນີ້ ຫລີ້ ອາຍຸ 20ປີ ໄດ້ ແລະ ທຸລະກິດສ່ວນໂຕ Captian Express ສາຂາດອນກອຍ ຮັບສັ່ງສິນຄ້າຈາກໄທແລະຈີນຟີທຸກຢ່າງສ້າງເອງ ນ້ຳພັກນ້ຳແຮງໂຕເອງ ຈາກເງິນໂຕເອງ ທີ່ຂາຍອອນລາຍ ບໍ່ເຄີຍຂໍພໍ່ແມ່ ແລະ ຜູ້ຊາຍທາງໃດ ນະຈະຢ້ຳ ຍາມໃດກະຫາວ່າ ມີປ໋າລ້ຽງ ຫນີໄປ

    ເປົ້າຫມາຍຕໍ່ໄປ ກຽມ ປົດຫນີ້ໃຫ້ຫມົດ ແລະ ຈຸດຈຸດຈຸດ (ຫນີ້200-300ລ້ານໃກ້ຊິຫມົດແລ້ວ ອົດທົນເດີ ເຈົ້າຫນີ້ ເຫັນໂພດນີ້ຢ່ານຳຫນີ້ເດີໂອນໃຊ້ທຸກທິດຢູ່ ແຮະ ຂອບໃຈທີ່ໃຫ້ໂອກາດຫລີ້ເດີ)
    (ທຸກຄົນມີອະດີດທີ່ບໍ່ດີ ແກ້ໄຂປັນຫາໃນສິ່ງທີ່ເຮັດຜິດແລະຜິດພາດ ໃຫ້ໂອກາດໂຕເອງ ສຳລັບຂ້ອຍຖິ້ມໄວ້ຂ້າງຫລັງຫມົດ ທຸກມື້ນີ້ ຄິດດີ ເຮັດດີສ້າງແຕ່ຄວາມດີ ຮູ້ແບ່ງປັນເພື່ອແຜ່

    ໂຟກັດປັດຈຸບັນໃຫ້ດີທີ່ສຸດ ທຸກຢ່າງປ່ຽນແປງໄດ້ ຢູ່ທີ່ໂຕເຮົາເອງ ທີ່ຈະກ້າຕັດສິນໃຈປ່ຽນ ໃຈຕ້ອງກ້າ ໃຈຕ້ອງເຂັ້ມແຂງ ຕ້ອງໃຊ້ຄວາມອົດທົນສູງ(ຢ່າຝາກຊີວີດໄວ້ທີ່ ຄຳເວົ້າ ຂອງຄົນອື່ນ ເພາະສຸດທ້າຍແລ້ວ ເຮົາຄົນດຽວທີ່ຕ້ອງ ຟັງຫົວໃຈໂຕເອງ ເພິ່ງພາໂຕເອງ ໃນທີ່ສຸດ) ສຸດທ້າຍນີ້ ໃຜທີ່ທໍ້ ຫລີ້ຢາກບອກວ່າ ລຸກຂື້ນສູ້ ຕັ້ງໃຈ ແລະ ອົດທົນ ຫາຄວາມຮູ້ເລື້ອຍໆ ມື້ຫນຶ່ງມັນຈະເປັນຂອງເຮົາເອງບໍ່ໄວກໍຊ້າ (ແຕ່ຢ່າຊ້າເກີນໄປ )

    ໃນເມື່ອເຮົາບໍ່ລົ້ມເລີກ ຂ້ອຍເຊື່ອໂຕເອງສະເຫມີ ວ່າ ຂ້ອຍເຮັດໄດ້ແນ່ນອນ ລົ້ມ 10000 ຄັ້ງ ແຕ່ບໍ່ເຄີຍຄິດລົ້ມເລີກ ໃຈໂຄດດື້ ຂອບໃຈຄົນທີ່ຊັດພອດແລະຢູ່ຂ້າງໆໃນມື້ທີ່ຂ້ອຍລົ້ມທຸກຄົນຂ້ອຍຈະບໍ່ລືມບຸນຄຸນໃນມື້ທີ່ຂ້ອຍເຕີບໂຕ

    ຈາກ: Yenly Phettavanh

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.