ຢູ-8 ມາໍດ້າ ແຈ້ງເກີດ ຄອງແຊ໋ມ ລາຍການ ລາລິກາ ຢຸດ ທົວນາເມັນ 2022 ທີ່ປະເທດມາເລເຊຍ
ຂຸນພົນນັກເຕະໝາກເຜັດຂີ້ໜູ ຢູ-8 ປີ ມາຊດ້າ ຫຼື Mazda GB FC U8 ຕົວແທນຈາກສປປ ລາວ ນຳໂດຍ ປ໋າ ຊິງ ປະທານສະໂມສອນ ມາຊດ້າ ພາເຍົາວະຊົນລາວ ລົງສະໜາມໃນລາຍການ ລາລິກາ ຢຸດ ທົວນາເມັນ 2022 (LaLiga Youth Tournament 2022) 6 ນັດ ຊະນະ 4 ສະເໝີ 2 ໂດຍສະເພາະໃນ 3 ນັດສຳຄັນ ລະດັບດິວິຊັ່ນ 1 ສາມາດຊະນະໄດ້ເຖິງ 2 ນັດ ແລະ ສະເໝີ 1 ລວມມີ 7 ຄະແນນ ແຈ້ງເກີດ ຄອງແຊ໋ມລາຍການດັ່ງກ່າວ ພ້ອມທັງສ້າງຊື່ສຽງໃຫ້ແກ່ວົງການກິລາບານເຕະລາວ.
ລາຍການນີ້ ຈັດຂຶ້ນລະຫວ່າງວັນທີ 23-24 ກໍລະກົດ 2022 ທີ່ເມືອງປີນັງ ປະເທດມາເລເຊຍ ຊຶ່ງເປັນໂຄງການຂອງ ລີກລາລິກາ ຈາກປະເທດສະເປນ ສົ່ງເສີມນັກເຕະຮຸ່ນສືບທອດພອນສະຫວັນດີເດັ່ນໃນຂົງເຂດອາຊຽນ ເພື່ອກ້າວສູ່ການເປັນນັກກິລາອາຊີບໃນອະນາຄົດຂອງລີກອາຊີບ ປະເທດດັ່ງກ່າວ.
ລາຍການດັ່ງກ່າວ ມີການຊີງໄຊກັນເຖິງ 5 ຮຸ່ນ ກໍຄື ຢູ-8, ຢູ-10, ຢູ-12, ຢູ-14 ແລະ ຢູ-16, ໃນນັ້ນ ມີນັກກິລາຈາກປະເທດໄທ, ຟີລິບປີນ, ອີນໂດເນເຊຍ, ລາວ ແລະ ເຈົ້າພາບ ມາເລເຊຍ ເຂົ້າຮ່ວມ ສະເພາະ ຢູ-8 ມີ 8 ທີມ ແລະ Mazda GB FC U8 ຕົວແທນສປປ ລາວ ຖືກຈັດຢູ່ກຸ່ມ B ໂດຍມີທີມຈາກເຈົ້າພາບເຂົ້າຮ່ວມແຂ່ງຂັນ 7 ທີມ.