ຂ່າວດີສຳລັບນັກລົງທຶອນໂດຍສະເພາະຜູ້ທີ່ມີຄວາມສົນໃຈຈອງພັນທະບັດລັດຖະບານທີ່ອອກໂດຍກະຊວງການເງິນແມ່ນພ້ອມນຳອອກຈຳໜ່ວຍແລ້ວເລີ່ມມືອື່ນ 22 ກໍລະກົດເປັນຕົ້ນໄປ ຜ່ານທະນາຄານການຄ້າຕ່າງປະເທດລາວທຸກສາຂາທົ່ວປະເທດ ມີເຄົາເຕີ້ຈັດໃຫ້ສະເພາະ.
ການເປີດຂາຍ ພັນທະບັດລັດຖະບານ (ທີ່ ອອກໂດຍ ກະຊວງການເງິນ) ງວດທີ 02 ປະຈໍາເດືອນ ກໍລະກົດ ປີ 2022
ທ່ານສາມາດຊື້ ພັນທະບັດລັດຖະບານ ໂດຍຜ່ານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ທຸກສາຂາທົ່ວປະເທດ (ເຊິ່ງແຕ່ລະສາຂາຈະມີເຄົາເຕີ້ໃຫ້ບໍລິການຂາຍພັນທະບັດສະເພາະ).
ໄລຍະການຈອງຊື້ ງວດທີ່ 02 ນັບແຕ່ວັນທີ 22-28 ກໍລະກົດ 2022 ມູນຄ່າການອອກຈໍາໜ່າຍທັງໝົດ 1.900 ກວ່າຕື້ກີບ, ລາຄາຂາຍ 100.000 ກີບ/ໜ່ວຍ ແລະ 50 ລ້ານໂດລາສະຫະລັດ, ລາຄາຂາຍ 100 ໂດລາ/ໜ່ວຍ.
ກ່ຽວກັບການເບີກຈ່າຍດອກເບ້ຍແມ່ນ 2 ຄັ້ງຕໍ່ປີ ຂອງແຕ່ລະປີ ຈົນຄົບມື້ໄຖ່ຖອນ ແລະ ສາມາດໄຖ່ຖອນເງິນຕົ້ນໄດ້ເມື່ອຮອດມື້ຄົບກຳນົດໄຖ່ຖອນ.
ພັນທະບັດລັດຖະບານ ສາມາດປ່ຽນມື ໃນຕະຫຼາດຂັ້ນ 2 ແລະ ນໍາໃຊ້ເປັນເອກະສານທາງການເງິນທີ່ສາມາດນໍາໃຊ້ເປັນຫຼັກຊັບຄໍ້າປະກັນໄດ້ຕາມກົດໝາຍຂອງ ສປປ ລາວ.
ສໍາລັບຜູ້ທີ່ມີສິດຊື້ພັນທະບັດລັດຖະບານ ແມ່ນບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ເອກະສານຢັ້ງຢືນຕົວຕົນປະກອບມີ: ສໍາເນົາບັດປະຈໍາຕົວ ຫຼື ສໍາມະໂນຄົວ ຫຼື ໜັງສືເດີນທາງ (Passport); ຖ້າເປັນບໍລິສັດ ຫຼື ສະຖາບັນ ແມ່ນໃຫ້ສໍາເນົາໃບທະບຽນວິສາຫະກິດ ແລະ ສໍາເນົາບັດປະຈໍາຕົວ ຫຼື ໜັງສືເດີນທາງ ຂອງບຸກຄົນທີ່ໄດ້ຮັບມອບສິດ.