ເຈົ້າໜ້າທີ່ ປກສ ເມືອງຊ່ອນ ເເຂວງຫົວພັນ ສາມາດຈັບຕົວເປົ້າໝາຍຄ້າ-ຂາຍຢ າ ເ ສ ບ ຕ ິ ດ ໄດ້ 1 ຄົນ ພ້ອມຂອງກາງຢ າ ບ ້ າ 113 ເມັດ ໃນຕົ້ນເດືອນກໍລະກົດນີ້.
ເຈົ້າໜ້າທີ່ ປກສ ເມືອງຊ່ອນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຫຼ່ງຂ່າວວ່າ: ມີການລັກລອບຊື້ຂາຍຢ າ ເ ສ ບ ຕ ິ ດຢູ່ຂອບເຂດບ້ານວັດ ເມືອງຊ່ອນ ແຂວງຫົວພັນ; ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ລົງຕິດຕາມ. ຮອດເວລາ 19:30 ໂມງ ຂອງວັນທີ 10 ກໍລະກົດ 2022, ຈຶ່ງສົມທົບກັບອົງການປົກ ຄອງບ້ານ, ປກຊ-ປກສ ບ້ານເຂົ້າກວດຄົ້ນເຮືອນຂອງນາງ ໄມ ອາຍຸ 50 ປີ ຢູ່ບ້ານວັດ ເມືອງຊ່ອນແຂວງຫົວພັນ. ຜ່ານການກວດຄົ້ນ ພົບເຫັນຂອງກາງປະເພດຢ າ ບ ້ າ 113 ເມັດ ຊຸກເຊື່ອງໄວ້ໃນເຮືອນຂອງຜູ້ກ່ຽວ ຈຶ່ງໄດ້ຈັບຕົວຜູ້ກ່ຽວພ້ອມຂອງກາງໄປສອບສວນ.
ຜ່ານການສອບສວນ, ຜູ້ກ່ຽວ ໄດ້ສາລະພາບວ່າ: ຢ າ ເ ສ ບ ຕ ິ ດຈໍານວນດັ່ງກ່າວ ໄດ້ຊື້ນໍາບຸກຄົນບໍ່ຮູ້ຊື່ ເພື່ອນໍາເອົາຢາມາເສບ ແລະ ຂາຍ; ປັດຈຸບັນ, ໄດ້ນຳສົ່ງຜູ້ກ່ຽວ ພ້ອມຂອງກາງ ໃຫ້ພະແນກສະກັດກັ້ນ ແລະ ຕ້ານຢ າ ເ ສ ບ ຕ ິ ດ ປກສ ແຂວງ ສືບຕໍ່ດໍາເນີນຄະດີຕາມກົດໝາຍ.