ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ V ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ເຫັນດີເປັນເອກະພາບ ກໍານົດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃຫ້ເປີດໃນວັນທີ 13 ທັນວາ 2022 ແລະ ປິດວັນທີ 22 ທັນວາ 2022, ຊຶ່ງກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ແຂວງຊຽງຂວາງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຈັນ ສີ
ວົງພັນ ເຈົ້າແຂວງຊຽງຂວາງ ທັງເປັນປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຮ່ວມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ພ້ອມດ້ວຍຄະນະຮັບຜິດຊອບລະດັບຊາດ ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ V ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ນີ້ ແມ່ນໄດ້ ເຫັນດີຕາມການລາຍງານຂອງຫົວໜ້າກໍາມະການເຕັກນິກ-ຈັດການແຂ່ງຂັນ ຮູບແບບການຈັດການແຂ່ງຂັນກິລາ ກໍານົດເປັນ 5 ໝວດປະເພດກິລາ ແບ່ງການແຂ່ງຂັນເປັນແຕ່ລະໄລຍະ ເລີ່ມແຕ່ວັນທີ 8-15 ພະຈິກ 2022, ວັນທີ 17-21 ພະຈິກ 2022, ວັນທີ 23–28 ພະຈິກ
2022, ວັນທີ 30 ພະຈິກ ຫາ 10 ທັນວາ 2022 ແລະ ວັນທີ 9-22 ທັນວາ 2022 ເພື່ອເນັ້ນໃສ່ຫຼຸດຜ່ອນການແອອັດ ເພື່ອປ້ອງກັນມາດຕະການຕອບໂຕ້ພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ນອກຈາກນັ້ນ, ຄະນະຮັບຜິດຊອບລະດັບຊາດ ຍັງໄດ້ເຫັນດີຕັດອອກ 3 ປະເພດກິລາ ຄື: ກິລາເຮືອຊ່ວງ, ບີລຽດ-ສະນຸກເກີ ແລະ ໂບລິ້ງ ຈາກຈໍານວນ 28 ປະເພດກິລາໃນເມື່ອກ່ອນ ເຫຼືອພຽງ
ການແຂ່ງຂັນ 25 ປະເພດກິລາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ເຊັ່ນ ບານເຕະຊາຍ, ບານເຕະຍິງ, ແລ່ນ-ລານ, ບານບ້ວງ, ເທັນນິດ, ດອກປີກໄກ່, ກະຕໍ້, ປິ່ງປ່ອງ, ເທຄວັນໂດ, ຢູໂດ, ປັນຈັກສີລັດ, ວູຊູ, ໝາກແລ້, ໝາກເສິກ, ໝາກຂ່າງ, ໜ້າເກັກ, ຍິງທະນູ, ລົດຖິບ, ລອຍນໍ້າ, ບານສົ່ງໃນຮົ່ມ, ເປຕັງ, ກ໊ອຟ, ຍິງປືນ, ມວຍລາວ ແລະ ມວຍສາກົນ.