ທ້າວ ຮຸ່ງເຮືອງ ກອນສິນ ຜູ້ມັກຮັກໃນກິລາ ມອບເງິນສ່ວນຕົວ 300 ລ້ານກີບ ໃຫ້ທີມນັກກິລາບານເຕະ ທີມຊາດລາວ U19.
ວັນທີ 19 ກໍລະກົດ 2022 ທ້າວ ຮຸ່ງເຮືອງ ກອນສິນ ອາຍຸ 13 ປີ ໄດ້ນຳເງິນເກັບທ້ອນສະສົມສ່ວນຕົວເຂົ້າມອບໃຫ້ທີມນັກກິລາບານເຕະທີມຊາດລາວ U19 ຈຳນວນ 300 ລ້ານກີບ ເພື່ອເປັນຂວັນກຳລັງໃຈ ທີ່ສາມາດຍາດໄດ້ຫລຽນເງິນ ໃນການແຂ່ງຂັນບານເຕະ AFF U19 Championship 2022 ທີ່ປະເທດອິນໂດເນເຊຍ.
ທ້າວ ຮຸ່ງເຮືອງ ກອນສິນ ໄດ້ກ່າວວ່າ: ການມອບເງິນຈຳນວນດັ່ງກ່າວແມ່ນເພື່ອເປັນການປະກອບສ່ວນສະໜັບສະໜູນໃຫ້ນັກກິລາ ນຳໄປໃຊ້ການຝຶກຊ້ອມພັດທະນາທີມໃນອະນາຄົດ, ເງິນສ່ວນນີ້ເປັນ
ເງິນທີ່ເກັບທ້ອນມາເປັນເວລາຫລາຍປີ ອີກຢ່າງຕົນເອງກໍເປັນຜູ້ໜຶ່ງທີ່ມັກຮັກໃນກິລາ, ໂດຍສະເພາະ ບານເຕະ ແລະ ບາສເກັດ ໄດ້ເຫັນຜົນງານອັນໂດດເດັ່ນຂອງອ້າຍໆ ຈຶ່ງຕັດສິນໃຈມອບເງິນສະໜັບສະໜູນດ້ວຍຄວາມເຕັມໃຈແບບບໍ່ລັງເລ.
ໃນການແຂ່ງຂັນໃນລາຍການ AFF U19 ຄັ້ງນີ້ກໍໄດ້ຕິດຕາມຊົມ ແລະ ເຊຍທີມບານເຕະ ຂອງບັນດາອ້າຍໆ ທຸກນັດທີ່ລົງແຂ່ງຂັນ. ເຖິງວ່າຜົນອອກມາຈະໄດ້ອັນດັບສອງ ແຕ່ມັນຄືຄວາມພາກພູມໃຈທີ່ສຸດນຳທີມຊາດລາວຊຸດນີ້ ເພາະມັນໄດ້ສ້າງປະຫວັດສາດໃຫ້ວົງການກິລາບານເຕະທີມຊາດລາວທີ່ສາມາດຜ່ານເຂົ້າຮອບຊີງຊະນະເລີດ ໃນລາຍການດັ່ງກ່າວ.
ທ້າວ ຮຸ່ງເຮືອງ ກອນສິນ ເປັນລູກຂອງ ທ່ານ ນາງ ວິພາພອນ ກອນສິນ ປະທານ ບໍລິສັດ ລາວວິໄອພີ ພັດທະນາການລົງທຶນຈຳກັດ ຜູ້ດຽວ ທັງເປັນ ປະທານ ບໍລິສັດ Lao VIP SIRIUS BLOCKCHAIN TECHNOLOGY SOLE CO., LTD (ບໍລິສັດ ລາວວິໄອພີ ຊີຣຽດ ບລັອກເຊນ ເຕັກໂນໂລຊີ ຈຳກັດ ຜູ້ດຽວ ), ປັດຈຸບັນ ສຶກສາຢູ່ ໂຮງຮຽນນານາຊາດ ປັນຍາທິບ (PIS) ເປັນນັກຮຽນ ຊັ້ນມ.3 ກຽມຂຶ້ນ ມ.4