ຄົນເກີດວັນອາທິດ:ການງານທຸລະກິດຈະການຄ້າຂອງທ່ານຈະປະສົມຄວນສໍາເລັດ ການເງິນຈະໄດ້ໂຊກຈາກຜູ້ໃຫຍ່ຊ່ວຍອຸປະຖໍາ ຄວາມຮັກພົບເລື່ອງຫ່າງເຫີນ ເລີກລາ ຢ່າຮ້າງ ກັບຄົນຮັກເພາະມີບັນຫາທີ່ຕົກລົງກັນບໍ່ໄດ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີແດງ ເລກນຳໂຊກ 9
ຄົນເກີດວັນຈັນ:ການງານການເຈລຈາ ແລະ ການຂະຫຍາຍທຸລະກິດເກີດຄວາມສຳເລັດ ການເງິນຈະມີຄົນມາຢິບຢືມເງິນຈາກທ່ານຕ້ອງລະວັງເລື່ອງຂອງເອກະສານ ຫຼື ສັນຍາ ຄວາມຮັກໄດ້ພົບຄົົນທີ່ມີສະເໜ່ ຄົນເກັ່ງເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີດໍາ ເລກນຳໂຊກ 2
ຄົນເກີດວັນອັງຄານ:ການງານພົບອຸປະສັກຕິດຂັດຈຶ່ງຕ້ອງແກ້ໄຂບັນຫາສະເພາະໜ້າໄດ້ ການເງິນມື້ນີ້ໂຊກຈະໄດ້ເງິນເຂົ້າມາໃຊ້ຈ່າຍ ຄວາມຮັກສຸກສົມຫວັງໃນເລື່ອງຮັກ ແຕ່ຕ້ອງລະວັງເລື່ອງຂອງເວລາ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນ ສີບົວ ເລກນຳໂຊກ 9
ຄົນເກີດວັນພຸດ:ການງານເຮັດທຸລະກິດຈະການຄ້າອາຫານຫລືຂອງແຟຊັ່ນໄດ້ຜົນກຳໄລງາມ ການເງິນມື້ນີ້ໂຊກດີຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກໄດ້ພົບຮັກກັບຄົົນທີ່ມີນິໄສຄ້າຍທ່ານ ອາດແມ່ນຄົນທີ່ທ່ານເອງກໍຮູ້ຈັກ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີສົ້ມ ເລກນຳໂຊກ 3
ຄົນເກີດວັນພະຫັດ:ການງານການເຈລະຈາຕໍ່ລອງເກີດຄວາມສຳເລັດດີ ເຮັດໃຫ້ວຽກງານມີຄວາມກ້າວໜ້າ ການເງິນມື້ນີ້ໂຊກດີຈະໄດ້ເງິນແບບບໍ່ທັນຕັ້ງໂຕ ຄວາມຮັກຊ່ວງນີ້ຕ້ອງລະວັງຈະມີຄົນເຂົ້າມາຕົວະກ່ຽວກັບເລື່ອງຄວາມຮັກກັບທ່ານ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນ ສີດໍາ ເລກນຳໂຊກ 8
ຄົນເກີດວັນສຸກ:ການງານລະວັງເລື່ອງຂອງເອກະສານ ການລົງລາຍຊື່ ອາດມີບັນຫາຕາມມາພາຍຫຼັງ ການເງິນໃຫ້ລະວັງເລື່ອງລາຍຈ່າຍເພາະທ່ານມີສິ່ງທີ່ຈໍາເປັນຕ້ອງໃຊ້ເງິນ ຄວາມຮັກອາດມີບັນຫາປາກສຽງກັບຄົນຮັກ ເພາະຕ່າງຝ່າຍຕ່າງມີຄວາມໃຈຮ້ອນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີບົວອ່ອນ ເລກນຳໂຊກ 8
ຄົນເກີດວັນເສົາ:ການງານມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງໃນໄວໆນີ້ຍ້ອງຜົນງານຂອງທ່ານ ການເງິນມື້ນີ້ຈະມີໂຊກໃນການສ່ຽງດວງ ຜູ້ໃຫຍ່ຈະຊ່ວຍອຸປະຖໍາ ຄວາມຮັກປະຕິເສດໃນເລື່ອງຄວາມຮັກທຸກກໍລະນີ ເພາະທ່ານຍັງບໍ່ຄິດເລື່ອງນີ້ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີເຫຼືອງ ເລກນຳໂຊກ 6