ໃນວັນທີ 14 ກໍລະກົດ 2022, ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສົມທົບກັບອົງການປົກບ້ານສາຍນໍ້າເງິນ ລົງແກ້ ໄຂເປົ້າໝາຍມົ້ວສຸມຢ າ ເ ສ ບ ຕ ິ ດ ຢູ່ຮ້ານອິນເຕີເນັດແຫ່ງໜຶ່ງທີ່ໃຫ້ບໍລິການຫຼິ້ນເກມທາງອິນເຕີເນັດ ເຂດບ້ານສາຍນໍ້າເງິນ ສາມາດຈັບເປົ້າໝາຍໄດ້ 4 ຄົນ ຊື່:
1.ທ້າວ ລໍາມອນ ອາຍຸ 30 ປີ, 2. ທ້າວ ທັນວາ ອາຍຸ 31 ປີ ທັງສອງຢູ່ບ້ານສາຍນໍ້າເງິນ, 3. ທ້າວ ພູຄໍາ ອາຍຸ 25 ປີ ຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ, 4. ທ້າວ ຈັນເພັງ ອາຍຸ 26 ປີ ພັກເຊົາຢູ່ບ້ານຄໍາຮຸ່ງ ສາມາດຢຶດຂອງກາງ ຢາບ້າໄດ້ 77 ເມັດ ແລະ ຢາໄອສ໌ 1 ຖົງນ້ອຍ.
ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ຍັງໃຫ້ຮູ້ອີກວ່າ: ພາຍຫຼັງທີ່ໄດ້ຮັບລາຍງານຈາກ ພາກສ່ວນທີ່ກ່ຽວຂ້ອງວ່າ ມີໄວລຸ້ນກໍາລັງມົ້ວສຸມຢ າ ເ ສ ບ ຕ ິ ດຢູ່ບ້ານສາຍນໍ້າເງິນ ຈຶ່ງໄດ້ນໍາກໍາລັງສົມທົບກັບຫຼາຍພາກສ່ວນລົງແກ້ໄຂຢູ່ຈຸດດັ່ງກ່າວ; ໃນນັ້ນ, ສາມາດກວດພົບຢາບ້າຢູ່ນໍາທ້າວ ລໍາມອນ ຈໍານວນ 32 ເມັດ, ທ້າວ ທັນວາ 22 ເມັດ, ທ້າວ ພູຄໍາ 20 ເມັດ ແລະ ທ້າວ ຈັນເພັງ 3 ເມັດ ກັບຢ າໄ ອ ສ໌ 1 ຖົງນ້ອຍ ລວມທັງໝົດ ມີຢາບ້າ 77 ເມັດ ແລະ ຢ າ ໄ ອ ສ໌ 1 ຖົງນ້ອຍ. ດ
ຕໍ່ກັບຄະດີ ແລະ ຜູ້ຖືກຫາທັງ 4 ຄົນ ແມ່ນໄດ້ສົ່ງໃຫ້ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ດໍາເນີນຄະດີຕາມກົດໝາຍ.