ຂໍຄວາມຊ່ວຍເຫຼືອຈາກພະລັງໂຊຊ່ຽວແດ່ ຕາມຫາຄູ່ກໍລະນີຕໍາແລ້ວໜີ ບໍ່ສົນໃຈວ່າຜູ້ທີ່ຖືກຕໍາຈະຕາຍ ຫຼື ບໍ່?

0
153

ຂໍຄວາມຊ່ວຍເຫຼືອຈາກພະລັງໂຊຊ່ຽວແດ່ າມຫາຄູ່ກໍລະນີຕໍາແລ້ວໜີ ບໍ່ສົນໃຈວ່າຜູ້ທີ່ຖືກຕໍາຈະຕາຍ ຫຼື ບໍ່?

ເລື່ອງມີຢູ່ວ່າ: ເວລາປະມານ 01:00 ໂມງວັນທີ 11 ກໍລະກົດ (07) 2022 (ເປັນຄືນວັນອາທິດ ຕໍ່ໃສ່ວັນຈັນ), ທ້າວ. ວິລະສັກ (ນ້ອງຊາຍ ລູກນ້າບ່າວ) ຖືກລົດຕໍາຢູ່ຖະໜົນໄກສອນ, ຕໍ່ໜ້າ

ປໍ້ານໍ້າມັນເຊື້ອໄຟລາວ ເບື້ອງກົງກັນຂ້າມກັບໂຮງຮຽນ SOS ບ້ານ ສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ມີຊາຍຜູ້ໜຶ່ງ ຂີ່ລົດກະບະ CHEVROLET ປະມານສີນໍ້າຕານ ຫຼື ສີປອນທອງ, ປ້າຍເຫຼືອງ ມາຕໍາເອົາທ້າຍນ້ອງຊາຍໄດ້ຮັບບາດເຈັບໜັກ ແລະລົດຈັກເປ່ເພເສຍຫາຍ. ຢາກໃຫ້ຄູ່ກໍລະນີມາຮັບຜິດຊອບ

ຂໍໃຫ້ຜູ້ກ່ຽວທີ່ເປັນຄູ່ກໍລະນີຕິດຕໍ່ມາ ເພື່ອສະແດງຄວາມຮັບຜິດຊອບດ່ວນ, ໂທດໜັກຈະໄດ້ເປັນເບົາ. ເຮົາສາມາດລົມກັນໄດ້ ຂໍພຽງຕິດຕໍ່ມາສະແດງຄວາມຮັບຜິດຊອບ. ຕິດຕໍ່ເບີໂທພີ່ນ້ອງຂອງ

ຜູ້ບາດເຈັບ ໄດ້ທີ່ 02099211113; 02098879585 ຮູບ ແລະ ຂໍ້ມູນກ່ຽວຂ້ອງ ຖືກອະທິບາຍໄວ້ດ້ານລຸ່ມ. ຂໍຄົນລະໄລ້ລະແຊຣ ເພື່ອໃຫ້ຄູ່ກໍລະນີໄດ້ຮັບຮູ້. ຂອບໃຈທີ່ຊ່ວຍ

(ຂໍສະຫງວນວິດີໂອຈາກກ້ອງວົງຈອນ ແລະ ເລກປ້າຍລົດປິດໄວ້ກ່ອນ ເພື່ອຮັກສາຄວາມເປັນສ່ວນຕົວ )