ກອງປະຊຸມສະຫຼຸບຖອດຖອນບົດຮຽນຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ 2 ວາລະແຫ່ງຊາດ ໄລຍະທີ 1 ຂອງເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ເອົາໃຈໃສ່ປະຕິບັດຕາມວາລະຂອງເມືອງ ໃນການແກ້ໄຂບັນຫາຢ າ ເ ສ ບ ຕ ິ ດຄ້າຂາຍລາຍໃຫຍ່, ລາຍຍ່ອຍ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ ເກີດຂຶ້ນຢ່າງເຂັ້ມແຂງ ໂດຍສຸມໃສ່ແກ້ໄຂພື້ນທີ່ຫຼ່ໍແຫຼມ ຊອກຮູ້ເປົ້າໝາຍເສບຢ າ ເ ສ ບ ຕ ິ ດໃຫ້ມີຄວາມຊັດເຈນ ເພື່ອຮັບປະກັນໃຫ້ບັນຫາຢ າ ເ ສ ບ ຕ ິ ດໃຫ້ຫຼຸດໜ້ອຍຖອຍລົງ. ໃນນີ້, ໄດ້ຂຶ້ນບັນຊີເປົ້າໝາຍຄ້າ-ຂາຍຢ າ ເ ສ ບ ຕ ິ ດໄດ້ທັງໝົດ146 ຄົນ ຍິງ 4 ຄົນ, ມີເປົ້າໝາຍຄ້າຂາຍລາຍໃຫຍ່ 6 ຄົນ, ລາຍກາງ 9 ຄົນ, ຍິງ 1 ຄົນ, ລາຍຍ່ອຍ 131 ຄົນ ຍິງ 3 ຄົນ, ເປົ້າໝາຍເ ສ ບມີທັງໝົດ 942 ຄົນ ຍິງ 2 ຄົນ ແລະ ໄດ້ຂຶ້ນບັນຊີພື້ນທີ່ຫຼ່ໍແຫຼມໄດ້ 3 ແຫ່ງ.
ພັທ ພົມມາ ດາວຮົງສຸລິ ຫົວໜ້າກອງບັນຊາການ ປກສ ເມືອງວິລະບູລີ ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢ າ ເ ສ ບ ຕ ິ ດ ໃນໄລຍະ 5 ເດືອນຜ່ານມາວ່າ: ກອງບັນຊາການ ປກສ ເມືອງວິລະບູລີ ໄດ້ນຳເອົາທິດທາງແຜນການ 9 ວຽກຈຸດສຸມຂອງກະຊວງປ້ອງກັນຄວາມສະຫງົບວາງອອກມາຄົ້ນຄວ້າ, ເຊື່ອມຊຶມ ແລະ ສ້າງເປັນແຜນການ-ແຜນງານຢ່າງລະອຽດ, ເຊິ່ງທາງກອງບັນຊາການ ປກສ ເມືອງ ກໍໄດ້ກໍານົດແຜນການຈັດຕັ້ງປະຕິບັດຕົວຈິງອອກເປັນແຕ່ລະໄຕມາດ ໂດຍໄດ້ກຳນົດເອົາວຽກງານຈຸດສຸມ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດໃນໄລຍະທີ 1 ນັບແຕ່ເດືອນກຸມພາ-ມິຖຸນາ ປີ 2022 ຜ່ານມາ, ໂດຍໃນເບື້ອງຕົ້ນ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ບັນດາມະຕິ, ຄຳສັ່ງ, ແຜນການວາລະແຫ່ງຊາດ ຂັ້ນກອງບັນຊາການ ປກສ ເມືອງ ແລະ ໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢ າ ເ ສ ບ ຕ ິ ດ, ກົດໝາຍວ່າດ້ວຍຢ າ ເ ສ ບ ຕ ິ ດໃນສໍານັກງານ-ອົງການລັດ, ສະຖາບັນການສຶກສາ, ໂຮງຮຽນ, ໂຮງຈັກ-ໂຮງງານ, ສະຖານທີ່ຊຸມຊົນ, ຈຸດສຸມກຸ່ມບ້ານໃນທົ່ວເມືອງວິລະບູລີ, ເຊິ່ງມີຈຳນວນພົນເຂົ້າຮ່ວມຮັບຟັງທັງໝົດ 4.569 ຄົນ ຍິງ 1.172 ຄົນ. ຄຽງຄູ່ກັນນີ້, ກໍໄດ້ໂຄສະນາຜ່ານໂທລະພາບ ແລະ ສື່ສັງຄົມອອນລາຍ ຕ່າງໆໄປພ້ອມ ແລະ ໄດ້ເຮັດສໍາເລັດການກໍານົດຈຸດຕິດຕັ້ງປ້າຍໂຄສະນາຕ້ານຢ າ ເ ສ ບ ຕ ິ ດຕາມຈຸດຕ່າງໆໃນທົ່ວເມືອງ.
ນອກນັ້ນ, ກໍໄດ້ສ້າງບົດບັນທຶກສຶກສາອົບຮົມກັບເປົ້າໝາຍເສບຢ າ ເ ສ ບ ຕ ິ ດໄດ້ທັງໝົດ 806 ຄົນ ຍິງ 2 ຄົນ, ເປົ້າໝາຍຄ້າຂາຍໄດ້ 48 ຄົນ ຍິງ 4 ຄົນ; ຜ່ານມາ, ໄດ້ຂຶ້ນບັນຊີເປົ້າໝາຍຄ້າ-ຂາຍຢ າ ເ ສ ບ ຕ ິ ດໄດ້ທັງໝົດ 146 ຄົນ ຍິງ 4 ຄົນ. ໃນນັ້ນ, ມີເປົ້າໝາຍຄ້າຂາຍລາຍໃຫຍ່ 6 ຄົນ, ລາຍກາງ 9 ຄົນ ຍິງ 1 ຄົນ, ລາຍຍ່ອຍ 131 ຄົນ ຍິງ 3 ຄົນ, ເປົ້າໝາຍເສບມີທັງໝົດ 942 ຄົນ ຍິງ 2 ຄົນ ແລະ ໄດ້ຂຶ້ນບັນຊີພື້ນທີ່ຫຼ່ໍແຫຼມໄດ້ 3 ແຫ່ງຄື: ເຂດຈຸດສຸມກະແຕບ-ນາ ຜາດ່າງ, ເຂດຈຸດສຸມເມືອງວັງ ແລະ ເຂດຂຸດຄົ້ນບໍ່ຄຳ-ທອງແດງ, ຂຶ້ນບັນຊີສະຖານທີ່ມົ້ວສຸມໄດ້ 4 ແຫ່ງ ຄື: ຮ້ານບັນເທີງ, ເຮືອນພັກ, ເຮືອນເຊົ່າ ແລະ ຖຽງນາ.
ຜ່ານມາ, ສາມາດມ້າງເປົ້າໝາຍມົ້ວສຸມຢາເສບຕິດ ແລະ ເປົ້າໝາຍຄ້າ-ຂາຍຢ າ ເ ສ ບ ຕ ິ ດໄດ້ທັງໝົດ 20 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 20 ຄົນ. ໃນນັ້ນ, ມີເປົ້າໝາຍຄ້າ-ຂາຍຢ າ ເ ສ ບ ຕ ິ ດຈຳນວນ 9 ຄົນ ຢຶດຂອງກາງຄະດີປະເພດຢ າ ບ ້ າໄດ້ 450 ເມັດ, ໂທລະສັບ 8 ເຄື່ອງ, ລົດຈັກ 1 ຄັນ, ປືນແກັບ 6 ກະບອກ.