ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຈັບເປົ້າໝາຍຄ ້ າ ຢ າ ພ້ອມຂອງກາງ 10.000 ເມັດ

    0
    141

    ໃນຕົ້ນເດືອນກໍລະກົດ, ເຈົ້່າໜ້າທີ່ ປກສ ແຂວງຈໍາປາສັກ ສາມາດຈັບເປົ້າໝາຍຄ້າຂາຍຢ າ ເ ສ ບ ຕ ິ ດ ໄດ້ ພ້ອມຂອງກາງຢ າ ບ ້ າ 10.000 ເມັດ ດໍາເນີນຄະດີຕາມກົດໝາຍ.

    ເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ:

    ໃນວັນທີ 5 ກໍລະກົດ 2022, ເຈົ້າໜ້າທີ່ວິຊາສະເພາະ ໄດ້ຮັບການລາຍງານວ່າ ຈະມີເປົ້າໝາຍມາເຄື່ອນໄຫວຊື້-ຂາຍຢ າ ເ ສ ບ ຕ ິ ດ ຢູ່ເຂດບ້ານຫົວແຊ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ. ຈາກນັ້ນ, ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງປະຕິບັດຕາມຫຼັກການວິຊາສະເພາະ ແລະ ສາມາດຈັບເປົ້າໝາຍຊື່ ທ້າວ ຄຳປະດິດ ອາຍຸ 29 ປີ, ຢູ່ບ້ານພອງເພາະ ເມືອງປະທຸມພອນ ແຂວງຈຳປາສັກ ພ້ອມຂອງກາງຢ າ ບ ້ າ 10.000 ເມັດ, ໂທລະສັບມືຖື 2 ເຄື່ອງ, ລົດຈັກຮອນດາເວບ 1 ຄັນ ມາດໍາເນີນຄະດີ.

    ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນການສອບສວນ ເພື່ອຊອກຫາຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.