ສະພາປະຊາຊົນແຂວງອຸດົມໄຊ ມອບຕໍ່ລົດຊ່ວຍເຫຼືອໃຫ້ອົງການປົກຄອງແຂວງ

    0
    137

    ວຽກງານສາທາລະນະສຸກເປັນວຽກງານໜຶ່ງທີ່ສຳຄັນຫຼາຍໃນສັງຄົມ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນ ແຕ່ທີ່ສຳຄັນວຽກງານດັ່ງກ່າວກໍ່ຕ້ອງມີຄວາມພ້ອມທາງດ້ານພາຫະນະທີ່ເປັນໂຕຂັບເຂື່ອນທີ່ສຳຄັນເພື່ອຈຸດໝາຍປາຍທາງທີ່ຊັດເຈນ ນັ້ນໝາຍຄວາມວ່າຕ້ອງມີຄວາມພ້ອມສິ່ງອຳນວຍໃນວຽກງານນີ້.

    ໃນວັນທີ 14 ກໍລະກົດ 2022 ນີ້ ທີ່ສະພາປະຊາຊົນແຂວງອຸດົມໄຊ, ໄດ້ມອບ – ຮັບລົດຊ່ວຍເຫຼືອ, ເປັນລົດນໍາສົ່ງຄົນເຈັບ(Ambulance)ຈໍານວນ 1 ຄັນ ໃຫ້ແກ່ພະແນກສາທາລະນະສຸກແຂວງ, ເຊິ່ງລົດດັ່ງກ່າວໄດ້ຮັບຕໍ່ຈາກຄະນະເລຂາທິການສະພາແຫ່ງຊາດ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກມູນລະນິທິສະຫວັດດີການ ແລະ ສັງຄົມ GO & DO ແຫ່ງ ສ.ເກົາຫຼີ.

    ຕາງໜ້າມອບໂດຍທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານ ສພຂ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ແລະ ຮັບໂດຍທ່ານ ດຣ ຫຸມພັນ ອິນທະມຸງຄຸນ ກໍາມະການພັກແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງບັນດາຄະນະປະຈໍາ ສພຂ, ຄະນະເລຂາທິການ ແລະ ພາກສ່ວນກ່ຽວຂ້ອງ.

    .

    ຈຸດປະສົງຂອງການມອບແມ່ນເພື່ອໄປນໍາໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ເກີດຜົນປະໂຍດສູງສຸດ ໂດຍສະເພາະກໍ່ແມ່ນວຽກງານຊ່ວຍເຫຼືອສັງຄົມ ກໍ່ຄືພໍ່ແມ່ປະຊາຊົນ ພາຍໃນແຂວງອຸດົມໄຊເອງ.

    ຈາກ: ສະຖານີວິທະຍຸແລະ ໂທລະພາບ ແຂວງ ອຸດົມໄຊ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.