ສປປ ລາວ ຈະເປັນ​ເຈົ້າ​ພາບແຂ່ງຂັນບານເຕະ ຊີງແຊ້ມອາຊີ U20 ຮອບຄັດເລືອກຂອງກຸ່​ມC

0
141

ຂ່າວທັງໝົດ-ພາຍໃນປະເທດ-ສປປ ລາວ ຈະເປັນ​ເຈົ້າ​ພາບແຂ່ງຂັນບານເຕະ ຊີງແຊ້ມອາຊີ U20 ຮອບຄັດເລືອກຂອງກຸ່​ມC ສປປ ລາວ ຈະເປັນ​ເຈົ້າ​ພາບແຂ່ງຂັນບານເຕະ ຊີງແຊ້ມອາຊີ U20 ຮອບຄັດເລືອກຂອງກຸ່​ມC

ສ​ປ​ປ​ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າ​ພາບຈັດການແຂ່ງຂັນບານເຕະຊີງແຊ້ມອາຊີຮຸ່ນອາຍຸບໍ່ເກີນ 20 ປີ (U20) ຂອງກຸ່​ມ C ຮ່ວມກັບຍີ່ປຸ່ນ, ເຢເມນ, ປາແລສຕິນ, ສປປ ລາວ (ເຈົ້າພາບ) ແລະ ກວມ.

ສຳລັບທິມຊາດລາວທີ່ຈະເຂົ້າຮ່ວມແຂ່ງຂັນ, ສະຫະພັນບານເຕະແຫ່ງຊາດລາວເຫັນດີໃຫ້ທີມຊາດລາວຊາຍຊຸດ U19 ທີ່ໄດ້ເປັນທີມຮອງຊະນະເລີດໃນງານແຂ່ງຂັນບານເຕະຊີງແຊ້ມອາຊຽນU19 ປະຈໍາປີ 2022 (AFF U19 BOYS CHAMPIONSHIP 2022) ເຂົ້າຮວ່ມ.

ການແຂ່ງຂັນຮອບຄັດເລືອກໃນລະຫວ່າງວັນທີ 10-18 ກັນຍາ 2022 ທີ່ນະຄອນຫຼວງວຽງຈັນໂດຍ ສ​ປ​ປ​ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າ​ພາບຂອງກຸ່​ມ C ປະກອບມີ 5 ທີມ: ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ.

ສຳລັບຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ:10 ກັນຍາ 2022 ເວລາ 18:00 ລາວ ພົບກັບ ກວມ , 12 ກັນຍາ 2022 ເວລາ 18:00 ລາວ ພົບກັບ ຍີ່ປຸ່ນ , 14 ກັນຍາ 2022 ເວລາ 18:00 ລາວ ພົບກັບ ເຢເມນ , 18 ກັນຍາ 2022 ເວລາ 18:00 ລາວ ພົບກັບ ປາແລສຕິນ.

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດລາວຫຼັກ16.ການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງ ແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸເບກິສຖານ ໃນປີ 2023.

ເຊີນທຸກທ່ານເຂົ້າຮ່ວມຊົມ ແລະ ຮ່ວມເຊຍໃຫ້ກຳລັງໃຈທິມຊາດລາວໄປພ້ອມໆກັນ ເລີ່ມວັນທີ 10 ກັນຍາ ນີ້ ເປັນຕົ້ນໄປ.

ຂໍ້ມູນ-ຮູບພາບ: ສະຫະພັນບານເຕະແຫ່ງຊາດ