ທີມຊາດລາວໄດ້ຮອງແຊ້ມ ບານເຕະຊາຍອາຊຽນ ແຕ່ຄອງໃຈຜູ້ຊົມ

0
135

ທີມຊາດລາວໄດ້ຮອງແຊ້ມບານເຕະຊາຍອາຊຽນ, ແຕ່ຄອງໃຈຜູ້ຊົມການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ19ປີປະຈໍາປີ2022(AFF U19 BOYS CHAMPIONSHIP 2022)ຮອບຊິງຊະນະເລີດໄດ້ຈັດຂື້ນ ໃນວັນທີ 15 ກໍລະກົດ 2022 ເວລາ20.00ໂມງທີ່ປະເທດອິນໂດເນເຊຍ, ເປັນການພົບກັນລະຫວ່າງທີມຊາດລາວກັບທິມຊາດມາເລເຊຍ.

ຜົນຂອງການແຂ່ງຂັນທີມຊາດລາວໄດ້ເປັນຮອງຊະນະເລີດ,ຖືວ່າທິມຊາດລາວ U19 ໄດ້ຮອງແຊ້ມໃນການແຂ່ງຂັນບານເຕະຊາຍຊິງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີຄັ້ງນີ້ເປັນຄັ້ງທຳອິດ. ເຖິງຈະເປັນຮອງແຊ້ມແຕ່ກໍຫຼີ້ນໄດ້ຢ່າງສົມສັກສີຂອງນັກກິລາສາມາດຄອງໃຈຄະນະກຳມະການ,ຜູ້ຊົມທັງພາຍໃນ ແລະຕ່າງປະເທດ,ໂດຍສະເພາະແມ່ນຄົນລາວທົ່ວທັງປະເທດ.

ໃນໂອກາດນີ້, ສະຫະພັນບານເຕະແຫ່ງຊາດລາວໄດ້ສະແດງຄວາມຂໍຂອບໃຈບັນດາກອງເຊຍທົ່ວປະເທດທີ່ສົ່ງກຳລັງໃຈເຊຍທີມຊາດລາວ U19 ຕັ້ງແຕ່ຕົ້ນຈົນສິ້ນສຸດການແຂ່ງຂັນ ແລະ ພິເສດໄປກວ່ານັ້ນແມ່ນກອງເຊຍລາວທີ່ຢູ່ປະເທດອິນໂດເນເຊຍ ທີ່ຕິດຂອບສະຫນາມເຊຍ ແລະໃຫ້ກຳລັງໃຈທີມຊາດລາວໃນທຸກໆນັດ. ນອກນັ້ນນັກກິລາລາວຄື ທ້າວ ພູນິນ ໄຊຍະສອນ ຍັງໄດ້ຮັບລາງວັນຜູ້ຮັກສາປະຕູດີເດັ່ນຕື່ມອີກ.

ສຳລັບຜົນງານຂອງທີມຊາດລາວ U19 ຊຸດນີ້ແມ່ນຊະນະລວດ 4 ນັດໃນຮອບແບ່ງກຸ່ມຂອງກຸ່ມ B ເຊິ່ງຊະນະຕີມໍເລັສເຕ້ 2-0, ຊະນະກຳປູເຈຍ 2-1, ຊະນະສິງກະໂປ 3-1, ຊະນະມາເລເຊຍ 1-0 ແລະ ໃນຮອບຮອງຊະນະເລີດຊະນະໄທ 2-0. ສະເພາະໃນນັດຊິງຊະນະເລີດ ທີມຊາດລາວ U19 ເສຍໃຫ້ທິມຊາດມາເລເຊຍ 0-2. ແຕ່ກໍ່ເປັນຜົນງານທີ່ໜ້າປະທັບໃຈທີ່ນັກກິລາສາມາດສ້າງຜົນງານນີ້ໄດ້ໃນປະຫວັດສາດ.

ສຳລັບລາຍການຕໍ່ໄປຂອງນັກກິລາ ຮຸ່ນດັ່ງກ່າວແມ່ນຈະເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສ​ປ​ປ​ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າ​ພາບ ຂອງກຸ່​ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

10/09/2022 ເວລາ 18:00 ລາວ ພົບ ກວມ , 12/09/2022 ເວລາ 18:00 ລາວ ພົບ ຍີ່ປຸ່ນ , 14/09/2022 ເວລາ 18:00 ລາວ ພົບ ເຢເມນ , 18/09/2022 ເວລາ 18:00 ລາວ ພົບ ປາແລສຕິນ

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັັກ 16ການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງ ແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸເບກິສຖານ ໃນປີ 2023.