ຈັບໄດ້ແລ້ວຜູ້ຖືກສົງໄສທີ່ໄດ້ມີເຫດຍ ິ ງ ກ ັ ນ ບໍລິເວນແຄມຂອງ

0
133

ຈັບໄດ້ແລ້ວ ຜູ້ຖືກສົງໄສ ຄ້າຂາຍ ອ າ ວ ຸ ດ ເ ສ ິ ກ ທີ່ໄດ້ມີເຫດຍ ິ ງ ກ ັ ນ ບໍລິເວນແຄມຂອງ ນະຄອນຫຼວງ. ເຈົ້າໜ້າທີ່ ຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ວັນທີ 14 ກໍລະກົດ 2022, ເວລາ 14:00 ໂມງ ເຂົ້າຈັບຜູ້ຖືກສົງໄສ ຄ້າຂາຍອາວຸດເສິກ ຢູ່ແຄມຂອງ ເຂດບ້ານມີໄຊ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊື່ ທ້າວ ວັນນະສອນ ອາຍຸ 25 ປີ, ຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ໃນເວລາຈັບກຸມມີການຂັດຂວາງຕໍ່ສູ້ໃຊ້ອ າ ວ ຸ ດ ປ ື ນ ຍ ິ ງໃສ່ເຈົ້າໜ້າທີ່ 5 ນັດ ເວລາຕໍ່ມາ ເຈົ້າໜ້າທີ່ຈັບຕົວໄດ້ ພ້ອມທັງກວດພົບເຫັນຂອງກາງປ ື ນ ສ ັ້ ນ 6 ກະບອກ, ລູກປືນ AK 100 ລູກ, ລູກປ ື ນ 380 ຈໍານວນ 40 ລູກ, ລູກປ ື ນ 9 ມມ 40 ລູກ, ລູກປ ື ນແວ່ງ 100 ລູກ ແລະ ລູກປ ື ນ 59 ຈໍານວນ 45 ລູກ ມາດໍາເນີນຄະດີ.

ຜ່ານການສອບສວນ ທ້າວ ວັນນະສອນ ໃຫ້ການຮັບສາລະພາບວ່າ: ໄດ້ເຄື່ອນໄຫວຄ້າຂາຍອ າ ວ ຸ ດ ເ ສ ິ ກ ແຕ່ເດືອນ 4 ປີ 2021, ເປັນຕົ້ນມາ, ປ ື ນທີ່ນຳມາຊື້ຂາຍ ໄດ້ຊື້ມາຈາກປະເທດເພື່ອນບ້ານ ສັ່ງຜ່ານລະບົບອອນລາຍ, ຫຼັງຈາກໄດ້ປ ື ນມາແລ້ວ ກໍ່ນຳມາໂຄສະນາຂາຍ ທາງສື່ສັງຄົມອອນລາຍເຟັສບຸກ, ເມື່ອມີຜູ້ຕ້ອງການກໍນັດໝາຍຊື້ຂາຍ, ຜ່ານມາໄດ້ສັ່ງຊື້ປ ື ນມາຂາຍທັງໝົດ 30 ກະບອກ.

ປັດຈຸບັນ ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ກຳລັງດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.ແຫຼ່ງຂ່າວຈາກ: ປ້ອງກັນຄວາມສະຫງົບນະຄອນຫຼວງ