ທ້າວ ໄຊ ອາຍຸ 32 ປີ ແລະ ທ້າວ ທອງຄູນ ຫຼື ຈີນູນ ອາຍຸ 20 ມີຄວາມຜິດທາງອາຍາ ຖານຄ້າຂາຍຢ າ ເ ສ ບ ຕ ິ ດ (ຢ າ ບ ້ າ), ສ່ວນ ນາງ ລໍາຍອງ ອາຍຸ 35 ປີ ມີຄວາມຜິດທາງອາຍາ ຖານມີຢ າ ເ ສ ບ ຕ ິ ດໄວ້ໃນຄອບຄອງ (ຢາບ້າ), ເຊິ່ງພວກຈໍາເລີຍຢູ່ບ້ານໜອງພົງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືກຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນລົງໂທດຕັດອິດສະລະພາບຕາມກົດໝາຍ ພ້ອມທັງປັບໃໝ.
ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງໄຈ້ແຍກການກະທໍາຜິດຂອງພວກຈໍາເລີຍ ໃຫ້ຮູ້ວ່າ:
ໃນປີ 2020, ທ້າວ ໄຊ ໄດ້ເລີ່ມພົວພັນຄ້າຂາຍຢ າ ເ ສ ບ ຕ ິ ດ (ຢ າ ບ ້ າ), ເຊິ່ງຢາບ້າທີ່ນໍາມາຂາຍໃນແຕ່ລະຄັ້ງ ແມ່ນຊື້ນຳ ທ້າວ ມິດ, ຊື້ຄັ້ງລະ 400 ເມັດ ຈໍານວນຫຼາຍຄັ້ງ ແລະ ໃນການຊື້ຢ າ ບ ້ າແຕ່ລະຄັ້ງ ຜູ້ກ່ຽວໄດ້ໂທລະສັບໂທຫາ ທ້າວ ມິດ ໃຫ້ເອົາຢ າ ບ ້ າມາສົ່ງໃຫ້ ຢູ່ເສັ້ນທາງບ້ານໜອງພົງ, ຫຼັງຈາກໄດ້ຢາບ້າມາແລ້ວ ກໍເອົາມາຂາຍໃຫ້ກັບໄວລຸ້ນທົ່ວໄປພາຍໃນບ້ານ ແລະ ບ້ານໃກ້ຄຽງ ໂດຍໃຊ້ເຮືອນຂອງຜູ້ກ່ຽວເປັນບ່ອນຂາຍຢ າ.
ເດືອນຕຸລາ 2020, ທ້າວ ໄຊ ໄດ້ຮູ້ຈັກກັບ ນາງ ລໍາຍອງ ແລະ ຢູ່ກິນນຳກັນ ແຕ່ຍັງບໍ່ທັນໄດ້ແຕ່ງງານ. ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ເອົາຢ າ ບ ້ າໃຫ້ ນາງ ລຳຍອງ ເ ສ ບຫຼາຍຄັ້ງໆລະ 5-10 ເມັດ ແລະ ວັນທີ 8 ມີນາ 2021 ທ້າວ ໄຊ ໄດ້ໂທລະສັບສັ່ງຊື້ຢ າ ບ ້ ານຳ ທ້າວ ມິດ ອີກ 482 ເມັດ, ເມື່ອໄດ້ຢ າ ບ ້ າມາແລ້ວ ທ້າວ ໄຊ ໄດ້ຂາຍຢ າ ບ ້ າໃຫ້ ທ້າວ ທອງຄູນ ຫຼື ຈີນູນ ຈໍານວນ 20 ເມັດ ແລະ ທ້າວ ພະລະພົນ ຈໍານວນ 30 ເມັດ ຍັງເຫຼືອຢ າ ບ ້ າຕົວຈິງຈຳນວນ 432 ເມັດ. ຈາກນັ້ນ, ນາງ ລໍາຍອງ ໄດ້ຂໍຢາບ້ານຳ ທ້າວ ໄຊ ເ ສ ບ ຈຳນວນ 12 ເມັດ ຈຶ່ງຍັງເຫຼືອຢ າ ບ ້ າຈຳນວນ 420 ເມັດ, ຜູ້ກ່ຽວຈຶ່ງຊຸກເຊື່ອງໄວ້ໃນຖົງໂສ້ງ ຈົນຮອດເວລາ 11:00 ໂມງ ຂອງມື້ຕໍ່ມາ ຜູ້ກ່ຽວຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງກາງຢ າ ບ ້ າດັ່ງກ່າວ ໄປດໍາເນີນຄະດີ.
+ ດ້ານ ທ້າວ ທອງຄູນ ຫຼື ຈີນູນ ກໍໄດ້ສາລະພາບວ່າ:
ໄດ້ພົວພັນຄ້າຂາຍຢ າ ເ ສ ບ ຕ ິ ດ (ຢ າ ບ ້ າ) ມາແຕ່ເດືອນເມສາ 2020, ຢາບ້າທີ່ນໍາມາຂາຍໃນແຕ່ລະຄັ້ງ ແມ່ນຊື້ນຳ ທ້າວ ໄຊ ຊື້ຄັ້ງລະ 50 ເມັດ ຈໍານວນຫຼາຍຄັ້ງ ແລະ ເມື່ອໄດ້ຢ າ ບ ້ າມາແລ້ວ ກໍເອົາມາຂາຍໃຫ້ກັບໄວລຸ້ນທົ່ວໄປເພື່ອກິນກໍາໄລ.
ມາຮອດວັນທີ 8 ມີນາ 2021 ເວລາ 21:00 ໂມງ, ທ້າວ ທອງຄູນ ໄດ້ໄປຫາ ທ້າວ ໄຊ ແລະ ໄດ້ຊື້ຢາບ້າຈາກ ທ້າວ ໄຊ ຈຳນວນ 20 ເມັດ; ຈາກນັ້ນ, ກໍນໍາຢ າ ບ ້ າມາເສບຈຳນວນ 1 ເມັດ ແລະ ແບ່ງຂາຍໃຫ້ກັບໄວລຸ້ນອີກ 5 ເມັດ ຍັງເຫຼືອຈໍານວນ 14 ເມັດ ໄດ້ເອົາຊຸກເຊື່ອງໄວ້ໃນຫ້ອງນອນໃນເຮືອນຂອງທ້າວ ໄຊ ແລະ ມື້ຕໍ່ມາ ກໍຖືກເຈົ້າໜ້າຈັບຕົວພ້ອມຂອງກາງດັ່ງກ່າວ.
+ ນາງ ລໍາຍອງ ສາລະພາບວ່າ:
ໄດ້ເລີ່ມເສ ບ ຢ າ ບ ້ າມາແຕ່ປີ 2010, ຢ າ ບ ້ າທີ່ນໍາມາເ ສ ບ ແມ່ນຊື້ນຳຜູ້ຮ່ວມຂະບວນການ ຊື້ຄັ້ງລະ 2-3 ເມັດ; ເດືອນມິຖຸນາ 2020, ຜູ້ໄດ້ເລີ່ມໄປຊື້ຢ າ ບ ້ ານໍາ ນາງ ແກ້ວ ຫຼາຍຄັ້ງໆລະ 2 ເມັດ. ຈາກນັ້ນ, ກໍເອົາມາເສບຢູ່ເຮືອນຄົນດຽວ ແລະ ບາງຄັ້ງກໍຍັງໄດ້ໄປຊື້ຢ າ ບ ້ ານຳ ນາງ ຕືດ ຄັ້ງລະ 1-2 ເມັດ ແລະ ເດືອນຕຸລາ 2020 ຜູ້ກ່ຽວຈຶ່ງໄດ້ມາຮູ້ຈັກກັບ ທ້າວ ໄຊ ແລະ ຢູ່ກິນນຳກັນແບບຊູ້-ສາວ ແຕ່ຍັງບໍ່ທັນໄດ້ແຕ່ງງານ. ຫຼັງຈາກນັ້ນ, ທ້າວ ໄຊ ກໍໄດ້ເອົາຢາບ້າໃຫ້ຜູ້ກ່ຽວເ ສ ບຕະຫຼອດມາ ເ ສ ບຄັ້ງລະ 5-10 ເມັດ; ມາຮອດວັນທີ 9 ມີນາ 2021.
ຜູ້ກ່ຽວໄດ້ໄປຂໍຢ າ ບ ້ ານໍາ ທ້າວ ໄຊ ມາເ ສ ບອີກ ຈຳນວນ 12 ເມັດ ແລະ ເວລາຕໍ່ມາ ຜູ້ກ່ຽວກໍຖືກເຈົ້າໜ້າທີ່ຈັບຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນແລ້ວ ເຫັນວ່າ: ການກະທໍາຂອງພວກຈໍາເລີຍ ເປັນການກະທໍາຜິດທາງອາຍາ ທີ່ແຕະຕ້ອງຕໍ່ເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ຕາມປະມວນກົດໝາຍອາຍາ ມາດຕາ 315 ວັກ 1 ແລະ ມາດຕາ 320 ວັກ 3.
ນອກນັ້ນ, ການກະທໍາຂອງ ທ້າວ ໄຊ ແລະ ທ້າວ ທອງຄູນ ຍັງເປັນການກະທໍາໂດຍເຈດຕະນາ ເນື່ອງຈາກວ່າພວກຈໍາເລີຍຈົງໃຈຄ້າຂາຍຢ າ ເ ສ ບ ຕ ິ ດ, ສ່ວນ ນາງ ລໍາຍອງ ເປັນການກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າຈໍາເລີຍມີຢ າ ເ ສ ບ ຕ ິ ດໄວ້ໃນຄອບຄອງ ທັງໆທີ່ພວກຈໍາເລີຍກໍຮູ້ດີວ່າ ຢ າ ເ ສ ບ ຕ ິ ດເປັນສິ່ງທີ່ຜິດກົດໝາຍ; ດ້ວຍເຫດຜົນ ແລະ ຫຼັກຖານທີ່ກ່າວມາຂ້າງເທິງນັ້ນ, ຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຈຶ່ງເຫັນຄວນພິຈາລະນາຕັດສິນລົງໂທດຈໍາຄຸກ ທ້າວ ໄຊ ແລະ ທ້າວ ທອງຄູນ ຜູ້ລະ 5 ປີ ປັບໃໝຜູ້ລະ 10.000.000 ກີບ, ສ່ວນ ນາງ ລໍາຍອງ ຖືກຕັດສິນລົງໂທດຕັດອິດສະລະພາບຈໍາຄຸກ 2 ປີ ພ້ອມທັງປັບໃໝ 10.000.000 ກີບ.
ຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຍັງໃຫ້ຮູ້ຕື່ມວ່າ: ໃນເວລາຖືກດໍາເນີນຄະດີ ທ້າວ ໄຊ ອາຍຸ 32 ປີ ແມ່ນໄດ້ເສຍຊີວິດຍ້ອນພະຍາດຂອງຜູ້ກ່ຽວເອງ.