ໃນເດືອນມິຖຸນາ 2022 ຜ່ານມາ, ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສົມທົບກັບ ປກສ ກຸ່ມ VI ໄຮ່ຄໍາ ແລະ ຕໍາຫຼວດໜ່ວຍງານທາງລົດໄຟ ໄດ້ນໍາກໍາລັງວິຊາສະເພາະລົງແກ້ໄຂ ແລະ ມ້າງກຸ່ມແກ້ງລັກເຫຼັກລາງລົດໄຟ ໄປດໍາເນີນຄະດີ ແລະ ໃນນັ້ນ ສາມາດຈັບຕົວພວກຖືກຫາໄດ້ 9 ຄົນ.
ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໃຫ້ຂໍ້ມູນວ່າ:ຜູ້ຖືກຫາຈຳນວນ 7 ຄົນ ແມ່ນອາໄສຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ເຊິ່ງມີລາຍຊື່ດັ່ງນີ້:ທ້າວ ຍັນ ອາຍຸ 22 ປີ , ທ້າວ ບຸນມີ ຫຼື ແຫຼ້ ອາຍຸ 36 ປີ , ທ້າວ ບຸນເຖີງ ຫຼື ນາຍ ອາຍຸ 40 ປີ , ທ້າວ ບຸນທະວີ ຫຼື ແຂກ ອາຍຸ 31 ປີ , ທ້າວ ທອງດໍາ ຫຼື ດໍາ ອາຍຸ 31 ປີ
ທ້າວ ຝອດ ອາຍຸ 16 ປີ , ທ້າວ ສົມຄິດ ຫຼື ຈີນ ອາຍຸ 31 ປີ
ໃນເບື້້ອງຕົ້ນ ພວກກ່ຽວສາລະພາບວ່າ:ໄດ້ພາກັນເຄື່ອນໄຫວເສບຢາບ້າມາໄດ້ໄລຍະໜຶ່ງແລ້ວ ໂດຍເສບຄັ້ງລະ 1-2 ເມັດ. ນອກຈາກນີ້, ຍັງໄດ້ຮ່ວມກັນເຄື່ອນໄຫວລັກຊັບ ປະເພດເຫຼັກລາງລົດໄຟ ໃນລະຫວ່າງເດືອນພຶດສະພາ ຫາ ເດືອນມິຖຸນາ ຈໍານວນຄັ້ງ ຄື:
ໄດ້ພາກັນໄປລັກເຫຼັກຢູ່ແຄ້ມກໍາມະກອນເຮັດທາງລົດໄຟ ເຂດບ້ານນາຄວາຍໃຕ້ ເຊິ່ງເປັນເຫຼັກເສັ້ນປ້ອງອ້ອຍ ຄວາມຍາວປະມານ 20 ຊັງຕີແມັດ ຫາ 1 ແມັດ ທີ່ຕັດກອງໄວ້ເພື່ອນໍາໄປເຮັດລາງລົດໄຟ ຈໍານວນ 16 ຄັ້ງ
ໄດ້ເຫຼັກເສັ້ນນໍ້າໜັກ 664 ກິໂລກຼາມ, ຂາຍໄດ້ເງິນທັງໝົດ 3.320.000 ກີບໄດ້ໄປລັກເຫຼັກຝາປົກຄອງນໍ້າເສຍຢູ່ສາງປູນຍາວປະມານ 1 ແມັດ ຢູ່ເຂດບ້ານນາຄວາຍໃຕ້ ຈໍານວນ 3 ຄັ້ງ ໄດ້ເຫຼັກນໍ້າໜັກ 150 ກິໂລກກຼາມ ຂາຍໄດ້ເງິນຈໍານວນ 750.000 ກີບ
ໄປລັກທຸບຝາອັດທໍ່ນໍ້າ ຢູ່ເຂດວັດນາຖົງ ບ້ານນາຄວາຍໃຕ້ ຈໍານວນ 8 ຄັ້ງ ໄດ້ເຫຼັກນໍ້າໜັກ 505 ກິໂລກຼາມ ຂາຍໄດ້ເງິນຈໍານວນ 2.000.000 ກີບເຊິ່ງພາຍຫຼັງທີ່ລັກໄດ້ ແລ້ວກໍນໍາໄປຂາຍໃຫ້ຮ້ານຮັບຊື້-ຂາຍເຫຼັກຂອງ ທ້າວ ຫຼ້າ ບ້ານໄຮ່ຄໍາ ແລະ ຂາຍໃຫ້ຮ້ານຂອງຄົນຫວຽດນາມສ່ວນເງິນທີ່ໄດ້ມາຈາກການຂາຍເຫຼັກໃນແຕ່ລະຄັ້ງ ແມ່ນແບ່ງປັນກັນ ແລ້ວກໍນໍາໄປຊື້ຢາບ້າມາເສບ ແລະ ໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ.
ສ່ວນອີກ 2 ຄົນ ຄື ທ້າວ ແຈັກ ອາຍຸ 22 ປີ ແລະ ທ້າວ ອາລີ ຫຼື ລຽນ ອາຍຸ 23 ປີ ພັກເຊົາຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ສາລະພາບວ່າ:
ໃນເດືອນເມສາ 2022, ໄດ້ພາກັນໄປເຮັດວຽກກຳມະກອນກໍ່ສ້າງທາງລົດໄຟ ຢູ່ເຂດບ້ານດົງໂພສີ ໂດຍໄດ້ຄ່າຈ້າງມື້ລະ 80.000 ກີບ. ມາຮອດວັນທີ 19 ມິຖຸນາ ເວລາ 19:00 ໂມງ ໄດ້ມີ ທ້າວ ຊົ່ງຢາງ ເຄີຍເຮັດວຽກກຳມະກອນກໍ່ສ້າງນຳກັນມາຫາຢູ່ຫ້ອງແຖວ; ຫຼັງຈາກນັ້ນ, ກໍໄດ້ບອກໃຫ້ໄປເອົາເຫຼັກລາງລົດໄຟທີ່ຊຸກເຊື່ອງໄວ້ ຢູ່ເຂດບ້ານນາຄວາຍໃຕ້ ໄປຂາຍເອົາເງິນມາແບ່ງປັນກັນໃຊ້ຈ່າຍ. ຈາກນັ້ນ, ຈຶ່ງຕິດຕໍ່ຫາ ທ້າວ ອາລີ ມາຫາຢູ່ຫ້ອງແຖວ ແລະ ພາກັນຂີ່ລົດຈັກຊ້ອນກັນໄປເອົາເຫຼັກລາງລົດໄຟຈຳນວນ 14 ອັນ ທີ່ຊຸກເຊື່ອງໄວ້ ແລະ ແຕ່ລະອັນມີຄວາມຍາວ 80 ຊັງຕີແມັດ ນໍ້າໜັກປະມານ 18 ກິໂລກຼາມຕໍ່ອັນ.
ຫຼັງຈາກນັ້ນ, ຈຶ່ງພາກັນເອົາເຫຼັກລາງລົດໄຟ 6 ອັນ ຂຶ້ນໃສ່ລົດຈັກ ພໍຂັບຂີ່ລົດຈັກຮອດເຂດບ້ານຊຽງດາ ໄດ້ເອົາເຫຼັກລົງຊຸກເຊື່ອງໄວ້ປ່າຫຍ້າແຄມທາງ ແລະ ກັບຄືນມາເອົາເຫຼັກລາງລົດໄຟອີກຈຳນວນ 8 ອັນ, ແຕ່ເມື່ອມາຮອດບ່ອນທີ່ເອົາເຫຼັກຊຸກເຊື່ອງໄວ້ນັ້ນ ກໍຖືກອຳນາດການປົກຄອງບ້ານຊຽງດາ ເຂົ້າກັກຕົວພ້ອມຂອງກາງຈຳນວນ 14 ອັນ.
ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ສາມາດເກັບກູ້ຂອງກາງຄືນມາໄດ້ ລວມມີເຫຼັກລາງລົດໄຟຈໍານວນ 14 ອັນ ແລະ ຝາປົກຄອງນໍ້າ 2 ອັນ, ສ່ວນຮ້ານຮັບຊື້-ຂາຍເຫຼັກນັ້ນ ໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນຕໍ່ພວກກ່ຽວ ເນື່ອງຈາກວ່າຮ້ານບໍ່ມີເອກະສານດໍາເນີນທຸລະກິດທີ່ຖືກຕ້ອງ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.