ກົງສຸນເຮັດພາສປອດຊິວ່າຈັ່ງໃດ ຊ່ວຍອະທິບາຍແດ່ ເຮັດແບບນີ້ກໍ່ໄດ້ຫວາ

0
104

ກາຍເປັນປະເດັນອີກແລ້ວ ບໍ່ຈົບບໍ່ສິ້ນ ກັບການເຮັດພາສປອດໃນຊ້ວງນີ້ ປະເດັນຄົນໄປຕໍ່ຄິວແລ້ວບໍ່ໄດ້ ສ່ວນຫຼາຍແມ່ນຄົນທີ່ມາຈາກຕ່າງແຂວງທີ່ມາຫຼາຍກ່ວາໝູ່ ບາງຄົນມາເຮັດຢູ່ນະຄອນຫຼວງຕ້ອງຂີ່ລົດມາ ຫັວງເຮັດພາສປອດ ແຕ່ມາແລ້ວກັບບໍ່ໄດ້ ເສຍທັງເວລາ ເສຍທັງເງີນ ຊົ່ວຈະເຮັດໄດ້ກໍ່ບໍ່ແມ່ນງ່າຍ ບັນຫາຄືການຕໍ່ຄິວນີ້ແລະ ປັນຫານີ້ມີມາຕະຫຼອດ ປະຊາຊົນທົ່ວໄປທີ່ຕັ້ງໃຈມາຢືນລໍຖ້າເຂົ້າຄິວ

ເພື່ອເຮັດພາສປອດດ້ວຍຕົນເອງກັບບໍ່ໄດ້ ຫຼືໄດ້ກໍ່ໄດ້ໃຊ້ເວລາ 2-3 ເທື່ອ ຫຼື ຖ້າໃຜໂຊກດີ ກໍ່ດີໄປຈະບໍ່ໄດ້ເສຍເວລາ ທີ່ຈິງຂັ້ນຕອນການເຮັດພາສປອດບໍ່ແມ່ນເລື້ອງຍາກເລີຍ ແຕ່ດຽວນີ້ເມື່ອຄົນໄປເຮັດຫຼາຍ ແລະ ເຮັດໃຫ້ພາເກີດມີພວກນາຍໜ້າທີ່ກອບໂກຍເອົາຜົນປະໂຫຍດຂອງຕົນມາອ້າງວ່າສະຖານທີ່ນີ້ເປັນຂອງຕົນເອງ ເປັນບ່ອນທີ່ໂຄເອງຈອງ ທັງໆທີ່ສະຖານທີ່ໆກ່າວມານັ້ນແມ່ນທາງສາທາລະນະ

ໃຜຢາກຢືນຢູ່ໃສກໍ່ໄດ້ ບໍ່ໄດ້ມີປ້າຍຫ້າມວ່າເປັນຂອງບຸກຄົນໃດ ມີສິດຫັຍງເຮັດແບບນີ້ ວ່າບ່ອນນີ້ຂອງຕົນເອງ ທຸກຄົນມີສິດສະເໝີກັນ ຍ້ອນຄວາມເຫັນແກ່ໂຕ ບໍ່ສົນໃຈສ່ວນລວມ ເຫັນແກ່ປະໂຫຍດຂອງຕົນເອງ ດີບໍ່ດີ ອ້າງວ່າຜົວຕົນເອງເຮັດວຽກຢູ່ບ່ອນນີ້ ດຽວນີ້ເຮັດແບບນີ້ໄດ້ຫວາ? ແລ້ວຄົນທີ່ມາຕໍ່ຄິວດ້ວຍຄົນເອງເປັນຕາອີ່ຕົນເຂົາເຈົ້າທີ່ສຸດ ໄດ້ແຕ່ລໍຖ້າຄວາມຫັວງ ໃສສິຄ່າໃຊ້ຈ່າຍການກິນ ການຢູ່ ການເດີນທາງ ຂໍໃຫ້ພາກສ່ວນກ່ຽວຂ້ອງກວດສອບດ່ວນ ກົງສຸນເຮັດພາສປອດຊິວ່າຈັ່ງໃດ ອະທິບາຍມາດຸ ເຮັດແບບນີ້ກໍ່ໄດ້ຫວາ ແລະ ສິເຮັດແນວໃດກັບກຸ່ມນາຍໜ້າແບບນີ້


ກົງສຸນເຮັດພາສປອດຊິວ່າຈັ່ງໃດ ຊ່ວຍອະທິບາຍແດ່ ເຮັດແບບນີ້ກໍ່ໄດ້ຫວາ


ກົງສຸນເຮັດພາສປອດຊິວ່າຈັ່ງໃດ ຊ່ວຍອະທິບາຍແດ່ ເຮັດແບບນີ້ກໍ່ໄດ້ຫວາ


ກົງສຸນເຮັດພາສປອດຊິວ່າຈັ່ງໃດ ຊ່ວຍອະທິບາຍແດ່ ເຮັດແບບນີ້ກໍ່ໄດ້ຫວາ


ກົງສຸນເຮັດພາສປອດຊິວ່າຈັ່ງໃດ ຊ່ວຍອະທິບາຍແດ່ ເຮັດແບບນີ້ກໍ່ໄດ້ຫວາ


ກົງສຸນເຮັດພາສປອດຊິວ່າຈັ່ງໃດ ຊ່ວຍອະທິບາຍແດ່ ເຮັດແບບນີ້ກໍ່ໄດ້ຫວາ

ຮູບ:ວິດີໂອ Kou Viengxay