ນາງ ພອນທິບ ຫຼື ທີ່ເອີ້ນກັນວ່າ ເຈ້ທິບ ອາຍຸພຽງ 30 ປີ ກາຍເປັນເປົ້າໝາຍທີ່ເຈົ້າໜ້າທີ່ກໍາລັງຕ້ອງການຕົວມາດໍາເນີນຄະດີ ເພາະສໍ້ໂກງເງິນຂອງປະຊາຊົນຈໍານວນຫຼາຍພັນຄົນ ຫອບເງິນຈໍານວນມະຫາສານໜີອອກນອກປະເທດ ແຕ່ທ້າຍເດືອນມິຖຸນາ 2022, ເຊິ່ງມາເຖິງປັດຈຸບັນນີ້ ຍັງບໍ່ມີພາກສ່ວນໃດຮູ້ວ່າ ເຈ້ທິບໜີໄປໃສ ແລະ ກໍຍັງຈັບຕົວບໍ່ໄດ້.
ເຈ້ທິບ ເປັນບຸກຄົນທີ່ມີຊື່ສຽງທາງສື່ສັງຄົມອອນລາຍ ແລະ ໃຊ້ຊີວິດຫຼູຫຼາ, ມີທຸລະກິດຂາຍເພັດ ແລະ ຄໍາແທ່ງ ຊື່ຮ້ານລາຍາ ເຈວເວີລີ ເຊິ່ງແຕ່ລະມື້ຈະໂພສຂາຍເພັດອັນຍະມະນີທີ່ມີລາຄາແພງ ແລະ ໂພດຂາຍທອງຄໍາແທ່ງເປັນຈໍານວນຫຼວງຫຼາຍ; ແຕ່ທຸລະກິດທີ່ສ້າງເງິນຫຼັກຂອງເຈ້ທິບ ແທ້ໆບໍ່ພຽງແຕ່ຮ້ານຂາຍເພັດ ແລະ ທອງຄໍາ ເທົ່ານັ້ນ, ແຕ່ເປັນທຸລະກິດຮັບຝາກເງິນ ໂດຍໃຫ້ອັດຕາດອກເບ້ຍສູງ; ເຊິ່ງເຈ້ທິບໄດ້ໂຄສະນາຜ່ານທາງເຟສບຸກສ່ວນຕົວວ່າ ໃຜນໍາເງິນມາຝາກຈະຄິດໄລ່ເປີເຊັນໃຫ້ 30% ຂອງມູນຄ່າທີ່ຝາກຕໍ່ເດືອນ, ແຕ່ການວາງແຜນຂອງເຈ້ທິບແມ່ນນຽບນຽນທີ່ສຸດ ໂດຍວາງເງື່ອນໄຂວ່າ ຖ້າຫາກໃຜຕ້ອງການຢາກໄດ້ດອກເບ້ຍສູງ 30% ຕໍ່ເດືອນ ຕ້ອງນໍາເງິນມາຝາກຢ່າງໜ້ອຍ 50 ລ້ານກີບຂຶ້ນໄປ.
ເມື່ອຂະບວນການສ້າງພາບເຮັດໃຫ້ຜູ້ຄົນຈໍານວນຫຼວງຫຼາຍມີຄວາມເຊື່ອຖື ການລວງເງິນໃນກະເປົາເຫຍື່ອມາສູ່ກະເປົາຕົນເອງຈຶ່ງງ່າຍດາຍ ແລະ ບໍ່ມີອຸປະສັກໃດໆກີດຂວາງ, ຈຶ່ງເຮັດໃຫ້ປະຊາຊົນຈໍານວນຫຼວງຫຼາຍຫຼັ່ງໄຫຼເອົາເງິນມາຝາກນໍາ ເຈ້ທິບ ແຕ່ແທ້ຈິງແລ້ວ ເຈ້ທິບ ຫວັງກອບໂກຍເອົາເງິນຂອງເຫຍື່ອທີ່ນໍາຝາກເທົ່ານັ້ນ ແລະ ບໍ່ມີຈຸດປະສົງທີ່ຈະສົ່ງເງິນຄືນທັງຕົ້ນ ແລະ ດອກ.
ອີກມຸມໜຶ່ງໃນການສ້າງພາບຂອງເຈ້ທິບ ຍັງຮັບຊື້-ຂາຍຫວຍອອນລາຍ ແລະ ມີຊື່ສຽງທາງດ້ານການຖືກລາງວັນຫວຍພັດທະນາລາວຢ່າງຕໍ່ເນື່ອງ ໂດຍຖືກງວດໜຶ່ງບໍ່ຕໍ່າກວ່າ 4 ຮ້ອຍລ້ານກີບ, ແຕ່ຄວາມຈິງແລ້ວ ການຖືກຫວຍຂອງເຈ້ທິບ ເປັນພຽງການສ້າງກະແສເທົ່ານັ້ນ ເພື່ອສ້າງພາບໃຫ້ສັງຄົມຮັບຮູ້ວ່າ ຕົນເອງດວງເຮັງ ແລະ ລວຍ ເພື່ອຫຼອກລວງເອົາເຫຍື່ອມາຝາກເງິນນໍາຕົນ.
ການໂພດຂາຍເພັດ, ຂາຍຄໍາແທ່ງ ແລະ ການຖືກຫວຍລາງວັນໃຫຍ່ຂອງເຈ້ທິບ ແມ່ນເຮັດຄວບຄູ່ກັນໄປ ເພື່ອສ້າງພາບໃຫ້ຜູ້ຄົນຫຼົງເຊື່ອວ່າ ຕົນເອງລວຍແທ້, ເຮັດໃຫ້ຄົນຈໍານວນຫຼວງຫຼາຍເອົາເງິນມາຝາກນໍາ ເມື່ອໃກ້ຈະຮອດມື້ນັດໝາຍເອົາດອກເບ້ຍ ເຈ້ທິບ ໄດ້ຫອບເງິນໜີອອກນອກປະເທດເປັນເງິນຈໍານວນມະຫາສານ ລວມທັງໝົດ ເປັນເງິນ 3 ສະກຸນ ຄື:
ເງິນກີບ 2 ໝື່ນລ້ານກີບ ເງິນບາດ 4 ຮ້ອຍລ້ານບາດ ເງິນໂດລາ 4 ລ້ານໂດລາສະຫະລັດ
ຮອດວັນທີ 30 ມິຖຸນາ 2022, ຜູ້ເສຍຫາຍຈໍານວນຫຼວງຫຼາຍ ຖະຍອຍເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ຫຼາຍກວ່າ 5.000 ຄົນ ແລະ ຄາດວ່າຍັງຈະມີຜູ້ເສຍຫາຍຫຼາຍຄົນເຂົ້າມາແຈ້ງຄວາມຕື່ມອີກ.
ຈາກການກວດສອບຂອງເຈົ້າໜ້າທີ່ ເຈ້ທິບ ໄດ້ເດີນທາງອອກນອກປະເທດໄປຕັ້ງແຕ່ວັນທີ 29 ມິຖຸນາ 2022 ໂດຍເດີນທາງຜ່ານດ່ານ ຕມ ຂົວມິດຕະພາບ ລາວ-ໄທ 1; ປັດຈຸບັນ, ເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.
ແນວໃດກໍຕາມ, ສັງຄົມລາວໃນປັດຈຸບັນ ຍັງຫຼົງເຊື່ອກົນສໍ້ໂກງຂອງພວກຄົນບໍ່ດີແບບງ່າຍດາຍ ເພາະຜ່ານມາປະເທດເຮົາມີເຫດການດັ່ງກ່າວ ເກີດຂຶ້ນຈໍານວນບໍ່ໜ້ອຍໃນການໂກງລັກສະນະແບບນີ້, ແຕ່ກໍຍັງບໍ່ເຂັດຫຼາບພາກັນຫຼົງເຊື່ອຈົນສູນເສຍເງິນໄປຈໍານວນບໍ່ໜ້ອຍ, ບາງຄົນກໍສູນເສຍເງິນໄປຈົນໝົດຕົວ ເພາະຫວັງລວຍແບບງ່າຍໆ.
ເຊິ່ງຫຼາຍເຫດການທີ່ທຸກຄົນອາດຍັງຈື່ກັນໄດ້ກ່ຽວກັບ ການໂກງເອົາເງິນປະຊາຊົນ ແລະ ມີຜູ້ເສຍຫາຍຈໍານວນຫຼາຍຢູ່ໃນປະເທດເຮົາ ແມ່ນມີຫຼາຍເຫດການ ແຕ່ພວກເຮົາຈະຍົກເອົາບາງເຫດການທີ່ຄ້າຍຄືກັນມາໃຫ້ຮັບຮູ້ ຄື:
ໃນໄລຍະປີ 1989-1992, ສິນເຊື່ອເມດຕາ ແລະ ສິນເຊື່ອສີວິໄລ ຕົວະຍົວະໃຫ້ປະຊາຊົນເອົາເງິນມາຝາກ ດ້ວຍການໃຫ້ດອກເບ້ຍສູງ, ສຸດທ້າຍຫອບ ເງິນໜີ ແລະ ລົ້ມລະລາຍ ເຊິ່ງມີຜູ້ສູນເສຍເງິນໄປຈໍານວນບໍ່ໜ້ອຍ;ປີ 2015, ບໍລິສັດແມັກກີ ຮັບເງິນຝາກ 6% ຕໍ່ເດືອນ ລົ້ມລະລາຍ ແລະ ສ້າງຄວາມເສຍຫາຍຫຼາຍກວ່າ 16 ລ້ານໂດລາ;
ປີ 2017, ບໍລິສັດ ASEAN Face ຮັບເງິນຝາກ 30% ຕໍ່ເດືອນ ລົ້ມລະລາຍ ແລະ ສ້າງຄວາມເສຍຫາຍຫຼາຍກວ່າ 16 ລ້ານໂດລາ;ປີ 2017, ບໍລິສັດພີເອັສ ລະດົມທຶນ-ຮັບເງິນຝາກ 6% ຕໍ່ເດືອນ ລົ້ມລະລາຍ ພ້ອມສ້າງຄວາມເສຍຫາຍຫຼາຍກວ່າ 900 ຕື້ກີບ;ປີ 2020, ແອັບ Fingo ລົງທະບຽນຮັບເປີເຊັນການແນະນໍາລູກຄ້າ ລົ້ມລະລາຍ, ສ້າງຄວາມເສຍຫາຍຫຼາຍກວ່າ 500 ລ້ານກີບ;
ປີ 2021, ແອັບ SHBC ລະດົມທຶນ-ຮັບເງິນຝາກ ລົ້ມລະລາຍ ແລະ ສ້າງຄວາມເສຍຫາຍຫຼາຍກວ່າ 2 ຕື້ກີບ;ຫຼ້າສຸດ ກໍແມ່ນເຫດການຂອງເຈ້ທິບ ທີ່ມີຜົນເສຍຫາຍເປັນເງິນຈໍານວນມະຫາສານ.
ປັດຈຸບັນນີ້, ເຊື່ອວ່າຍັງມີຫຼາຍກົນໂກງໃນການຕົວະຍົວະຫຼອກລວງ ແລ້ວຫອບເງິນເຫຍື່ອໜີ, ແຕ່ເຫດການດັ່ງກ່າວຍັງບໍ່ໂດ່ງດັງ ເປັນຕົ້ນແມ່ນ ການນໍາເງິນໄປຝາກກິນດອກເບ້ຍ, ການເຂົ້າຫວຍເຖື່ອນ, ການສໍ້ໂກງດ້ວຍການຊື້-ຂາຍສິ່ງຂອງ ແລະອື່ນໆ.
ເມື່ອມີເຫດການຕົວະຍົວະຫຼອກລວງເກີດຂຶ້ນ ບາງຄົນກໍບໍ່ຮູ້ວ່າຈະເຮັດແນວໃດ ໄດ້ແຕ່ນໍາເຫດການມາເຜີຍແຜ່ສູ່ສື່ສັງຄົມອອນລາຍເທົ່ານັ້ນ, ບາງຄົນກໍເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ແຕ່ກໍບໍ່ມີຫຍັງຄືບໜ້າ; ສະນັ້ນ, ບົດຮຽນອັນລໍ້າຄ່າທີ່ເກີດຂຶ້ນໃນໄລຍະຜ່ານມາ ຫວັງຢ່າງຍິ່ງວ່າ ສັງຄົມລາວຈະຈົດຈໍາ ແລະ ບໍ່ຫຼົງເຊື່ອກົນໂກງຂອງກຸ່ມຄົນໃນລັກສະນະແບບນີ້ອີກ, ຖ້າທຸກຄົນມີຄວາມຮອບຄອບ ແລະ ບໍ່ຫຼົງເຊື່ອແບບງ່າຍໆ ບັນຫາກົນໂກງໃນລັກສະນະທີ່ກ່າວມານີ້ ກໍຈະບໍ່ເກີດໃຫ້ເຫັນຢູ່ໃນສັງຄົມລາວເຮົາຢ່າງແນ່ນອນ.
>