ສາວແຊຣ ປະສົບການເຮັດ ພາສປອດ ແຕ່ມີນາຍໜ້າບອກວ່າຈອງບ່ອນໄວ້ແລ້ວ ພ້ອມບອກຜົວເຮັດວຽກຢູ່ນີ້ ທັງໆທີ່ແມ່ບ່ອນສາທາລະນະບໍ່ແມ່ນບ່ອນຕົນເອງ

0
156

ຈາກຜູ້ໃຊ້ເຟສບຸກທີ່ໃຊ້ຊື່ວ່າ Park Junhee ແຊຣປະສົບການເຮັດPassport ຢູ່ກົມກົງສຸນນະຄອນຫຼວງວຽງຈັນ.ໃນເວລາ2ໂມງເຊົ້າຂອງວັນທີ11/07/2022, ຂ້ອຍໄດ້ໄປຕໍ່ແຖວນຳໝູ່ຢູ່ໜ້າກົມກົງສູນເພື່ອລໍຖ້າຮັບບັດຄິວ, ຕອນນັ້ນມີຄົນທີ່ມາກ່ອນພຽງ13ຄົນເທົ່ານັ້ນ,(ນັບຄັກແນ່) ຂ້ອຍຕ້ອງແມ່ນຄົນຖັດມາ, ແຕ່ມີນາຍໜ້າ2ຄົນຍ່າງມາບອກວ່າ ຢູ່ນີ້ພວກມັນຈອງໄວ້ແລ້ວໂດຍທີ່ພວກມັນເອົາສາດມາປູປະໄວ້ຊື່ໆ, ມັນບອກໃຫ້ຂ້ອຍໄປຕໍ່ແຖວທາງຫຼັງ, ຄັນຢາກຕໍ່ແຖວບ່ອນນີ້ແມ່ນເສຍເງິນຄົນລະ100,000ກີບ, ມັນຍັງບອກອີກວ່າຜົວມັນເຮັດວຽກຢູ່ນີ້, ຫຼາຍຄົນແມ່ນເຮັດຕາມທີ່ພວກມັນບອກ, ຫຼາຍຄົນກະຈ່າຍເງິນໃຫ້ພວກມັນຄືກັນ, ສຸດທ້າຍຂ້ອຍໄດ້ທີ200ປາຍ.

ອີກໜຶ່ງຜູ້ບໍ່ປະສົງອອກນາມ ໄດ້ເລົ່າວ່າ ລ່າສຸດໄປເຮັດພາສປອດກໍ່ເຈິມາຄືກັນ ເຮົາໄປ 3 ເທື່ອຈຶ່ງໄດ້ ເທື່ອທຳອິດໄປ 5 ໂມງເຊົ້າ ຄົນກໍ່ຫຼາຍ ລຽນແຖວຍາວເກືອບຮອດ 3 ແຍກທາງສິໄປປະຕູໄຊ ລໍຖ້າເຂົ້າຄິວກໍ່ຄິດວ່າໄປເຮັດມື້ນັ້ນຈະໄດ້ ແລະກໍ່ໄດ້ຍິນຄົນທີ່ມາຕໍ່ຄິວນຳກັນວ່າມີຄົນຮັບຈ້າງເອົາຄິວ ກໍ່ບໍ່ໄດ້ຄິດຫັຍງຫຼາຍ ແລະ ກໍ່ຕໍ່ແຖວໄປ ເມື່ອໃກ້ຈະຮອດປ່ອງທີ່ເພີ່ນເອົາຄິວ ເຊິ່ງຈະມີຢູ່ 4 ປ່ອງ ຕົນເອງ

ກໍ່ຄິດວ່າຈະໄດ້ ສຸດທ້າຍກໍ່ບໍ່ໄດ້ ເພາະກໍ່ເຂົ້າໃຈວ່າຄົນຫຼາຍ ແລະ ມື້ອື່ນ ເປັນຄັ້ງທີ 2 ກໍ່ມາໃໝ່ ແຕ່ມາຕອນ 1 ໂມງເຊົ້າຂອງອີກມື້ ເພາະຄິດວ່າມາເຊົ້າແລ້ວຄືສິໄດ້ຄິວ ເພາະເວລາທີ່ມາຕອນນັ້ນຄົນບໍ່ຫຼາຍ ເຫັນຄົນນອນຕາມແຄມຟຸດບາດກໍ່ຄິດວ່າແມ່ນຄົນມາຕໍ່ຄິວເຮັດພາສປອດຄືຕົນ ແລະເມື່ອມາຮອດກໍ່ມາລຽນແຖວເພື່ອຄວາມເປັນລະບຽບ ເຊິ່ງເຮົາເອງກໍ່ນັບເບິ່ງວ່າຕົນເອງຢູ່ຄົນທີ່ 50 ປາຍ ກໍ່

ຄິດວ່າເທື່ອນີ້ຕ້ອງໄດ້ແນ່ນອນເພາະມາແຕ່ 1 ໂມງເລີຍ ແລະກໍ່ນັ່ງຖ້າໄປ ລົມກັບຄົນທີ່ມາຕໍ່ແຖວນຳກັນ ຈຶ່ງໄດ້ຮູ້ວ່າ ຄົນທີ່ຢູ່ທາງໜ້າ ແລະ ຫຼັງ ເຮົານັ້ນ ແມ່ນຄົນທີ່ມາຮັບຈ້າງເອົາຄົນເຂົ້າແຖວ ຫຼື ເອີ້ນວ່ານາຍໜ້າເອົາຄິວ ຖາມລາຄາເຂົາເຈົ້າເຂົາເຈົ້າເອົາຄົນລະ 100.000 ກີບ ພໍເວລາເລີ້ມ 3-4 ໂມງເຊົ້າ ກໍ່ເລີ້ມມີຄົນມາແຕ່ໃສກໍ່ບໍ່ຮູ້ທີ່ມານຳຫຼັງເຮົາ ຢູ່ຊື່ໆມາລັດຄິວຕໍ່ໜ້າຕໍ່ຕາຢ່າງໜ້າຕາເສີຍ

ຈາກທີ່ເຮົາຢູ່ຄົນທີ່ 50 ປາຍ ກາຍເປັນຄົນທີ 200-300 ຍ້ອນຄົນທີ່ເປັນນາຍໜ້າລັດຄິວນັ້ນເອົາຄົນຕົນເອງມາເຂົ້າເພື່ອລັດໜ້າຄົນອື່ນ ໂດຍບໍ່ເກງໃຈ ຫຼື ບໍ່ສົນໃຈຄົນທີ່ເຂົາມາຕໍ່ແຖວເລີຍ ເພາະມີຄົນເວົ້າໃຫ້ວ່າບໍ່ໃຫ້ມາລັດແຖວ(ລັດຄິວ) ແຕ່ບັນດາພວກນາຍໜ້າກໍ່ບໍ່ໄດ້ສົນໃຈຫັຍງ ຄິດເຫັນແຕ່ຜົນປະໂຫຍດຂອງຕົນເອງ ສຸດທ້າຍ ການໄປຄັ້ງທີ 2 ກໍ່ບໍ່ໄດ້ເຮັດອີກຕາມເຄີຍ ເພາະມື້ນັ້ນໄປວັນສຸກແດ່

ເພີ່ນຮັບແຕ່ 200 ຄິວ ກໍ່ເລີຍ ກັບບ້ານໄປ ແລະລ່າສຸດ ເຮົາໄປຄັ້ງທີ 3 ເທື່ອນີ້ໄປຕອນ 7 ໂມງແລງ ເພາະຢາກໄປເປັນຄົນທຳອິດເພື່ອບໍ່ຢາກໃຫ້ໃຜມາລັດຄິວ ແຕ່ກໍ່ໄດ້ເປັນຄົນທຳອິດອີ່ຫຼີ ພໍໄປຮອດກໍ່ເຫັນໝາກຫິນລຽນຢາຍກັນເປັນຈຸດໆ ເຮົາເອງກໍ່ໄດ້ເກັບໝາກຫິນອອກໄປກ້ອນ 1 ແລ້ວປູສາດລົງເພື່ອນັ່ງ ຢູ່ດີໆມີຍິງ 2 ຄົນ ມາບອກວ່ານີ້ແມ່ນບ່ອນຂອງຕົນເອງທີ່ຈອງໄວ້ແລ້ວ ເຊິ່ງຍິງ 2 ຄົນນັ້ນ

ເອງເຮົາຈື່ໜ້າໄດ້ດີ ຍິງ 2 ຄົນ ນັ້ນກໍ່ຄືນາຍໜ້າທີ່ຮັບຈ້າງຕໍ່ຄິວ ແຕ່ເຮົາກໍ່ບໍ່ສົນໃຈ ເຮົາກໍ່ບອກວ່າຂ້ອຍມາກ່ອນ ອີກຢ່າງຂ້ອຍບໍ່ຮູ້ດ໋ອກວ່າບ່ອນໃຜ ເພາະບໍ່ເຫັນມີໃຜມາ ຍິງ 2 ຄົນ ກໍ່ເຮັດໜ້າບໍ່ພໍໃຈໃສ່ເຮົາ ແລະກໍ່ເລີ້ມມີຄົນທີ່ມາຈາກຕ່າງແຂວງ ແລະ ກໍ່ມີຄົນທີ່ຢາກມາເຮັດເລີ້ມທະຍອຍມາເຮັດພາສປອດເມື່ອ ຍິງ 2 ຄົນເຫັນ ກໍ່ໄດ້ໄລ່ໃຫ້ເຂົາເຈົ້າທີ່ມານັ້ນໃຫ້ໄປຕໍ່ແຖວຢູ່ບ່ອນອື່ນ ຫ້າມມາຢູ່ບ່ອນທີ່

ໂຕເອງເອົາກ້ອນຫີນປະໄວ້ ບໍ່ດົນກໍ່ມີອ້າຍຕຳຫຼວດນອກເຄື່ອງແບບມາ ເພີ່ນຈະມາເບິ່ງເພື່ອຄວາມເປັນລະບຽບ ເພື່ອບໍ່ໃຫ້ຄົນມານອນ ມາຕໍ່ແຖວເວລານັ້ນ ເພີ່ນບອກວ່າຄັນຢາກໃຫ້ຕໍ່ແຖວໃຫ້ມາຕໍ່ຕອນ 3 ໂມງກາງຄືນ ເພາະຖ້າມາແບບນີ້ເວລານີ້ກໍ່ຕ້ອງໃຫ້ກັບບ້ານຢູ່ດີ ເຮົາເອງກໍ່ໄດ້ບອກກັບອ້າຍຕຳຫຼວດວ່າ ເຮົາເຂົ້າໃຈທີ່ອ້າຍມາຄືດີແລ້ວ ທີ່ບໍ່ຢາກໃຫ້ມີການນອນ ຫຼື ຕໍ່ແຸຖວ ແຕ່ຈະເຮັດແນວໃດ

ໄດ້ຖ້າບໍ່ຕໍ່ຕອນນີ້ພວກທີ່ເປັນນາຍໜ້າຕໍ່ຄິວນັ້ນເຂົາເຈົາກໍ່ເອົາຄົນເຂົາມາທັງໆທີ່ເຮົາຢືນຕໍ່ແຖວຂອງເຮົາຢ່າງເປັນລະບຽບໂດຍທີ່ບໍ່ໄດ້ລັດຄິວໃຜ ຕັ້ງໃຈມາລຽນ ມາເຮັດພາສປອດບໍ່ໄດ້ມາເຮັດເພື່ອຫັວງເອົາເງີນຄືເຂົາ ແລະ ພວກທີ່ມາແຕ່ຕ່າງແຂວງກໍ່ອີ່ຕົນເຂົາມາຫຼາຍເທື່ອກໍ່ບໍ່ໄດ້ ເສຍທັງເງີນ ທັງເວລາ ມາຫຼາຍເທື່ອກໍ່ບໍ່ໄດ້ ຍ້ອນພວກນາຍໜ້ານິແລະ ທີ່ເອົາຄົນມານະ ເມື່ອບອກອ້າຍຕຳຫຼວດແບບນີ້ແລ້ວ

ອ້າຍລາວກໍ່ປິ່ນໄປເວົ້າໃຫ້ພວກນາຍໜ້າວ່າສິຂື້ນບັນຊີດຳ ເມື່ອໄດ້ຍິນແນວນັ້ນ ຍິງ 2 ຄົນ ກໍ່ຟ້າວໜີຢ່າງໄວ ອ້າຍຕຳຫຼວດກໍ່ມາເກັບກ້ອນຫີນທີ່ເຂົາເອົາມາຈອງຄິວນັ້ນຖິ້ມ(ຊົມເຊີຍອ້າຍເດີ້)ແລ້ວກໍ່ຂື້ນລົດໄປ ພໍຮອດໃກ້ສິແຈ້ງແລ້ວ ຄົນກໍ່ເລີ້ມມາເລີ້ມຕໍ່ຄິວແຕ່ກໍ່ບໍ່ຫຼາຍ ແລະ ກໍ່ມີກອງຫຼອນບ້ານ ແລະ ຕຳຫຼວດ ເພີ່ນກໍ່ມາກວດເບິ່ງຄວາມຮຽບຮ້ອຍວ່າຄົນມາຕໍ່ແຖວບໍ່ ຖ້າເຫັນເພີ່ນກໍ່ບໍ່ໃຫ້ຕໍ່ ເຊິ່ງທຸກ

ຄົນກໍ່ໃຫ້ຄວາມຮ່ວມມື ເມື່ອມາຮອດ 3 ໂມງເຊົ້າເຮົາເອງກໍ່ໄດ້ກັບມາຕໍ່ຄິວຄືເກົ່າ ແລະ ກໍ່ມີ ຜູ້ທີມາຕໍ່ນຳຫຼັງ ມາຕໍ່ນຳກັນ ຕອນນັ້ນພວກນາຍໜ້າກໍ່ພາກັນມາແລະມາປູສາດຈອງບ່ອນໄວ້ຢູ່ຫຼັງພວກເຮົາເພື່ອບໍ່ໃຫ້ຄົນມາຕໍ່ ເພາະຖ້າຄົນມາຕໍ່ພວກນາຍໜ້າເຂົາກໍ່ຈະບໍ່ໄດ້ເງີນ ພໍມາຮອດຕອນເຊົ້າ ເວລາ 5 ໂມງເຊົ້າກໍ່ເລີ້ມມີຄົນມາທະຍອຍເຂົ້າຄິວ(ສ່ວນຫຼາຍແມ່ນຄົນທີ່ມາຊື້ຄິວ) ແລະ ຄົນທີ່ມາແຕ່ໃສກໍ່ບໍ່

ຮູ້ມາຍາດຊູຊີເພື່ອເຂົ້າປະຕູບ່ອນທາງໜ້າ ເພາະວ່າອ້າຍພະນັກງານຮັກສາຄວາມປອດໄພເພີ່ນຈະມາເປີດໃຫ້ຄົນເຂົ້າເວລາ 6 ໂມງ ທຸກຄົນອາໄສເວລານີ້ຍາດເຂົ້າໄປໃກ້ປະຕູທີ່ສຸດ ເພື່ອເຂົ້າໄປເອົາຄິວຢູ່ປ່ອງທີ 1.2.3.4 ເພາະຖ້າເມື່ອໄດ້ຄິວ ກໍ່ຈະໄດ້ເຂົ້າສຳພາດ ເວິ້າລວມແລ້ວທີ່ຈິງການເຮັດພາສປອດບໍ່ແມ່ນເລື້ອງຍາກເລີຍ ແຕ່ປັນຫາກໍ່ຄື ມີພວກນາຍໜ້າມາສວຍໂອກາດມາຂາຍຄິວ (ເຮົາຮ້ອງແບບນີ້

ວ່າຄ່າມາຢືນເອົາຄົນເຂົ້າທັງໆທີ່ບ່ອນຕໍ່ແຖວນັ້ນແມ່ນທາງສາທາລະນະ ບໍ່ມີສິດເຮັດແບບນີ້) ມາສວຍໃຊ້ເພື່ອປະໂຫຍດຂອງຕົນເອງ ນີ້ກໍ່ເປັນການເອົາປຽບ ຄົນທີ່ຕັ້ງໃຈມາເຮັດ ອີກສ່ວນໜຶ່ງກໍ່ແມ່ນຢູ່ວ່າສະບາຍທີ່ບໍ່ຕ້ອງມາຕໍ່ຄິວໃຫ້ເມື່ອຍ ໃຊ້ເງີນແກ້ບັນຫາແທນ ຢາກຂໍວອນພາກສ່ວນກ່ຽວຂ້ອງຈັດການພວກນາຍໜ້າລັດຄິວຢ່າງຈິງຈັງ ເຈິມາກັບຕົນເອງຈຶ່ງຮູ້ ຖ້າໃຜຢາກຮູ້ລອງໄປເບິ່ງວ່າແມ່ນແທ້ບໍ່ຢູ່ຕອນແລງຈົນຮອດເຊົ້າ ແລ້ວ ຈະເຈິກັບປະສົບການແບບນີ້ ອີ່ຕົນສຸດກໍ່ຄືຄົນທີ່ຢູ່ຕ່າງແຂວງໄປເຮັດ ຫຼາຍເທື່ອຊົ່ວສິໄດ້

ປລ ເຄີຍຖາມຢູ່ເຟສບຸກຄົນທີ່ຮັບເຮັດລາຄາ 1.300.000-1.600.000 ລາຄາໄດ້ດ່ວນຂື້ນໄປ ລາຄາ 1 ມື້ດ່ວນ ຫຼື 1 ອາທິດ ປະມານນີ້ ຫຼືອາດຈະຫຼາຍກ່ວານີ້ເພາະພາສປອດດຽວນີ້ຄົນລາູຄາກົງສູນເພີ່ນແຈ້ງແມ່ນລາຄາ 600.000 ແມ່ນ 48 ໜ້າ ຊ່ວງນີ້ຄົນໄປເຮັດຫຼາຍແດ່ລາຄາຮັບເຮັດກໍ່ຈະແພງ