ກົມອຸຕຸນິຍົມຄາດຄະເນສະພາບອາກາດ 11-17 ໃຫ້ມີສະຕິຕໍ່ ຝົນຕົກ ແລະ ຟ້າຮ້ອງ

    2
    736

    ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ຄືກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດເລກທີ 0798/ກອຕທ ລົງວັນທີ 11 ກໍລະກົດ 2022 ກ່ຽວກັບສະພາບອາກາດແຕ່ວັນທີ 11-17 ກໍລະກົດ 2022.

    ໂດຍໃນໄລຍະວັນທີ 11-17 ກໍລະກົດ 2022ຮ່ອງຄວາມກົດດັນອາກາດຕ່ຳຈະພາດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ ພ້ອມດຽວກັນລົມມໍລະສຸມຕາເວັນອອກສ່ຽງໃຕ້ກະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນຕົກ ລົງຫາພາກກາງ ແລະ ພາກໃຕ້.

    ສຳລັບຄວາມກົດດັນອາກາດຕ່ຳທີ່ມີກຳລັງແຮງຢູ່ເຂດທະເລຈີນໃຕ້ ແມ່ນຈະມີທ່າອ່ຽງເພີ່ມກຳລັງແຮງຂຶ້ນອາດຈະກາຍເປັນພາຍຸດີເປຼຊັນ ແລະ ຈະເຄື່ອນທີ່ໄປທາງພາກເໜືອນຂອງປະເທດຫວຽດນາມໃນໄລຍະວັນທີ 11-13 ກໍລະກົດ 2022.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.