ເວລາ 16:00 ໂມງຂອງວັນທີ 27-28 ມິຖຸນາ 2022, ເຈົ້າໜ້າທີ່ ໜ່ວຍງານສະກັດກັນ ແລະ ຕ້ານຢ າ ເ ສ ບ ຕ ິ ດກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ສາມາດຈັບຕົວເປົ້າໝາຍຄ້າ-ຂາຍຢ າ ເ ສ ບ ຕ ິ ດໄດ້ 5 ຄົນ ພ້ອມຂອງກາງຢ າ ບ ້ າ 11.632 ເມັດ.
ພັທ ສິງຄໍາ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ໃຫ້ຮູ້ວ່າ: ພາຍຫຼັງສືບຮູ້ວ່າມີກຸ່ມຄົນເຄື່ອນໄຫວຊື້-ຂາຍຢ າ ເ ສ ບ ຕ ິ ດ ຈຶ່ງມອບໃຫ້ເຈົ້າໜ້າວິຊາສະເພາະ ລົງແກ້ໄຂ ໃນວັນທີ 27 ມິຖຸນາ, ສາມາດຈັບຕົວໄດ້ທັງໝົດ 3 ຄົນ ຄື: ທ້າວ ກຽງຄຳ ອາຍຸ 45 ປີ ພ້ອມຂອງກາງຢ າ ບ ້ າ 4.405 ເມັດ, ທ້າວ ສຸກທະວີ ຫຼື ແຫຼ້ ອາຍຸ 36 ປີ ພ້ອມຂອງກາງຢ າ ບ ້ າ 405 ເມັດ, ທ້າວ ນິຄົມ ອາຍຸ 33 ປີ ພ້ອມ ຂອງກາງຢ າ ບ ້ າ 27 ເມັດ ທັງ 3 ຢູ່ບ້ານໂດນເໜືອ ເມືອງປາກງື່ມ;
ຜ່ານການສືບສວນ-ສອບສວນເບື້ອງຕົ້ນ, ທ້າວ ກຽງຄຳ ໄດ້ໃຫ້ການວ່າ: ຢາບ້າຈໍານວນດັ່ງກ່າວແມ່ນໄດ້ຊື້ມາຈາກ ທ້າວ ບົວວັນ ຫຼື ແຫຼ້. ຕົກມາຮອດເວລາ 13: 40 ໂມງ ຂອງວັນທີ 28 ມິຖຸນາ 2022, ເຈົ້າໜ້າທີຈຶ່ງສາມາດຈັບຕົວທ້າວ ບົວວັນ ຫຼື ແຫຼ້ ອາຍຸ 33 ປີ ຢູ່ ບ້ານນາພອກ ເມືອງໄຊທານີ ແຕ່ບໍ່ມີຂອງກາງກ່ອນຜູ້ກ່ຽວຊັດທອດຫາທ້າວ ເຢຍຊົ້ງ ອາຍຸ 30 ປີ ຢູ່ບ້ານສົມສະໄໝ ເມືອງໄຊທານີ ທີ່ເປັນຜູ້ຂາຍຢ າ ບ ້ າໃຫ້. ເຈົ້າໜ້າທີ່, ຈຶ່ງນໍາກໍາລັງເຂົ້າຈັບກຸມຕົວ ທ້າວ ເຢຍຊົ້ງ ໄດ້ພ້ອມຂອງກາງຢ າ ບ ້ າ 6.795 ເມັດ; ຕໍ່ກັບການມ້າງຄະດີໃນຄັ້ງນີ້, ເຈົ້າໜ້າທີ່ ສາມາດຢຶດຂອງກາງຢ າ ບ ້ າໄດ້ທັງ ໝົດ 11.632 ເມັດ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເຫັນວ່າ: ທ້າວ ກຽງ ຄຳ, ທ້າວ ສຸກທະວີ, ທ້າວ ໄຊຍະເວດ ຫຼື ແຫຼ້, ທ້າວ ບົວວັນ ຫຼື ແຫຼ້, ທ້າວ ເຢຍ ຊົ້ງ ແມ່ນໄດ້ຄ້າຂາຍຢ າ ເ ສ ບ ຕ ິ ດປະເພດຢ າ ບ ້ າແທ້, ເຊິ່ງການກະທໍາຂອງພວກກ່ຽວແມ່ນຄົບ 4 ອົງປະກອບຂອງການກະທຳຜິດທາງອາຍາ ທີ່ແຕະຕ້ອງ ຕໍ່ສະຖຽນລະພາບທາງດ້ານເສດຖະກິດຂອງຊາດ ແລະ ສາຍພົວພັນສັງຄົມຜິດຕໍ່ໝວດມາດຕາ 315 ຂອງປະມວນກົດໝາຍອາຍາແຫ່ງ ສປປ ລາວ ໃນສະຖານະການຄ້າຂາຍຢ າ ເ ສ ບ ຕ ິ ດ.
ຕໍ່ກັບ ທ້າວ ນິຄົມ ແມ່ນໄດ້ເສບຢາເສບຕິດປະເພດຢ າ ບ ້ າແທ້, ເຊິ່ງການກະທຳຂອງຜູ້ກ່ຽວແມ່ນຄົບ 4 ອົງປະກອບຂອງການກະທຳຜິດທາງອາຍາ, ເຊິ່ງແຕະຕ້ອງຕໍ່ສະຖຽນລະພາບທາງດ້ານເສດຖະກິດຂອງຊາດ ແລະ ສາຍພົວພັນສັງຄົມຜິດຕໍ່ໝວດທີ 8 ມາດຕາ 320 ຂອງປະມວນກົດໝາຍອາຍາແຫ່ງ ສປປ ລາວ ໃນສະຖານການເສບ ຫຼື ການມີໄວ້ໃນຄອບຄອງເພື່ອເສບຢ າ ບ ້ າ. ເຈົ້າໜ້າທີ່ ຈຶ່ງໄດ້ເກັບກຳຂໍ້ມູນ ຫຼັກຖານຢ່າງລະອຽດຖີ່ຖ້ວນ ແລະ ສະຫຼຸບສຳນວນຄະດີສົ່ງໃຫ້ໄອຍະການສັ່ງຟ້ອງສານຕັດສິນຕາມກົດໝາຍ.