ປະທານາທິບໍດີ ແລະ ນາຍົກ ລັດຖະມົນຕີ ສີລັງກາ ປະກາດ ຈະລາອອກ ຈາກຕຳແໜ່ງ.ວັນທີ 10 ກໍລະກົດນ 2022 ນີ້, ຂ່າວໂກລົມໂບ ສີລັງກາ ໄດ້ລາຍງານຂ່າວວ່າ: ທ່ານ Kotabaya Rajapaksa ປະທານາທິບໍດີ ແລະ ທ່ານ RanilVikram Singh ນາຍົກ ລັດຖະມົນຕີ ຂອງສີລັງກາ ໄດ້ຕັດສິນໃຈ ຈະລາອອກ ຫລັງຈາກ ປະເທດ ເກີດຄວາມວຸ້ນວາຍຫລາຍທີ່ສຸດ ນັບຕັ້ງແຕ່
ມີການປະທ້ວງ ຕໍ່ຕ້ານ ລັດຖະບານ ເປັນເວລາຫລາຍເດືອນຜ່ານມາ, ເມື່ອກຸ່ມຜູ້ປະທ້ວງໄດ້ບຸກເຂົ້າໄປໃນເຮືອນຂອງຜູ້ນຳ ທັງ2ທ່ານ, ຈາກນັ້ນບັນດາຜູ້ນຳໃນສະພາ ໄດ້ຈັດກອງປະຊຸມ ສຸກເສີນ ແລະ ມີມະຕິ ຂໍໃຫ້ ລາອອກ ດັ່ງນັ້ນ ປະທານາທິບໍດີ ພ້ອມດ້ວຍຄະນະ ຕົກລົງ ຈະລາອອກ ໃນວັນທີ13 ກໍລະກົດ 2022 ນີ້ ເພື່ອສົ່ງມອບ ອຳນາດຄືນ ໃຫ້ແກ່ ປະຊາຊົນ ນຳໄປສູ່ ຂະບວນການ ເລຶອກຜູ້ນຳ ຄົນໃໝ່ ໃນໄວໆນີ້.
ເກີດຄວາມ ວຸ້ນວາຍ ຜູ້ປະທ້ວງ ໄດ້ບຸກເຂົ້າໄປ ໃນເຮືອນ ຂອງຜູ້ນຳສີລັງກາທັງ 2 ທ່ານ

ຂໍ້ມູນຂ່າວ: ຂປລ