U19 ລາວເກັບເພີ່ມອີກ 3 ຄະແນນ ເຂົ້າຮອບຮອງຊະນະເລີດສົດໃສ ຫຼັງເອົາຊະນະ ສິງກະໂປ 3-1

0
161

U19 ລາວເກັບເພີ່ມອີກ 3 ຄະແນນ ເຂົ້າຮອບຮອງຊະນະເລີດສົດໃສ ຫຼັງເອົາຊະນະ ສິງກະໂປ 3-1.

ບໍ່ເຮັດໃຫ້ແຟນບານຊາວລາວຜິດຫວັງ ສຳລັບທີມບານເຕະພິກຂີ້ໜູ ​U19 ລາວ ທີ່ສ້າງຜົນງານໄດ້ຢ່າງໂດດເດັ່ນໃນການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດອິນໂດເນເຊຍ ກຸ່​ມ ບີ.

ໂດຍທີມຊາດລາວ ເອົາຊະນະ ທີມຊາດສິງກະໂປ ໄປໄດ້ 3-1 ເຊິ່ງທີມຊາດລາວ ໄດ້ປະຕູຈາກ: ພຸດທະວົງ ສັງວິໄລ ນາທີ 5, ສີສຸພົນ ອັກຄະວົງ ນາທີ45+2, ອາທິດ ຫລວງລາດ 70 ສ່ວນທີມຊາດສິງກະໂປ ໄດ້ປະຕູຈາກ: Khairin Nadim Rahim ນາທີ 89.

ທີມຊາດລາວ ລົງສະໜາມ 3 ນັດ ຊະນະ 3 ນັດ ມີ 9 ຄະແນນ ເປັນອັນດັບ 1 ກຸ່ມຂອງ ກຸ່ມ ບີ ຍັງເຫຼືອການແຂ່ງຂັນ 1 ນັດ ພົບກັບ ທີມຊາດມາເລຍເຊຍ ຈະແຂ່ງຂັນວັນທີ 11 ກໍລະກົດ 2022 ເວລາ 15:00 ໂມງ, ທີ່ສະໜາມ Patriot Candrabhaga.

ຂໍ້ມູນ ແລະ ພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation