ຮ່ວມກັນລັກຂາຍຢ າ ບ ້ າ ຖືກສານຕັດສິນລົງໂທດຜູ້ລະ 5 ປີ ພ້ອມປັບໃໝ

    0
    162

    ຄະນະສານອາຍາ ສານປະຊາຊົນນະຄອນຫຼວງວຽງຈັນ ຕັດອິດສະລະພາບລົງໂທດຈໍາຄຸກ ສອງຈໍາເລີຜູ້ລະ 5 ປີ ໃນສະຖານການຄ້າຂາຍຢ າ ເ ສ ບ ຕ ິ ດ ປະເພດ ຢ າ ບ ້ າ, ເຊິ່ງຖືກເຈົ້າໜ້າທີ່ ຈັບຕົວມາດໍາເນີນຄະດີ ໃນເດືອນກັນຍາ 2021 ທີ່ຜ່ານມາ.

    ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໃນນາມຕາງໜ້າໃຫ້ປະຊາຊົນຊາວຜູ້ອອກແຮງງານບັນດາເຜົ່າ ໄດ້ຖະແຫຼງໄຈ້ແຍກການກະທໍາຜິດຂອງພວກຈໍາເລີຍ ຕໍ່ຄະນະສານອາຍາຂັ້ນຕົ້ນວ່າ: ທ້າວ ຄອນສະຫວັນ ອາຍຸ 43 ປີ ຢູ່ບ້ານທ່າແຂກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເລີ່ມເ ສ ບ ຢ າ ບ ້ າມາແຕ່ເດືອນພຶດສະພາ 2020 ເປັນຕົ້ນມາ, ຢ າ ບ ້ າທີ່ເອົາມາເສບແມ່ນຊື້ນຳໄວໜຸ່ມ (ບໍ່ຮູ້ຊື່) ຊື້ຄັ້ງລະ 2 ເມັດ ແລະ ພາຍຫຼັງໄດ້ຢ າ ບ ້ າມາແລ້ວກໍເອົາມາເສບຢູ່ແຖວໝອງເຂດບ້ານທ່າແຂກ; ຈາກນັ້ນ, ມາຮອດເດືອນສິງຫາ 2020 ໄດ້ຫັນຈາກຜູ້ເສບມາເປັນຜູ້ຄ້າຂາຍສ່ວນຢ າ ບ ້ າທີ່ນໍາມາຂາຍແມ່ນຊື້ນໍານາງ ຈັນນະພາ ຫຼື ມຸ້ຍ ອາຍຸ 23 ປີ ຈໍານວນ 2 ຄັ້ງໆລະ 100 ເມັດ ແລະ ເມື່ອໄດ້ຢາບ້າມາແລ້ວກໍເອົາມາແບ່ງຂາຍໃຫ້ໄວໜຸ່ມພາຍໃນບ້ານ ແລະ ບ້ານໃກ້ຄຽງ; ວັນທີ 31 ສິງຫາ 2020, ໄດ້ມີ ທ້າວ ໂຍ ບ້ານຊາຍຟອງເໜືອ ມາຢືມເງິນນໍາຜູ້ກ່ຽວ 100.000 ກີບ ແລະ ຮອດເວລາ ປະມານ 22:00 ໂມງຂອງວັນດຽວກັນທ້າວ ໂຍ ໄດ້ເຂົ້າມາຫາຜູ້ກ່ຽວຢູ່ເຮືອນແລ້ວເອົາຢ າ ບ ້ າໃຫ້ຈຳນວນ 23 ເມັດ ເພື່ອເປັນການໃຊ້ແທນເງິນທີ່ຢືມໄປ ແລະຜູ້ກ່ຽວກໍໄດ້ເອົາຢ າ ບ ້ າຈຳນວນດັ່ງກ່າວເຊື່ອງໄວ້ ໃນຊອງຢາສູບ. ເວລາຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄປດໍາເນີນຄະດີ.

    ນາງ ຈັນນະພາ ຫຼື ມຸ້ຍ ສາລະພາບວ່າ: ໄດ້ເລີ່ມເສບຢ າ ບ ້ າແຕ່ປີ 2019, ຢາບ້າທີ່ເອົາມາເ ສ ບແມ່ນຊື້ນໍາໄວໜຸ່ມຢູ່ຕາມຮ້ານເກມ ບ້ານສົມຫວັງ ເໜືອ ເມືອງຫາດຊາຍຟອງ ຊື້ຄັ້ງລະ 1-2 ເມັດ. ຮອດເດືອນເມສາ 2020, ຈຶ່ງໄດ້ເລີ່ມເຄື່ອນໄຫວຄ້າຂາຍຢ າ ບ ້ າ, ເຊິ່ງໄດ້ຊື້ນໍາຜູ້ຮ່ວມຂະບວນການຊື່ ທ້າວ ໄກ່ ພັກເຊົາຢູ່ບ້ານໂພນເຄັງ ເມືອງໄຊເສດຖາ ຄັ້ງລະ 100-200 ເມັດຈຳນວນຫຼາຍຄັ້ງ ແລະ ການຊື້-ຂາຍກັນແຕ່ລະຄັ້ງແມ່ນຈະໂທລະສັບນັດກັນຢູ່ຕາມເສັ້ນທາງ ເຂດບ້ານວຽງຈະເລີນ ແລະ ບ້ານໂພນເຄັງ, ເມື່ອໄດ້ຢ າ ບ ້ າມາແລ້ວກໍເອົາມາຂາຍແບ່ງໃຫ້ ທ້າວ ຄອນສະຫວັນຈໍານວນ 100 ເມັດ ແລະ ຍັງເອົາໄປຂາຍໃຫ້ກັບໄວໜຸ່ມພາຍໃນບ້ານ ແລະ ບ້ານໃກ້ຄຽງນໍາອີກ. ວັນທີ 25 ກັນຍາ 2020, ນາງ ຈັນນະພາ ໄດ້ໂທລະສັບສັ່ງຊື້ຢ າ ບ ້ າ ຈໍານວນ 70 ເມັດ ນຳທ້າວ ໄກ່ ແລ້ວນັດສົ່ງກັນຕາມເສັ້ນທາງບ້ານໂພນເຄັງ ແລະ ເມື່ອໄດ້ຢາບ້າ ແລ້ວ ນາງ ຈັນນະພາ ກໍໄປເສບກັບ ທ້າວ ສຸກສະຫວັດ ຫຼື ໜູຢູ່ບ້ານສົມສະໜຸກ ເມືອງ ຫາດຊາຍຟອງ ໝົດຈຳນວນ 8 ເມັດ ຍັງເຫຼືອ 62 ເມັດ ກໍເອົາຊຸກເຊື່ອງໄວ້ໃນເສື້ອ. ຈາກນັ້ນ, ຈຶ່ງຖືກເຈົ້າໜ້າທີ່ເຈົ້າຈັບຕົວພ້ອມຂອງກາງຢ າ ບ ້ າຈໍານວນທີ່ຍັງເຫຼືອ ແລະ ໂທລະສັບໄອໂຟນ 6 ພຼາດ ສີປອນທອງ 1 ເຄື່ອງ ໄປດໍາເນີນຄະດີ.

    ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງພວກຈໍາເລີຍ ເປັນການກະທໍາຜິດທາງອາຍາໃນຂໍ້ຫາການຄ້າຂາຍຢ າ ເ ສ ບ ຕ ິ ດ (ຢ າ ບ ້ າ) ທີ່ແຕະ ຕ້ອງຕໍ່ເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມປະມວນກົດ ໝາຍ ອາຍາມາດຕາ 315 ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະນະສານຈຶ່ງເຫັນລົງພິຈາລະນາຕັດສິນລົງໂທດ ຈໍາຄຸກ ທ້າວ ຄອນສະຫວັນ ແລະ ນາງ ຈັນນະພາ ຜູ້ລະ 5 ປີ ພ້ອມທັງປັບໃໝຜູ້ລະ 10.000.000 ກີບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.