ເກີດເຫດສອງອ້າຍ-ນ້ອງໃຊ້ມ ີ ດ ແ ທ ງກັນຢູ່ບ້ານກາດ ເມືອງຍອດອູ ແຂວງຜົ້ງສາລີ ຍ້ອນບໍ່ພໍໃຈ ແລະ ຂັດແຍ່ງເລື່ອງການແບ່ງມູນ ມໍລະດົກ ເຮັດໃຫ້ຜູ້ເປັນອ້າຍຊື່ທ້າວ ແສງຄໍາ ອາຍຸ 37 ປີ ເສຍຊີວິດຄາທີ່.
ເຈົ້າໜ້າທີ່ ປກສ ເມືອງຍອດອູ ເປີດເຜີຍວ່າ: ໃນວັນທີ 20 ເມສາ ຜ່ານມາ, ໄດ້ເກີດມີເຫດຄ າ ດ ຕ ະ ກ ຳ ລະຫວ່າງສອງອ້າຍ-ນ້ອງໃຊ້ມີດໄລ່ແ ທ ງ ກັນຄາເຮືອນຢູ່ເຂດບ້ານກາດ ຈຶ່ງໄດ້ນໍາກໍາລັງເຂົ້າສົມທົບກັບເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອກວດກາສະຖານທີ່ເກີດເຫດພົບ ເຫັນທ້າວ ແສງຄໍາ (ຜູ້ເປັນອ້າຍ) ອາຍຸ 37 ປີ ຢູ່ບ້ານກາດ ນອນເສຍຊີວິດຢູ່ຂ້າງເຮືອນຂອງຜູ້ກ່ຽວ ແລະ ຂະນະດຽວກັນ, ເຈົ້າໜ້າທີ່ ຍັງໄດ້ນໍາກໍາລັງຊອກນໍາຈັບຕົວຜູ້ຖືກຫາ ຊື່ທ້າວ ກອງແກ້ວ (ເປັນນ້ອງຂອງຜູ້ເສຍຊີວິດ) ມາສືບ ສວນ-ສອບ ສວນຫາສາເຫດ ແລະ ແຮງຈູງໃຈໃນຄັ້ງນີ້.
ຜ່ານການສອບສວນ, ທ້າວ ກອງແກ້ວ (ຜູ້ກໍ່ເຫດ) ຮັບສາລະພາບວ່າ: ໄດ້ລົງມືຄ າ ດ ຕ ະ ກ ຳ ຜູ້ເປັນອ້າຍແທ້ ໂດຍການນໍາໃຊ້ມ ີ ດ ແ ທ່ ງໃສ່ບໍລິເວນທ້ອງ 1 ບາດ ແລະ ຟັນໃສ່ຫຼັງ 3 ບາດ, ສ່ວນສາເຫດການຄ າ ດ ຕ ະ ກ ຳ ແມ່ນຍ້ອນຜ່ານມາເຄີຍມີຂໍ້ຂັດແຍ້ງກັນມາກ່ອນ ເລື່ອງການແບ່ງມູນມໍລະດົກຂອງພໍ່-ແມ່; ຫຼັງຈາກນັ້ນມາ, ພວກກ່ຽວທັງສອງກໍເກີດມີປາກສຽງ ແລະ ຜິດຖຽງກັນຕະຫຼອດມາ; ນອກນັ້ນ, ໃນມື້ເກີດເຫດພວກກ່ຽວກໍຍັງມີປາກສຽງກັນຢູ່ ເຮັດໃຫ້ຜູ້ກ່ຽວ ເກີດຄວາມໂມໂຫໃຈຮ້າຍ ຈຶ່ງໄດ້ຈັບເອົາມີ ດ ໄລ່ແ ທ ງ ແລະ ຟັນໃສ່ຜູ້ເປັນອ້າຍຈົນເສຍຊີວິດ.
ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງຍອດອູ ຈຶ່ງໄດ້ນຳຕົວ ທ້າວ ກອງແກ້ວ (ຜູ້ຄາດ ຕະກຳ) ມາທຳແຜນປະກອບຄຳສາລະພາບ ໃນວັນທີ 1 ກໍລະກົດ 2022 ແລະ ພາຍຫຼັງທີ່ໄດ້ທໍາແຜນປະກອບຄຳສາລະພາບແລ້ວ ແມ່ນໄດ້ນຳຕົວທ້າວ ກອງແກ້ວ ສົ່ງໃຫ້ພະແນກສືບ ສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງຜົ້ງສາລີ ເພື່ອສືບຕໍ່ສະຫຼຸຸບສຳນວນ-ສໍາເນົາຄະດີສົ່ງໃຫ້ອົງການໄອຍະການແຂວງດຳເນີນຄະດີຕາມລະບຽບກົດໝາຍ.