ຈັບຍົກແກ້ງ ຄ້າຢ າ ເ ສ ບ ຕ ິ ດລາຍໃຫຍ່ ພ້ອມຂອງກາງເກືອບ 6 ແສນເມັດ

    0
    183

    ກຳລັງວິຊາສະເພາະ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຂົ້າຈັບຕົວຜູ້ຄ້າຂາຍຢ າ ເ ສ ບ ຕ ິ ດກ່ອນ 1 ຄົນ ແລ້ວນຳໄປສອບສວນຂະຫຍາຍຜົນ, ເຊິ່ງຜູ້ກ່ຽວໄດ້ຊັດທອດເຖິງຜູ້ຮ່ວມຂະບວນການອີກ 3 ຄົນ; ເຈົ້າໜ້າທີ່ ຈຶ່ງເລັ່ງຕິດຕາມຊອກຄົ້ນຈັບກຸມ ແລະ ກວດຄົ້ນເຄຫະສະຖານພົບເຫັນຢ າ ບ ້ າເກືອບ 6 ແສນເມັດ ແລະ ສິ່ງເ ສ ບ ຕ ິ ດທີ່ຜິດກົດໝາຍອີກຫຼາຍລາຍການ ຈຶ່ງໄດ້ນຳຕົວພວກກ່ຽວມາດໍາເນີນຄະດີ.

    ພັທ ພົມມີ ແສນຈົງຮັກ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງຈັນທະບູລີ ໃຫ້ຮູ້ ໃນວັນທີ 29 ມິຖຸນາ 2022 ວ່າ:

    ພາຍຫຼັງໄດ້ຮັບຂໍ້ມູນຈາກພົນລະເມືອງດີ ວ່າມີກຸ່ມຄົນຈໍານວນໜຶ່ງເຄື່ອນໄຫວຄ້າຂາຍຢ າ ເ ສ ບ ຕ ິ ດ ຢູ່ເຂດເມືອງຈັນທະບູລີ; ຈາກນັ້ນ, ຈຶ່ງໄດ້ນຳກຳລັງວິຊາສະເພາະລົງຕິດຕາມ ເຫັນວ່າມີຂໍ້ມູນຫຼັກຖານ. ຮອດວັນທີ 10 ມິຖຸນາ 2022 ໄດ້ຈັບຕົວ ທ້າວ ວິລະພົນ ຫຼື ພົນ ອາຍຸ 21 ປີ ຢູ່ບ້ານຊຽງຍືນ ເມືອງຈັນທະບູລີ.

    ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບ ວ່າ:

    ໄດ້ຊື້-ຂາຍຢ າ ບ ້ າ ມາແຕ່ປີ 2021 ຮ່ວມກັບ ທ້າວ ສຸກມີໄຊ ຫຼື ຕານ້ອຍ; ສະນັ້ນ, ມາຮອດວັນທີ 28 ມິຖຸນາ 2022 ຈຶ່ງໄດ້ເຂົ້າຈັບຕົວ ທ້າວ ສຸກມີໄຊ ອາຍຸ 36 ປີ ແລະ ນາງ ນິດ ອາຍຸ 32 ປີ ທັງສອງຢູ່ບ້ານຊໍາເກດ ເມືອງສີໂຄດຕະບອງ ນວ (ເປັນຜົວເມຍກັນ) ຢູ່ຮ້ານຄາຣາໂອເກະແຫ່ງໜຶ່ງ ເຂດບ້ານນາໄຊ ເມືອງໄຊເສດຖາ.

    ຈາກນັ້ນ, ຈຶ່ງຂໍຄໍາສັ່ງກວດຄົ້ນເຄຫະສະຖານ ຈາກອົງການໄອຍະການສານເຂດ III ແລ້ວໄດ້ສົມທົບກັບອຳນາດການປົກຄອງບ້ານຊຳເກດ, ປກສ ກຸ່ມໜອງບຶກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນ ເຄຫະສະຖານ ພົບເຫັນ ທ້າວ ຈ່ຽວ ຊ່າງເຫຼືອງ ອາຍຸ 36 ປີ, ເຊື້ອຊາດ, ສັນຊາດຫວຽດນາມ ແລະ ກວດພົບຢາບ້າ 299 ມັດ ແລະ 4 ຖົງນ້ອຍ ເທົ່າກັບ 598.690 ເມັດ, ເຄື່ອງປ້ຳຢ າ ບ ້ າ ຈໍານວນ 1 ເຄື່ອງ, ຢາໄ ອ ສ໌ 2 ຖົງໃຫຍ່, ສານເ ສ ບ ຕ ິ ດສີແດງ ຈໍານວນ 2 ຖົງໃຫຍ່, ສານເ ສ ບ ຕ ິ ດສີສົ້ມ ຈຳນວນ 1 ຖົງໃຫຍ່ ຈຶ່ງໄດ້ນຳຕົວພວກກ່ຽວມາສອບສວນ.

    ຜ່ານການສອບສວນ ພວກກ່ຽວຮັບສາລະພາບ ວ່າ:

    ຢາບ້າທີ່ກວດພົບແມ່ນຂອງພວກກ່ຽວແທ້ ເຊິ່ງໄດ້ເລີ່ມຄ້າຂາຍຢ າ ບ ້ າ ມາແຕ່ປີ 2021 ຈົນເຖິງປັດຈຸບັນ; ທັງນີ້, ກອງບັນຊາການ ປກສ ເມືອງຈັນທະບູລີ ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການ ມາດໍາເນີນຄະດີ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.