ຫຼາຍສາເຫດ ເຮັດໃຫ້ການປະຕິບັດກົດໝາຍທີ່ດິນພົບຄວາມຫຍຸ້ງຍາກ

    0
    86

    ກົດໝາຍວ່າດ້ວຍທີ່ດິນ ມີມາດຕາທີ່ກຳນົດໃຫ້ຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ ທັງໝົດ 9 ມາຕຕາ; ໃນນີ້, ໄດ້ຜັນຂະຫຍາຍເປັນນິຕິກໍາໃຕ້ ກົດໝາຍແລ້ວ 5 ມາດຕາ, ຍັງ 4 ມາດຕາ ຄື: ມາດຕາ 103, 104, 106 ແລະ ມາດຕາ 112; ນອກຈາກນີ້, ຍັງໄດ້ຄົ້ນຄວ້າອອກນິຕິກໍາໃຕ້ກົດ ໝາຍອີກຫຼາຍສະບັບ ເພື່ອໃຫ້ມີຄວາມສະດວກໃນການຈັດຕັ້ງປະຕິບັດ ແຕ່ເຫັນວ່າການປະຕິບັດກົດໝາຍວ່າດ້ວຍທີ່ດິນ ໂດຍລວມໃນໄລຍະຜ່ານ ມາ ຍັງພົບຄວາມຫຍຸ້ງຍາກຫຼາຍດ້ານ.

    ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຂຶ້ນຊີ້ແຈງກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ ຜ່ານມາວ່າ: ຜ່ານມາການປະຕິບັດກົດໝາຍ ວ່າດ້ວຍທີ່ດິນມີການປະສານສົມ ທົບກັນຢ່າງກົມກຽວລະຫວ່າງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງ

    ແລະ ຕິດຕາມກວດກາການເຊົ່າ ແລະ ສຳປະທານທີ່ດິນຂອງລັດ; ພ້ອມກັນນັ້ນ, ກໍເຫັນວ່າປະຊາຊົນບັນດາເຜົ່າມີຄວາມຕື່ນຕົວ ແລະ ເປັນເຈົ້າໃນການປົກປັກຮັກສາ, ນຳໃຊ້ ແລະ ພັດທະນາທີ່ດິນຫຼາຍຂຶ້ນ ເພື່ອນໍາຜົນປະໂຫຍດໃຫ້ຄອບຄົວ ແລະ ປະເທດຊາດ ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງຂຶ້ນ; ຍ້ອນການເອົາ ໃຈໃສ່ນຳພາ-ຊີ້ນຳຂອງການນຳແຂວງ

    ບັນດາພະແນກການອ້ອມຂ້າງ ແລະ ສະພາປະຊາຊົນຂັ້ນແຂວງ ຈຶ່ງເຮັດໃຫ້ການສ້າງແຜນຈັດສັນທີ່ດິນ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານຂັ້ນແຂວງສໍາເລັດເປັນສ່ວນໃຫຍ່ ແລະ ມີຂໍ້ມູນພື້ນຖານ; ການຄຸ້ມຄອງນໍາໃຊ້ທີ່ດິນແຕ່ລະປະ ເພດຂອງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນຈະແຈ້ງຂຶ້ນກວ່າເກົ່າ, ຖືກຕ້ອງຕາມເປົ້າໝາຍ ແລະ ລະບຽບ

    ກົດໝາຍ, ເຊິ່ງເຮັດໃຫ້ທີ່ດິນໄດ້ຮັບການພັດທະນາ ແລະ ມີມູນຄ່າເພີ່ມຂຶ້ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ສ້າງ ວຽກເຮັດງານທຳ ແລະ ພັດທະນາອາຊີບໃຫ້ແກ່ ປະຊາຊົນລາວບັນດາເຜົ່າຕາມຈຸດພິເສດ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ; ເຖິ່ງແມ່ນວ່າໄລຍະຜ່ານມາ ຈະມີຜົນສໍາເລັດຫຼາຍເທົ່າໃດກໍຕາມ ແຕ່ການປະຕິບັດກົດໝາຍດັ່ງກ່າວຍັງພົບຄວາມຫຍຸ້ງຍາກໃນຫຼາຍດ້ານເປັນຕົ້ນ:

    ການປະສານງານລະຫວ່າງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແໜງການຄຸ້ມຄອງການນໍາໃຊ້ທີ່ດິນ ແຕ່ລະປະເພດ ຍັງເຮັດບໍ່ທັນໄດ້ດີ, ເຊິ່ງສະແດງອອກຢູ່ບ່ອນວ່າ ບໍ່ທັນສາມາດເກັບກໍາຂໍ້ມູນສະຖິຕິທີ່ດິນ ແຕ່ລະປະເພດໄດ້ຢ່າງຊັດເຈນ ແລະ ບາງຂະແໜງການກໍຍັງບໍ່ສາມາດເກັບກໍາທີ່ດິນປະເພດທີ່ຕົນເອງຄຸ້ມຄອງໄດ້.

    ບັນດາຂະແໜງການທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ເປັນເຈົ້າການໃນການຄຸ້ມຄອງການນໍາໃຊ້ທີ່ດິນ 8 ປະເພດ ເທົ່າທີ່ຄວນ ເປັນຕົ້ນແມ່ນການສ້າງແຜນ ຍຸດທະສາດ, ແຜນການນໍາໃຊ້ທີ່ດິນແຕ່ລະປະເພດຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ, ການສະໜອງຂໍ້ມູນທີ່ດິນທີ່ຂະແໜງການຕົນຮັບຜິດຊອບໃຫ້ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຂຶ້ນບັນຊີທີ່ດິນລັດຢ່າງລວມສູນຍັງເຮັດບໍ່ທັນໄດ້ດີ, ການອອກລະບຽບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ທີ່ດິນ, ການຕິດຕາມກວດກາການ ນໍາໃຊ້ທີ່ດິນກໍຍັງເຮັດບໍ່ທັນໄດ້ດີ.

    ການຜັນຂະຫຍາຍເນື້ອໃນບາງມາດຕາຂອງກົດໝາຍອອກເປັນນິຕິກຳໃຕ້ກົດໝາຍ ຍັງມີຄວາມຊັກຊ້າ, ບໍ່ທັນກັບສະພາບເສດຖະກິດ-ສັງຄົມຕົວ ຈິງ ລວມທັງການມອບໂອນວຽກງານທີ່ດິນຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເປັນຕົ້ນແມ່ນວຽກງານຂຶ້ນທະບຽນອອກໃບຕາດິນ, ຈົດທະບຽນການເຄື່ອນໄຫວ ຫຼື ປ່ຽນແປງສິດນໍາໃຊ້ທີ່ດິນ, ການແບ່ງແຍກ ຫຼື ໂຮມຕອນດິນເຂົ້າກັນ ຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງທົ່ວເຖິງ.

    ການປ່ຽນແປງ ແລະ ການເຄື່ອນໄຫວສິດນໍາໃຊ້ທີ່ດິນ ຍັງປະຕິບັດບໍ່ສອດຄ່ອງກັບກົດໝາຍ ເປັນຕົ້ນແມ່ນການຊື້-ຂາຍສິດນໍາໃຊ້ທີ່ດິນ ມີແຕ່ເຮັດສັນ ຍາຊື້-ຂາຍກັນໂດຍບໍ່ໄດ້ມີການໂອນໃບຕາດິນ ແລ້ວນໍາເອົາໃບຕາດິນໄປຄໍ້າປະກັນເງິນນຳຫຼາຍຄົນ ແຕ່ບໍ່ໄດ້ໄປຈົດທະບຽນນຳຂະແໜງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເຮັດໃຫ້ບໍ່ສາມາດຕິດຕາມການເຄື່ອນໄຫວສິດນໍາໃຊ້ທີ່ດິນໄດ້ ຈຶ່ງເກີດມີຂໍ້ຂັດແຍ່ງຫຼາຍຢ່າງຕາມມາ; ການຫັນສິດນໍາໃຊ້ທີ່ດິນຂອງລັດໄປເປັນທີ່ດິນຂອງບຸກຄົນຍັງປະຕິບັດບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

    ການຫັນປ່ຽນທີ່ດິນປະເພດໜຶ່ງ ໄປເປັນປະເພດອື່ນ ຍັງບໍ່ປະຕິບັດຕາມກົດໝາຍເທົ່າທີ່ຄວນເປັນ ຕົ້ນແມ່ນການຫັນປ່ຽນທີ່ດິນ ປະເພດທີ່ດິນ ຂັ້ນທ້ອງຖິ່ນ ຍັງບໍ່ໄດ້ຜ່ານການຕົກລົງຂອງສະພາປະຊາຊົນແຂວງ, ນະຄອນຫຼວງ, ເຊິ່ງໃນຕົວຈິງມີການຫັນປ່ຽນເປັນຈຳນວນຫຼາຍ.

    ການແບ່ງຄວາມຮັບຜິດຊອບການຄຸ້ມຄອງດິນລັດ ລະຫວ່າງກະຊວງການເງິນ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຍັງບໍ່ທັນຈະແຈ້ງ, ເຊິ່ງຈະຕ້ອງໄດ້ມີການປຶກສາຫາລືກັນລະອຽດຕື່ມ; ນອກນີ້, ການອອກໃບຕາດິນປະເພດອື່ນໆ ຍັງຊັກຊ້າເຮັດໃຫ້ການເກັບລາຍຮັບຈາກການຄຸ້ມຄອງທີ່ດິນບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ທີ່ດິນຈໍານວນຫຼວງຫຼາຍ ຍັງບໍ່ທັນໄດ້ເສຍພາສີທີ່ດິນໃຫ້ລັດ.

    ເຖິງຢ່າງໃດກໍຕາມ, ເພື່ອຮັບປະກັນໃຫ້ແກ່ການປະຕິບັດກົດໝາຍ ວ່າດ້ວຍທີ່ດິນມີການຈັດ ຕັ້ງດີຂຶ້ນໃນຕໍ່ໜ້າລັດຖະບານ ຈະເອົາໃຈໃສ່ຄົ້ນຄວ້າສ້າງແຜນຍຸດທະສາດການນໍາໃຊ້ທີ່ດິນ ແລະ ແຜນການນໍາໃຊ້ທີ່ດິນຂອງຂະແໜງການທີ່ຄຸ້ມຄອງທີ່ດິນແຕ່ລະປະເພດ ໂດຍສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນຈັດສັນທີ່ດິນທ້ອງຖິ່ນ ເພື່ອຮັບປະກັນການບັນລຸຕົວເລກຄາດໝາຍໃນການ

    ສະຫງວນ ແລະ ອານຸລັກທີ່ດິນໄວ້ ເພື່ອເປັນເນື້ອທີ່ປ່າປົກຫຸ້ມ 70% ຂອງເນື້ອທີ່ທົ່ວປະເທດ ແລະ ເນື້ອທີ່ດິນກະສິກຳ ຈຳນວນ 4,5 ລ້ານເເຮັກຕາ; ເອົາໃຈໃສ່ຄຸ້ມຄອງບໍລິຫານວຽກງານທີ່ດິນ ໃຫ້ເຂັ້ມງວດຂຶ້ນ ແລະ ໃຫ້ຖືກຕ້ອງຕາມກົດໝາຍ ໂດຍສະເພາະການຂຶ້ນທະບຽນອອກໃບຕາດິນ, ການເຊົ່າ, ສຳປະທານທີ່ດິນການເຄື່ອນໄຫວ ປ່ຽນແປງສິດນຳໃຊ້ທີ່ດິນ, ການມອບສິດນໍາໃຊ້ທີ່ດິນຂອງລັດ ແລະ ການຫັນປ່ຽນປະເພດທີ່ດິນ ແລະອື່ນໆ;

    ອົງການປົກຄອງຂັ້ນແຂວງ ເປັນເຈົ້າການໃນການຄົ້ນຄວ້າອັດຕາການນຳໃຊ້ເນື້ອທີ່ດິນກະສິກຳ ໂດຍອີງໃສ່ເງື່ອນໄຂ, ຈຸດພິເສດ ແລະ ຄວາມໜາ ແໜ້ນຂອງພົນລະເມືອງຂອງແຕ່ລະທ້ອງຖິ່ນ ເພື່ອ ສະເໜີສະພາປະຊາຊົນແຂວງຮັບຮອງຕາມທີ່ກຳ ນົດໄວ້ໃນມາດຕາ 38 ຂອງກົດໝາຍວ່າດ້ວຍທີ່ ດິນ; ປັບປຸງກົນໄກປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃນການອະນຸຍາດ, ການຄຸ້ມຄອງ

    ຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິ ບັດສັນຍາເຊົ່າ ຫຼື ສໍາປະທານທີ່ດິນ ໃຫ້ມີຄວາມ ຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນ; ຮີບຮ້ອນສ້າງນິຕິກຳໃຕ້ກົດໝາຍຕາມທີ່ກົດໝາຍ ກໍານົດ ເພື່ອຜັນຂະຫຍາຍໃຫ້ເປັນອັນລະອຽດ ແລະ ສາມາດຈັດຕັ້ງປະຕິບັດໄດ້; ພ້ອມກັນນັ້ນ, ກໍຈະໄດ້ຄົ້ນຄວ້າປັບປຸງນິຕິກໍາທີ່ກ່ຽວຂ້ອງເຊັ່ນ: ລັດຖະບັນຍັດ ວ່າດ້ວຍຄ່າເຊົ່າ ແລະ ສໍາປະທານ, ດຳລັດວ່າດ້ວຍການເອົາທີ່ດິນຂອງລັດໃຫ້ເຊົ່າ ຫຼື ສໍາປະທານ.

    LEAVE A REPLY

    Please enter your comment!
    Please enter your name here