ໃນເວລາ 14:00 ໂມງ ວັນທີ 1 ກໍລະກົດ 2022 ໜ້າເສົ້າສະຫຼົດໃຈ ເກີດເຫດຟ້າຜ່າຊາຍຄົນໜຶ່ງ ເສຍຊີວິດ ຊື່ ທ້າວ ເລີນ ອາຍຸ 45 ປີ ຢູ່ບ້ານດົງຄັນຄູ ເມືອງຈຳພອນ ແຂວງສະຫວັນນະເຂດ ຜູ້ກ່ຽວພ້ອມຊາວບ້ານຈຳນວນໜຶ່ງໄດ້ມາດຳນາຢູ່ບ້ານຄໍ້, ກຳລັງປ້ານຄັນນາ ແລ້ວຖືກຟ້າຜ່າເສຍຊີວິດ.
ຕອນເກີດເຫດ ຜູ້ກ່ຽວໄດ້ໃຊ້ຈົກປ້ານຄັນນາ ທ່າມກາງຝົນຕົກ, ຈາກນັ້ນ ຟ້າໄດ້ຜ່າ ລົງໃສ່ເຮັດໃຫ້ເສຍຊີວິດຄາທີ່ ແລະ ຢຸ່ດ້າມຈົກ ຍັງພົບຮ່ອງຮອຍຖືກຟ້າຜ່າ.
ຂໍສະແດງຄວາມເສຍໃຈ ກັບຄອບຄົວຜູ້ເສຍຊີວິດ ຈາກເຫດການເກີດຂຶ້ນໃນຄັ້ງນີ້ດ້ວຍ.
ຕາດູຕົນເມຍ ໄດ້ແຕ່ຢືນຮ້ອງໄຫ້ເຝົ້າສົບຂອງ ຜົວ ທີ່ຖືກຟ້າຜ່າ ກາງທົ່ງນາ